ມະຫາວິທະຍາໄລຂອງແຂວງຢຸນນານໄດ້ເຊັນສັນຍາຮ່ວມມືດ້ານການສຶກສາ 10 ແຫ່ງ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວຄຳປະເສີດ)ເວທີປາໄສຄຸນໝິງກ່ຽວກັບການຮ່ວມມືດ້ານການສຶກສາອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ຄັ້ງທີ 5 ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງແຂວງຢຸນນານໃນວັນທີ 21.ເວທີປາໄສຄັ້ງນີ້ໄດ້ເປີດເຜີຍ "ຂໍ້ສະເໜີຂອງເວທີປາໄສຄຸນໝິງກ່ຽວກັບການຮ່ວມມືດ້ານການສຶກສາອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ຄັ້ງທີ 5 " , ຊຸກຍູ້ໃຫ້ມະຫາວິທະຍາໄລຂອງແຂວງຢຸນນານລົງນາມໃນສັນຍາຮ່ວມມືດ້ານການສຶກສາ 10 ສະບັບກັບມະຫາວິທະຍາໄລຂອງປະເທດອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້.

ໃນວັນດຽວກັນ,ນັກຊ່ຽວຊານ ແລະ ນັກວິຊາການ 200 ກວ່າຄົນຈາກ 13 ພາກສ່ວນການສຶກສາແຫ່ງຊາດ ແລະ ມະຫາວິທະຍາໄລໄດ້ສົມທົບກັນຈັດຕັ້ງບັນດາວິທີທາງອອນໄລນ໌ແລະອອບໄລນ໌,ດຳເນີນການແລກປ່ຽນ ແລະ ປຶກສາຫາລືກ່ຽວກັບທິດທາງໃໝ່ ແລະ ຮູບແບບໃໝ່ຂອງການແລກປ່ຽນ ແລະ ການຮ່ວມມືດ້ານການສຶກສາສາກົນ,ພ້ອມທັງເພີ່ມທະວີການຮ່ຳຮຽນ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ການເຊື່ອມໂຍງຂອງປະຊາຊົນໃນພາກພື້ນ.

ກອງປະຊຸມຍັງໄດ້ຊຸກຍູ້ໃຫ້ມະຫາວິທະຍາໄລຂອງແຂວງຢຸນນານລົງນາມໃນສັນຍາຮ່ວມມືດ້ານການສຶກສາ 10 ແຫ່ງກັບມະຫາວິທະຍາໄລໃນອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້.ຂົງເຂດການຮ່ວມມືລວມການຮ່ວມມືລະຫວ່າງກະຊວງ-ແຂວງ,ການສຶກສາສາກົນພາສາຈີນ,ການຮ່ວມມືດ້ານສຶກສາການແພດ,ການຮ່ວມມືດ້ານສຶກສາກະສິກຳ ແລະ ການຮ່ວມມືດ້ານສຶກສາການຂົນສົ່ງແລະອື່ນໆ.ວິທະຍາໄລວິຊາຊີບການຂົນສົ່ງຢຸນນານແລະວິທະຍາໄລການສ້າງຄູຢຸນຮວາປະເທດມຽນມາໄດ້ຮ່ວມກັນສ້າງຕັ້ງ "ສະມາຄົມການສຶກສາວິຊາຊີບການຂົນສົ່ງອາຊີໃຕ້-ອາຊີຕາເວັນອອກສຽງໃຕ້"ໃນກອງປະຊຸມຄັ້ງນີ້.

ມີລາຍງານວ່າ,ພະແນກສຶກສາແຂວງຢຸນນານໄດ້ຈັດເວທີປາໄສການຮ່ວມມືດ້ານການສຶກສາອາຊີໃຕ້ແລະອາຊີຕາເວັນອອກສຽງໃຕ້ຢູ່ນະຄອນຄຸນໝິງແຕ່ປີ 2018 ເປັນຕົ້ນມາ.  ເວທີປາໄສທັງ4ຄັ້ງທີ່ຜ່ານມາໄດ້ຊຸກຍູ້ການລົງນາມໃນສັນຍາຮ່ວມມືດ້ານການສຶກສາ 32 ສະບັບ ແລະ ສະໜັບສະໜູນມະຫາວິທະຍາໄລຂອງແຂວງຢຸນນານສ້າງ 6 ສະມາຄົມການຮ່ວມມືດ້ານການສຶກສາຂອງປະເທດອາຊີໃຕ້ແລະອາຊີຕາເວັນອອກສຽງໃຕ້.

(昆明信息港综合整理)第五届南亚东南亚教育合作昆明论坛21日在云南省昆明市举行。此次论坛发布了《第五届南亚东南亚教育合作昆明论坛倡议书》,并推动云南高校与南亚东南亚国家高校签订10个教育合作协议。

当日,来自13个国家教育部门及高校的200余位专家学者通过线上线下结合的方式,就教育国际交流合作的新方向、新模式,以及加强区域教育互学互鉴与民心相通相融等开展交流研讨。

此次论坛还推动云南高校与南亚东南亚国家多所高校签订10个教育合作协议,合作领域涉及部省合作、汉语国际教育、医学教育合作、农业教育合作、交通运输领域职业教育合作等。在论坛上,云南交通运输职业学院与缅甸云华师范学院合作成立“南亚东南亚交通职业教育联盟”。

据悉,云南省教育厅自2018年起举办南亚东南亚教育合作昆明论坛,此前四届论坛已推动各方签署教育合作协议32个,支持云南高校建设面向南亚东南亚国家的教育合作联盟6个。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

11/25

17:01

ແບ່ງປັນ

ແປ
翻译