ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສຸດໃຈ) ທາງລົດໄຟລາວ-ຈີນເລີ່ມຈາກນະຄອນຄຸນໝິງ, ແຂວງຢຸນນານ, ທາງທິດໃຕ້ຮອດນະຄອນຫຼວງວຽງຈັນ, ບ່ອນເຂດທີ່ຕາມເສັ້ນທາງນີ້ແມ່ນ ມີຊັບພະຍາກອນການທ່ອງທ່ຽວທີ່ອຸດົມສົມບູນທີ່ສຸດໃນໂລກ, ມີເຂດດິນຟ້າອາກາດທີ່ສົມບູນທີ່ສຸດ, ມີຊັບພະຍາກອນຊີວະນາໆພັນທີ່ອຸດົມສົມບູນທີ່ສຸດ, ມີມໍລະດົກໂລກທີ່ລວມສູນທີ່ສຸດ. ງານວາງສະແດງການທ່ອງທ່ຽວສາກົນຈີນໄດ້ຈັດກິດຈະກຳສົ່ງເສີມການທ່ອງທ່ຽວວັດທະນະທຳຈີນ-ລາວໃນວັນທີ 23 ຕຸລານີ້, ຈີນແລະລາວພ້ອມກັນສົ່ງເສີມຊັບພະຍາກອນການທ່ອງທ່ຽວວັດທະນະທຳທີ່ອຸດົມສົມບູນຕາມທາງລົດໄຟລາວ-ຈີນ.
ລາວແລະຈີນເປັນປະເທດບ້ານໃກ້ເຮືອນຄຽງທີ່ດີ,ຂະແໜງການທ່ອງທ່ຽວເປັນໜຶ່ງໃນຂົງເຂດທີ່ມີການເຄື່ອນໄຫວຫຼາຍທີ່ສຸດໃນການຮ່ວມມືລະຫວ່າງຈີນ-ລາວ.ທ່ານຈ່າງຊີຫຼົງຜູ້ລາດຕາເວນກວດກາລະດັບໜຶ່ງຂອງກົມແລກປ່ຽນແລະຮ່ວມມືສາກົນກະຊວງວັດທະນະທຳແລະການທ່ອງທ່ຽວຈີນກ່າວວ່າ,ສະຖານທີ່ທ່ອງທ່ຽວຕ່າງໆຄືວຽງຈັນ,ວັງວຽງ,ຫຼວງພະບາງແລະສະຖານທີ່ທ່ອງທ່ຽວອື່ນໆຂອງປະເທດລາວໄດ້ຮັບຄວາມນິຍົມຊົມຊອບຈາກນັກທ່ອງທ່ຽວຈີນ,ທິວທັດທີ່ສວຍງາມແລະວັດທະນະທຳປະຫວັດສາດອັນເລິກເຊິ່ງຂອງຈີນກໍໄດ້ດຶງດູດນັກທ່ອງທ່ຽວລາວ,ຫວັງວ່າຂະແໜງການທ່ອງທ່ຽວລາວ-ຈີນຈະລົງເລິກການເຊື່ອມໂຍງແລະປະດິດສ້າງໃໝ່ຂອງ“ທາງລົດໄຟ+ການທ່ອງທ່ຽວ”,ຮ່ວມກັນສ້າງຍີ່ຫໍ້ການທ່ອງທ່ຽວ,ຂຸດຄົ້ນກຳລັງແຮງໃໝ່ແຫ່ງການພັດທະນາອຸດສາຫະກຳ.
ຖ້າຊັບພະຍາກອນວັດທະນະທຳແລະ ການທ່ອງທ່ຽວຕາມທາງລົດໄຟລາວ-ຈີນເຊິ່່ງມີລັກສະນະສີສັນພິເສດທີ່ແຕກຕ່າງກັນ ແລະ ມີຄວາມຫມາຍທີ່ອຸດົມສົມບູນຖືກ ປຽບທຽບກັບແກ້ວປະເສີດ, ທາງລົດໄຟຈີນ-ລາວແມ່ນ"ເສັ້ນໄໝເງິນ" ທີ່ເຊື່ອມຕໍ່"ແກ້ວປະເສີດ" ເຫຼົ່ານີ້.ທ່ານກ່ອງຊີ່ນ, ຮອງຜູ້ອຳນວຍການຂອງບໍລິສັດ ບໍລິສັດທາງລົດໄຟຈີນສຳນັກງານຄຸນໝິງຈຳກັດກ່າວວ່າ, ເສັ້ນທາງລົດໄຟລາວ-ຈີນມີຄວາມຍາວທັງໝົດ 1035 ກິໂລແມັດ, ມີຊັບພະຍາກອນການທ່ອງທ່ຽວແລະວັດທະນະທຳທີ່ເປັນເອກະລັກແລະມີສີສັນຫຼາກຫຼາຍເຊິ່ງບໍ່ພຽງແຕ່ສະແດງໃຫ້ເຫັນສະເໜ່ທີ່ລຶກລັບແລະສວຍງາມຂອງໂລກເທົ່ານັ້ນ, ແຕ່ຍັງນຳເອົາຊັບພະຍາກອນທີ່ຂາດບໍ່ໄດ້ມາສູ່ການພັດທະນາການທ່ອງທ່ຽວດ້ານວັດທະນະທຳ.
