ແຂວງຢູນນານໄດ້ຮອດໄລຍະສຸດຍອດການບໍລິໂພກທາງການທ່ອງທ່ຽວ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວສະໜຸກ)ບຸນກຸດຈີນປີເຖາະ, ແຂວງຢູນນານໄດ້ຮອດໄລຍະສຸດຍອດການບໍລິໂພກທາງການທ່ອງທ່ຽວ. ວັນທີ 27 ເດືອນມັງກອນ, ຕາມຂໍ້ມູນຈາກເອັບAlipay, ອັດຕາການເພີ່ມຂຶ້ນຂອງການບໍລິໂພກໂຮງແຮມໃນຕົວເມືອງແຂວງຢູນນານຫຼາຍແຫ່ງໄດ້ເກີນ 200% ທຽບໃສ່ໄລຍະດຽວກັນ, ກິ່ງແຂວງ 4 ແຫ່ງກາຍເປັນສະຖານທີທ່ອງທ່ຽວທີ່ມີຄວາມນິຍົມທີ່ສຸດໃນໄລຍະບຸນກຸດຈີນ. 

ບຸນກຸດຈີນປີເຖາະ,ຄວາມກະຕືລືລົ້ນທາງການບໍລິໂພກຂອງຂອງປະຊາຊົນໄດ້ເລັ່ງຂຶ້ນ. ອັດຕາການເພີ່ມຂຶ້ນຂອງການບໍລິໂພກໂຮງແຮມຢູ່ຕົວເມືອງທ່ອງທ່ຽວທີ່ມີຄວາມນິຍົມຂອງແຂວງຢູນນານ, ທິເບດ, ກວາງຕຸ້ງ, ຊານຊີ ແລະ ຟູຈ້ຽນລ້ວນແຕ່ເກີນ200%ເມື່ອທຽບໃສ່ໄລຍະດຽວກັນປີກາຍ. ກິ່ງແຂວງສິບສອງພັນນາ, ຕ້າຫຼີ, ລີ້ຈຽງ ແລະ ຕີຊ້ຽນທັງ 4 ແຫ່ງກາຍເປັນສະຖານທີທ່ອງທ່ຽວທີ່ມີຄວາມນິຍົມທີ່ສຸດໃນໄລຍະບຸນກຸດຈີນ, ຈໍານວນເງິນການບໍລິໂພກດ້ວຍເອັບAlipayໄດ້ເພີ່ມຂຶ້ນ 1 ເທົ່າເມື່ອທຽບໃສ່ໄລຍະດຽວກັນປີກາຍ.

ດ້ວຍມີການເພີ່ມຂຶ້ນໃນດ້ານຈໍານວນນັກທ່ອງທ່ຽວ, ຈໍານວນການບໍລິການເຊົ່າລົດ ແລະ ກ້ອງຖ່າຍຮູບໄດ້ມີການເພີ່ມຂື້ນຢ່າງໄວ. ໃນໄລຍະບຸນກຸດຈີນ, ຈໍານວນໃນການນໍາໃຊ້ເອັບເຊົ່າລົດຫ່າໂລເພີ່ມໃກ້ມີ 4 ເທົ່າ, ຈໍານວນການນໍາໃຊ້ເອັບເຊົ່າກ້ອງຖ່າຍຮູບເພີ່ມໃກ້ມີ 1 ເທົ່າ; ຈໍານວນການຊອກຫາ"ສາກໄຟ""ເສົາສາກໄຟ"ດ້ວຍເອັບກໍ່ມີການເພີ່ມຂຶ້ນຢ່າງຫຼາຍ, ໄດ້ເພີ່ມຂຶ້ນ300% ແລະ 150%ທຽບໃສ່ໄລຍະດຽວກັນຕາມລັບ.

ໃນດ້ານການທ່ອງທ່ຽວຕ່າງປະເທດ, ຂໍ້ມູນຈາກເອັບAlipayສະແດງວ່າ, ຮົງກົງ ແລະ ມາເກົາຂອງຈີນສອງແຫ່ງແມ່ນສະຖານທີທ່ອງທ່ຽວທີ່ມີຄວາມນິຍົມທີ່ສຸດຕໍ່ນັກທ່ອງທ່ຽວບ່ອນກາງແຜ່ນດິນໃຫຍ່ .ໃນໄລຍະບຸນກຸດຈີນ, ຈໍານວນການບໍລິໂພກຢູ່ມາເກົາຂອງນັກທ່ອງທ່ຽວບ່ອນກາງແຜ່ນດິນໃຫຍ່ ເພີ່ມຂຶ້ນ1ເທົ່າທຽບໃສ່ໄລຍະດຽວກັນ,  ຈໍານວນການບໍລິໂພກຢູ່ຮົງກົງຂອງນັກທ່ອງທ່ຽວບ່ອນກາງແຜ່ນດິນໃຫຍ່ ເພີ່ມຂຶ້ນໃກ້ 70%ເມື່ອທຽບໃສ່ໄລຍະດຽວກັນ; ຈໍານວນການບໍລິໂພກຢູ່ບ່ອນກາງແຜ່ນດິນໃຫຍ່ ແລະ ມາເກົາຂອງຄົນຮົງກົງດ້ວຍກະເປົາເງິນເອເລັກໂຕຣນິກAlipayHKເພີ່ມຂຶ້ນ18ເທົ່າທຽບໃສ່ໄລຍະດຽວກັນ.


昆明信息港讯(昆明日报 记者李思凡)兔年春节,云南迎来旅游消费高峰。1月27日,支付宝发布数据显示,云南多个城市酒店消费增幅同比超过200%,4个州市成为最受欢迎的春节国内游目的地。    

兔年春节,居民消费热情加速回归。云南、西藏、广东、陕西、福建的热门旅游城市酒店消费增幅同比都超过200%。云南的西双版纳、大理、丽江、迪庆4个州市上榜最受欢迎的春节国内游目的地,支付宝消费金额同比增长超1倍。

受出游人数增加拉动,租车、租相机等租赁服务也出现较快增长。春节期间,哈啰租车支付宝小程序的客流量增长近4倍,租相机等小程序的客流量增长近1倍;“充电”“充电桩”的搜索量也大幅提升,同比分别增长300%和150%。

出境游方面,支付宝数据显示,中国香港、中国澳门是内地游客最青睐的出境游目的地。春节期间,内地游客在中国澳门的消费笔数同比翻倍,在中国香港的消费笔数增长近70%;香港市民在内地、澳门使用电子钱包AlipayHK的跨境消费笔数同比飙升18倍。


[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

01/30

11:29

ແບ່ງປັນ

ແປ
翻译