ມາຈາກ:ສະບາຍດີ
ງານວາງສະແດງຮູບແຕ້ມທິວທັດສະໄໝບູຮານຂອງຈີນ ໃນຫົວຂໍ້ “ບຸນກຸດຈີນທີ່ມ່ວນຊື່ນ” ແລະ “ທິວທັດທຳມະຊາດງາມປານຮູບແຕ້ມ” ໄດ້ຈັດຂຶ້ນໃນວັນທີ 6 ມັງກອນນີ້ ຢູ່ໃນສູນວັດທະນະທຳຈີນ ທີ່ນະຄອນຫຼວງວຽງຈັນ.
ການຈັດງານວາງສະແດງຄັ້ງນີ້ໄດ້ຮັບການຊີ້ນຳຈາກກະຊວງວັດທະນະທຳແລະທ່ອງທ່ຽວຂອງຈີນ, ເຈົ້າພາບຈັດງານແມ່ນສູນວັດທະນະທຳຈີນທີ່ນະຄອນຫຼວງວຽງຈັນ ແລະ ພະແນກວັດທະນະທຳແລະທ່ອງທ່ຽວແຂວງຫຼຽວໜິງຈີນ ແລະມີຫໍພິພິດທະພັນແຂວງຫຼຽວໜິງເປັນຜູ້ຊ່ວຍຈັດງານ. ໃນພິທີເປີດງານ, ບັນດາແຂກຮັບເຊີນໄດ້ເຂົ້າໄປຊົມຮູບແຕ້ມທິວທັດທຳມະຊາດທີ່ແຕ່ງແຕ້ມໃນສະໄໝລາຊະວົງໝິງ ແລະ ລາຊະວົງຊິ່ງ ທີ່ມີຮູບແບບແຕກຕ່າງກັນ ສະບັບກອບປີ້ 40.
ໃນພິທີເປີດງານວາງສະແດງດັ່ງກ່າວ, ຍັງຈັດໃຫ້ມີກິດຈະກຳສຳຜັດກັບວັດທະນະທຳຈີນຕ່າງໆ ເຊັ່ນ: ການສະແດງເຊີດສິງ, ເບິ່ງຮູບເງົາໂຄສະນາ “ຄວາມມ່ວນຊື່ນໃນຍາມບຸນກຸດຈີນ”, ການຂຽນໂຕໜັງສືຈີນ “ຝູ” ໝາຍຄວາມວ່າ “ຄວາມສຸກ” ແລະສົ່ງໃຫ້ຜູ້ເຂົ້າໄປຊົມ, ການຖ່າຍຮູບກັບເສື້ອຜ້າອາພອນດັ້ງເດີມແບບຈີນ ແລະອື່ນໆ. ກິດຈະກຳ “ບຸນກຸດຈີນທີ່ມ່ວນຊື່ນ” ຄັ້ງນີ້ດໍາເນີນໄປຈົນຮອດວັນທີ 21 ມັງກອນນີ້.
新华社万象1月7日电(记者章建华) 2023年“欢乐春节”暨“江山如画”中国古代山水画体验展6日在老挝首都万象老挝中国文化中心开幕。
此次活动由中国文化和旅游部指导,老挝中国文化中心与辽宁省文化和旅游厅主办、辽宁省博物馆协办。开幕式上,嘉宾们近距离观赏40幅风格各异的明清两代的立轴山水画(复制品)。
开幕式还设置舞狮表演、观看“欢乐春节”宣传片、新春送福字、中国传统服饰拍照打卡等文化体验活动。本届“欢乐春节”活动将持续到1月21日。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
01/09
23:26
— ແບ່ງປັນ —