"ຫຼັກສູດຂອງການຄ້າເສລີພາກພື້ນຄຸນໝິງ”ເປີດແລ້ວ ຍາດແຍ່ງກາລະໂອກາດ ແລະ ເປີດກວ້າງຊ່ອງທາງໃຫຍ່

ມາຈາກ:ສະບາຍດີ

1

ຕາແສງບໍ່ຫານກາຍເປັນ IP ສໍາລັບນະຄອນຄຸນໝິງດຶງດູການລົງທຶນ

ສະບາຍດີ ນັກຂ່າວສະໜຸກ)ວັນທີ 30 ມີນານີ້, "ຫຼັກສູດຂອງການຄ້າເສລີພາກພື້ນຄຸນໝິງ”ທີ່ຈັດຂຶ້ນໂດຍເຂດການພັດທະນະເສດຖະກິດຄຸນໝິງ (ເຂດການຄ້າເສລີພາກພື້ນຄຸນໝິງ) ໄດ້ເປີດແລ້ວ. ໄລຍະທີ່ໜຶ່ງປິ່ນອ້ອມເຂດການຄ້າເສລີພາກພື້ນຄຸນໝິງບໍລິການ ແລະ ເຊື່ອມໂຍງເຂົ້າໃນຍຸທະສາດແຫ່ງຊາດຢ່າງຕັ້ງໜ້າ, ທ່ານ ຈາງຈູຍ  ກຳມະການຄະນະບໍລິຫານງານພັກ ແລະ ຫົວໜ້າກົມປະດິດສ້າງໃໝ່ລະບົບຂອງເຂດການພັດທະນະເສດຖະກິດຄຸນໝິງ (ເຂດການຄ້າເສລີພາກພື້ນຄຸນໝິງ), ໄດ້ກ່າວຄຳປາໄສຕາມຫົວຂໍ້. ທ່ານ ຈາງຈູຍ ສະແດງວ່າ, ດ້ວຍຊຸກຍູ້ການກໍ່ສ້າງ“ໜຶ່ງແລວທາງໜຶ່ງເສັ້ນທາງ”ເປັນຕົ້ນມາ, ທີ່ຕັ້ງຂອງເຂດຢູນນານນັບມຶ້ນັບສໍາຄັນຂຶ້ນ, ຕັ້ງໜ້າບໍລິການ ແລະ ເຊຶ່ອມໂຍງເຂົ້າໃນຍຸທະສາດແຫ່ງຊາດ ແລະ ເປີດກວ້າງຊ່ອງທາງໃຫຍ່ສໍາລັບເປີດປະຕູສູ່ພາຍນອກທາງພາກໃຕ້, ທາງລົດໄຟລາວ-ຈີນ ແລະ RCEP ແມ່ນຈຸດຫຼັກ.

ການເປີດໃຫຍ່ຖານະບົດບາດເປັນ“ແຖ້ວໜ້າ”ຂອງນະຄອນຄຸນໝິງ

ທາງລົດໄຟລາວ-ຈີນແມ່ນໂຄງການສັນຍາລັກການຮ່ວມສ້າງ“ໜຶ່ງແລວທາງໜຶ່ງເສັ້ນທາງ”ຢ່າງມີຄຸນນະພາບສູງ, ແມ່ນໂຄງການຫຼັກປະເທດລາວ-ຈີນຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ, ໄດ້ຊຸກຍູ້ການພັດທະນາເສດຖະກິດຂອງຈີນ-ລາວ ແລະ ພາກພື້ນອາຊີຕາເວັນອອກສຽງໃຕ້ຢ່າງຫຼວງຫຼາຍ.

ທ່ານ ຈາງຈູຍວ່າ, ຍາດແຍ່ງກາລະໂອກາດການພັດທະນາເຂດລຽບຕາມທາງລົດໄຟລາວ-ຈີນ, ຕ້ອງເປີດໃຫຍ່ບົດບາດເປັນ“ແຖ້ວໜ້າ”ຂອງນະຄອນຄຸນໝິງໃນເຂດລຽບຕາມທາງລົດໄຟລາວ-ຈີນ, ເພີ່ມໃຫ້ທາງລົດໄຟລາວ-ຈີນເຊຶ່ອມຕໍ່ກັບບັນດາສາຍທາງລົດໄຟທີ່ສໍາຄັນ, ເຊັ່ນ: ຂະບວນລົດໄຟຈີນ-ເອີລົບຢູ່ພາກເໜືອ ແລະ ຊ່ອງທາງອັນໃໝ່ແບບທາງຫຼວງ ແລະ ທາງທະເລຢູ່ພາກຕາເວັນຕົກ, ເຮັດໃຫ້ເສດຖະກິດແບບທາງລົດໄຟຫັນເປັນເສດຖະກິດແບບ“ຊ່ອງທາງຢ່າງເປີດກວ້າງ”. ສໍາລັບພາຍໃນ, ເຊຶ່ອມຕໍ່ກັບນະຄອນຢູ້ຊີ, ພູເອີ ແລະ ສິບສອງພັນນາ, ສໍາລັບພາຍນອກ, ເຊຶ່ອມຕໍ່ກັບຕາແສງບໍ່ເຕັນ, ນະຄອນຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ, ເພື່ອເລັ່ງລັດສ້າງຕ່ອງໂສ້ອຸດສາຫະກໍາ, ຕ່ອງໂສ້ປະດິດສ້າງໃໝ່, ຕ່ອງໂສ້ການສະໜອງ ແລະ ຕ່ອງໂສ້ຄຸນຄ່າ, ບັນລຸທາງລົດໄຟລາວ-ຈີນໄດ້ຊົມໃຊ້ສັງລວມ.