ຫົວໜ້າກົມໂຄສະນາການທ່ອງທ່ຽວຂອງກະຊວງຖະແຫລງຂ່າວ,ວັດທະນະທໍາແລະທ່ອງທ່ຽວລາວໄດ້ກ່າວທາງວີດີໂອວ່າ,ທາງລົດໄຟລາວ-ຈີນຈະສ້າງເງື່ອນໄຂທີ່ດີໃຫ້ແກ່ນັກທ່ອງທ່ຽວຈີນມາທ່ຽວລາວ,ຈຳນວນຄົນທີ່ເດີນທາງຈາກປະເທດຈີນໄປລາວຈະເພີ່ມຂຶ້ນ, “ພວກເຮົາເຊື່ອວ່າມີຄວາມຈຳເປັນທີ່ເພີ່ມທະວີການຮ່ວມມືລະຫວ່າງຂະແໜງການທ່ອງທ່ຽວລາວແລະຈີນ, ສືບຕໍ່ເພີ່ມທະວີການໂຄສະນາການທ່ອງທ່ຽວ, ຝຶກອົບຮົມທີມງານຜູ້ນຳທ່ຽວຜູ້ຮຽນຮູ້ພາສາຈີນທີ່ມີຄຸນນະພາບສູງ, ແລະໃຫ້ບໍລິການທີ່ເໝາະສົມກັບການເພີ່ມຂື້ນຂອງນັກທ່ອງທ່ຽວໃນອະນາຄົດ.”
ປະເທດລາວລາວມີປະຫວັດສາດ ແລະ ວັດທະນະທຳອັນດີງາມແລະມີພູມສັນຖານທຳມະຊາດທີ່ສວຍງາມເຊັ່ນ: ເມືອງຫຼວງພະບາງເປັນເມືອງທ່ອງທ່ຽວທີ່ມີຊື່ສຽງໃນໂລກ, ທົ່ງໄຫຫີນມໍລະດົກໂລກ. ທ່ານກົງສຸນໃຫຍ່ຂອງສະຖານກົງສຸນໃຫຍ່ລາວປະຈຳຄຸນໝິງກ່າວວ່າ,ນັບຕັ້ງແຕ່ເປີດທາງລົດໄຟລາວ-ຈີນ, ນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດໄດ້ຂີ່ລົດໄຟໄປທ່ຽວຕາມເສັ້ນທາງຢ່າງສະດວກກວ່າ."ປັດຈຸບັນ, ຂະແໜງການທ່ອງທ່ຽວຂອງລາວກຳລັງຟື້ນຟູຄືນໃໝ່ໂດຍອີງໃສ່ທາງລົດໄຟລາວ-ຈີນ, ພ້ອມດຽວກັນນັ້ນໃຫ້ພັກນັກງານໃນຂະແໜງການທ່ອງທ່ຽວລາວກັບຄືນຕຳແໜ່ງ."
中老铁路北起中国云南昆明,南至老挝首都万象,这条大动脉沿线是世界上旅游资源最丰富、气候带最完整、物种资源最富集、世界遗产最集中的区域之一。中国国际旅游交易会23日举行中老文化旅游专题推介活动,中国与老挝两国联合力推中老铁路沿线丰富的文化旅游资源。
中国与老挝是山水相连的友好邻邦,旅游业历来是中老合作中最为活跃的领域之一。中国文化和旅游部国际交流与合作局一级巡视员张西龙说,老挝万象、万荣、琅勃拉邦等旅游胜地深受中国游客欢迎,中国的美景风光和深厚历史文化也深深吸引着老挝游客,期待中老旅游界深化“铁路+旅游”融合创新,共同打造旅游品牌,挖掘产业发展新动能。
如果把中老铁路沿线特色各异、内涵丰富的文旅资源比喻为一个个珍珠宝石,中老铁路就是串联起这些“奇珍异宝”的“银丝线”。中国铁路昆明局集团有限公司副总经理龚昕介绍说,中老铁路线路全长1035公里,沿线拥有别具一格、丰富多彩的旅游资源和人文风情,既为世界展现了神秘美丽的魅力,也为文旅开发带来了不可或缺的富矿。
老挝新闻文化旅游部旅游宣传司司长通过视频致辞时表示,老中铁路建成通车将给中国游客赴老挝旅游提供良好条件,从中国到老挝旅游的人数将会日益增多,“我们认为有必要加强老中两国旅游部门之间的合作,继续加大旅游宣传力度,高质量培养懂中文的导游队伍,为未来游客的不断增加,提供与之相适应的服务。”
“老挝有着厚重的历史文化和美丽的自然景观,比如世界旅游名城琅勃拉邦、世界遗产石缸平原等。”老挝驻昆明总领事馆副总领事介绍说,自老中铁路开通后,老挝境内外的游客搭乘火车更便捷地在沿线旅游,“当前,老挝的旅游业正在依托老中铁路慢慢恢复生机,同时让老挝旅游从业者回归岗位。”(中新社 记者缪超 韩帅南)
ຈໍານວນຂອງຊ້າງປ່າອາຊີໃນແຂວງຢຸນນານເພີ່ມຂຶ້ນປະມານ 360 ໂຕ
ສະບາຍດີ2022-07-25
ຄຸນະພາບແລະປະສິດທິພາບຂອງເສດຖະກິດອຸດສາຫະກຳໃນແຂວງຢຸນນານໄດ້ຍົກສູງຮ່ວມກັນ
ສະບາຍດີ2022-07-21
ເຂດການຄ້າເສລີພາກພື້ນນະຄອນຄຸນໝິງ ສະໜັບສະໜູນ ການພັດທະນາເສດຖະກິດແບບດິຈິຕອນ ດ້ວຍເງິນແທ້ຈິງ
ສະບາຍດີ2022-07-21
ຫໍພິພິທະພັນຄຳພີບູຮານຂັ້ນແຂວງແຫ່ງທີ່ສາມພາຍໃນປະເທດຈີນໄດ້ເປີດບໍລິການຢ່າງເປັນທາງຫານ
ສະບາຍດີ2022-07-19
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
07/25
15:47
— ແບ່ງປັນ —