ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສະໜຸກ)ວັນມໍໆມານີ້, ໂຄງການກໍ່ສ້າງໂຮງຮຽນ ມສ ເພຍວັດນະຄອນຫຼວງວຽງຈັນດ້ວຍຈີນຊ່ວຍເຫຼືອລ້າໄດ້ມອບຮັບຢ່າງສໍາເລັດຢູ່ນະຄອນຫຼວງວຽງຈັນຂອງລາວ.
ໂຄງການກໍ່ສ້າງໂຮງຮຽນ ມສ ເພຍວັດນະຄອນຫຼວງວຽງຈັນຕັ້ງຢູ່ໃຈເມືອງນະຄອນຫຼວງວຽງຈັນ, ມີເນື້ອທີ່ກວມເຖິງ 7792.89 ຕາແມັດ, ຮັບເໝົາກໍ່ສ້າງໂດຍບໍລິສັດລົງທຶນ ແລະ ກໍ່ສ້າງແຂວງຢູນນານຈຳກັດ. ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊ່ວງການຕ່າງປະເທດລາວ, ທ່ານ ວາງນີງ ເລຂາຄະນະພັກແຂວງຢູນນານ, ລັດຖະກອນສອງປະເທດ ແລະ ຜູ້ຕ້າງໜ້າອາຈານ ແລະ ນັກຮຽນຂອງໂຮງຮຽນ ມສ ເພຍວັດ ປະມານ 150 ຄົນໄດ້ເຂົ້າຮ່ວມພິທີມອບຮັບ.
ທ່ານຈຽງຊາຢົງ ເອກອັກຄະລັດຖະທູດຈີນປະຈຳລາວໃນພີທີມອບຮັບວ່າ, ໂຄງການກໍ່ສ້າງໂຮງຮຽນ ມສ ເພຍວັດເປັນຂີດໝາຍແຫ່ງການພົວພັນມິດຕະພາບຈີນ-ລາວ ແລະ ການຮ່ວມມືຢຸນນານ-ລາວຢ່າງເລິກເຊິ່ງ. ຝ່າຍຈີນຍິນດີຕັ້ງໜ້າສ້າງປະຊາຄົມຮ່ວມຊາຕາກໍາລາວ-ຈີນໃນຂະບວນການຊຸກຍູ້ເປັນແບບທັນສະໄໝຂອງຈີນຢ່າງຮອບດ້ານ, ເພື່ອມອບຜົນປະໂຫຍດການພັດທະນາຈີນໃຫ້ລາວ.
ທ່ານ ອາຊາພັນທອງ ເຈົ້ານະຄອນຫຼວງວຽງຈັນ ໄດ້ຂອບໃຈ ສປ ຈີນໃຫ້ການຊ່ວຍເຫຼືອໃນການກ່າວປາໄສ, ຫວັງວ່າໂຄງການໂຮງຮຽນມສ ເພຍວັດຈະປະກອບສ່ວນອັນຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດສັງຄົມ, ການກໍ່ສ້າງພື້ນຖານໂຄງລ່າງດ້ານການສຶກສາ ແລະ ຊຸກຍູ້ການພັດທະນາຊັບພະຍາກອນມະນຸດຂອງລາວ.
中国援老挝万象市皮瓦中学项目日前在老挝首都万象顺利交接。
皮瓦中学项目位于万象市中心,总建筑面积7792.89平方米,由云南省建设投资控股集团有限公司承建。老挝副总理兼外长沙伦赛、中共云南省委书记王宁等两国官员和皮瓦中学师生代表约150人参加了交接仪式。
中国驻老挝大使姜再冬在交接仪式上表示,皮瓦中学项目是中老友谊的缩影、滇老合作的结晶。中方愿在全面推进中国式现代化进程中,积极构建中老命运共同体,使中国发展惠及老挝。
万象市市长阿萨潘通在致辞中感谢中方宝贵援助,希望皮瓦中学项目为老挝社会经济发展、教育基础设施建设和促进人力资源发展作出应有贡献。(新华社 记者章建华)
"ຫຼັກສູດຂອງການຄ້າເສລີພາກພື້ນຄຸນໝິງ”ເປີດແລ້ວ ຍາດແຍ່ງກາລະໂອກາດ ແລະ ເປີດກວ້າງຊ່ອງທາງໃຫຍ່
ສະບາຍດີ2023-04-04
ເມືອງສະຫວັນຂອງນົກ
ສະບາຍດີ2023-04-06
ແຂວງຢູນນານເພີ່ມທະວີການຮ່ວມມື ແລະ ຮ່ວມກັນພັດທະນາກັບ5ປະເທດແມ່ນໍ້າຂອງ ການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນນໍ້າຂອງໄດ້ຮັບໝາກຜົນດີ
ສະບາຍດີ2023-04-04
ກົມການກວດກາ ແລະ ຄຸ້ມຄອງຕະຫຼາດນະຄອນຄຸງໝິງສາຂາເຂດການຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັ່ນໄດ້ສ້າງຕັ້ງຂຶ້ນ
ສະບາຍດີ2023-03-29
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
04/07
17:49
— ແບ່ງປັນ —