ສົ່ງເສີມການບໍລິການດ້ານກົດໝາຍສາກົນເຂົ້າສູ່ຕາແສງບໍ່ຫານ

ທ່ານ ຈາງຈູຍວ່າ, ຖ້າວ່ານະຄອນຄຸນໝິງເປັນ “ແຖ້ວໜ້າ”,ຊັ້ນຕາແສງບໍ່ຫານຈະເປັນ“ຕາ”ຂອງທາງລົດໄຟລາວ-ຈີນ. ນັບແຕ່ນະຄອນຄຸນໝິງມອບໝາຍໃຫ້ບໍ່ຫານດຳເນີນວຽກງານເປັນຕົ້ນມາ, ບໍ່ຫານກາຍເປັນ IP ສໍາລັບນະຄອນຄຸນໝິງດຶງດູການລົງທຶນ. ໃນປະຈຸບັນນີ້, ບໍ່ຫານຄວນພັດທະນາອຸດສາຫະກໍາຫຍັງແດ່ ?

“ຕາແສງບໍ່ຫານຍັງຢູ່ສະໄໝເສດຖະກິດແບບຊ່ອງທາງ, ປະຈຸບັນນີ້, ຈະຍູ້ແຮງພັດທະນາເສດຖະກິດແບບຊ່ອງທາງ, ໃຫ້ການຂົນສົ່ງສິນຄ້າ ແລະ ໂລຈິດສຕິມີຄວາມຈະເລິນຮຸງເຮືອງຂຶ້ນ, ໃຫ້ບັນດາວິສາຫະກິດແບບຜະລິດຢູ່ດ່ານເຕົ້າໂຮມກັນຢູ່ບໍ່ຫານ, ຫັນປ່ຽນເສດຖະກິດຊ່ອງທາງເປັນເສດຖະກິດທ້ອງຖິ່ນ, ແລະ ປັບປຸງອຸດສາຫະກໍາໃຫ້ກາຍເປັນເສດຖຸະກິດດ່ານຊາຍແດນ.”ທ່ານ ຈາງຈູຍວ່າ, ປະຈຸບັນນີ້, ກ່ອນອື່ນຕາແສງບໍ່ຫານທໍາອີດຈະສຸມໃສ່ພັດທະນາອຸດສາຫະກໍາການຂົນສົ່ງສິນຄ້າສາກົນລະຫວ່າງລາວ-ຈີນ, ທີ່ສອງແມ່ນພັດທະນາການບໍລິການວຽກງານດ່ານພາສີ, ກົດໝາຍ, ການຊໍາລະເງິນສາກົນ, ການຊໍາລະໜີ້ສາກົນ ແລະ ການບໍລິການຕ່າງໆ.

ຊຸກຍູ້ການເປີດປະຕູສູ່ພາຍນອກທາງພາຍໃຕ້, ຕ້ອງເພີ່ມຄວາມຮັບປະກັນທາງກົດໝາຍທີ່ເຂັ້ມແຂງ. ສະນັ້ນ, ທ່ານ ຈາງຈູຍສະເໜີເຖິງບັນດາອົງການກົດໝາຍທີ່ເຂົ້າຮ່ວມໃນມື້ນັ້ນວ່າ: “ເພີ່ມທະວີຄົ້ນຄວ້າບັນຫາຕ່າງໆທີ່ເກີດຂຶ້ນໃນຂະບວນການດໍາເນີນການຄ້າສາກົນດ້ວຍທາງລົດໄຟລາວ-ຈີນ, ສະໜອງແຜນການໃຫ້ວິສາຫະກິດໃນກ່ອນພັດທະນາການຄ້າສາກົນ, ຊ່ວຍວິສາຫະກິດທີ່ໄດ້ອອກສູ່ຕ່າງປະເທດໄດ້ຫຼີກລ່ຽງການຂັດແຍ້ງດ້ານການຄ້າສາກົນດີກວ່າ.”

ສ້າງເວທີບໍລິການສາທາລະນະທາງ RCEP

ວັນບໍ່ດົນມານີ້, “ແຜນການກ່ຽວກັບເຂດການຄ້າເສລີພາກພື້ນນະຄອນຄຸນໝິງຂອງຈີນ (ຢູນນານ) ລົງເລິກປະຕິຮູບ ແລະ ເປີດກວ້າງ”ທີ່ພີມອອກໂດຍອໍານາດການປົກຄອງແຂວງຢູນນານສະເໜີວ່າ, ຈະສ້າງເຂດສາທິດລ່ວງໜ້າຂອງ RCEP. ທ່ານ ຈາງຈູຍແນະນໍາວ່າ, ເຂດການພັດທະນະເສດຖະກິດຄຸນໝິງ (ເຂດການຄ້າເສລີພາກພື້ນຄຸນໝິງ) ໄດ້ລົງນາມສັນຍາການພັດທະນາຮ່ວມກັນກັບເຂດການຄ້າເສລີພາກພື້ນນະຄອນຈີງນານ ແລະ ນະຄອນຕ້າລຽນ (ແຂວງຊານຕອງ) , ພາຍໃນປະເທດຈະສ້າງແລວທາງ RCEP ທີ່ຈາກພາກຕາເວັນອອກສຽງເໜືອຮອດພາກຕາເວັນຕົກສຽງໃຕ້, ໃຫ້ສິນຄ້າຂອງຍີ່ປຸ່ນ, ເກົາຫຼີໃຕ້ ແລະ ລັດເຊຍໄດ້ເຂົ້າມາຈີນຜ່ານແລວທາງແຫ່ງນີ້, ແລ້ວໂອນໄປຮອດບັນດາປະເທດອາຊີຕາເວັນອອກສຽງໃຕ້ ແລະ ອາຊີໃຕ້; ສິນຄ້າຕ່າງໆຂອງປະເທດອາຊີຕາເວັນອອກສຽງໃຕ້ ແລະ ອາຊີໃຕ້ກໍ່ໄດ້ສົ່ງຮອດພາກພື້ນອາຊີຕາເວັນອອກສຽງເໜືອຜ່ານແລວທາງແຫ່ງນີ້.

ທ່ານ ຈາງຈູຍຍັງເວົ້າວ່າ, ເຂດການພັດທະນະເສດຖະກິດຄຸນໝິງ (ເຂດການຄ້າເສລີພາກພື້ນຄຸນໝິງ) ພວມສຸມໃສ່ສ້າງເວທີບໍລິການສາທາລະນະທາງ RCEP, ເພື່ອຊ່ວຍວິສາຫະກິດສາກົນໄດ້ເຂົ້າໃຈ ແລະ ນໍາໃຊ້ກົດລະບຽບໃຫ້ດີ.


1

磨憨成为昆明招商的大IP。记者冉光雯摄

3月30日,昆明经开区(自贸试验区昆明片区)主办的“昆明自贸大讲堂”开讲。第一期围绕昆明经开区(自贸试验区昆明片区)主动服务和融入国家战略的思考,昆明经开区(自贸试验区昆明片区)党工委委员、制度创新部部长张秋作主题授课。张秋表示,随着“一带一路”建设的推进,云南的区位变得越来越重要,主动服务和融入国家战略,畅通南向开放大通道,中老铁路和RCEP是两个重要抓手。

放大昆明“龙头”功能

中老铁路是高质量共建“一带一路”的标志性工程,是中老两国互利合作的旗舰项目,对促进中老两国和整个东南亚地区的经济发展起到极大的推动作用。

张秋认为,抢抓中老铁路沿线开发机遇,要放大昆明在中老铁路沿线的“龙头”功能,加强中老铁路与北向中欧班列、西部陆海新通道等重要铁路干线的衔接,把铁路通道经济转变为“开放通道”。对内,联动玉溪、普洱、西双版纳,对外拓展磨丁、琅勃拉邦、万象,加快布局产业链、创新链、供应链、价值链,实现中老铁路的综合利用。

推动国际法律服务进驻磨憨

在张秋看来,如果说昆明是“龙头”,那么磨憨就是中老铁路这条大龙的“眼”。自托管以来,磨憨成为昆明招商的大IP。当前的磨憨应该发展什么产业?

“磨憨现在基本上还处于通道经济时代,目前要大力发展通道经济,让货运、物流繁荣起来,让口岸加工型企业在磨憨聚集,将通道经济转化为在地经济,再经过产业升级,转化为口岸经济。”张秋认为,当前磨憨首先要着力发展中老国际物流产业,其次是关务服务、法律服务、国际结算、国际清算等服务业。

推动南向开放,需要强大的法治化保障。因此,张秋向当天参加活动的法律机构提出建议:“多研究中老铁路国际贸易进程中企业会遇到什么风险,在企业发展国际贸易的第一步就为他们谋划,帮助‘走出去’的企业更好地规避国际贸易摩擦。”

搭建RCEP公共服务平台

日前,云南省人民政府印发的《中国(云南)自由贸易试验区深化改革开放方案》提出,要建立RCEP先行示范区。张秋介绍,昆明经开区(自贸试验区昆明片区)与山东自贸试验区济南片区、大连片区签署了联动发展协议,在国内打通一条从东北到西南的RCEP走廊,日本、韩国以及俄罗斯的产品可以通过这条通道到国内,再转到南亚东南亚国家;南亚东南亚国家的产品也可以通过这条通道到东北亚地区。

张秋透露,昆明经开区(自贸试验区昆明片区)正致力于搭建一个RCEP公共服务平台,帮助国际贸易企业了解和用好RCEP规则。(昆明日报 记者吴洁)


[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

04/04

10:06

ແບ່ງປັນ

ແປ
翻译