ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສຸດໃຈ)ໃນວັນທີ 13 ເດືອນພະຈິກນີ້, ກິດຈະກຳພິເສດກ່ຽວກັບການຮ່ວມມືດ້ານບຸກຄະລາກອນພາຍໃຕ້ຂອບ "ໜຶ່ງແລວທາງໜຶ່ງເສັ້ນທາງ" ກອງປະຊຸມແລກປ່ຽນບຸກຄະລາກອນສາກົນຢຸນນານຄັ້ງທີ 6 ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ.
ໃນກິດຈະກຳດັ່ງກ່າວ, ຜູ້ຊ່ຽວຊານ ກັບ ຜູ້ຕາງໜ້າຂອງບຸກຄະລາກອນດ້ານວິຊາຊີບທັງພາຍໃນ ແລະ ຕ່າງປະເທດໄດ້ແລກປ່ຽນ ແລະ ແບ່ງປັນຫົວຂໍ້ກ່ຽວກັບການຮ່ວມມືສາກົນດ້ານຊັບພະຍາກອນມະນຸດ, ການດຶງດູດບຸກຄະລາກອນສາກົນລະດັບສູງຂອງແຂວງຢຸນນານ. ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງມະຫາວິທະຍາໄລຊົນເຜົ່າຢຸນນານໄດ້ແນະນໍາສະມາຄົມອາຊີວະສຶກສາລ້ານຊ້າງ-ແມ່ນໍ້າຂອງ, ຜູ້ຕາງໜ້າຈາກວິທະຍາໄລເຕັກນິກວິຊາຊີບທາງລົດໄຟລາວ ໄດ້ແນະນໍາສະພາບການກ່ຽວກັບວິທະຍາໄລເຕັກນິກວິຊາຊີບທາງລົດໄຟຄຸນໝິງໄດ້ຊ່ວຍຝຶກອົບຮົມອາຈານໃຫ້ແກ່ວິທະຍາໄລເຕັກນິກວິຊາຊີບທາງລົດໄຟລາວ, ອົງການບໍລິການຊັບພະຍາກອນມະນຸດຫຼາຍແຫ່ງໄດ້ດຳເນີນໂຄງການບໍລິການຊັບພະຍາກອນມະນຸດແບບສາກົນ.
ມື້ດຽວກັນ, ຍັງໄດ້ຈັດພິທີມອບປ້າຍໃຫ້ສວນຂະແໜການບໍລິການດ້ານຊັບພະຍາກອນມະນຸດສາກົນຂັ້ນແຂວງແລະພິທີມອບປ້າຍໃຫ້ສວນສ້າງທຸລະກິດສຳລັບນັກສືກສາຕ່າງປະເທດຮຽນຢູ່ຄຸນໝິງ, ໄດ້ລົງນາມ 8 ໂຄງການຮ່ວມມືສາກົນ. ຢູ່ພາກສະໜາມຍັງສະແດງຜົນສຳເລັດຂອງການພັດທະນາດ້ານເຕັກນິກວິຊາສະເພາະ ແລະ ບຸກຄະລາກອຍເຕັກນິດສູງຂອງແຂວງຢຸນນານ.
ກິດຈະກຳດັ່ງກ່າວໄດ້ຈັດຕັ້ງປະຕິບັດຫຼັກໂດຍພະແນກຊັບພະຍາກອນມະນຸດ ແລະ ສະຫວັດດີການສັງຄົມແຂວງຢຸນນານ, ຈັດຕັ້ງປະຕິບັດຮ່ວມໂດຍພະແນກການສຶກສາແຂວງຢຸນນານ, ຫ້ອງການພົວພັນຕ່າງປະເທດ ອຳນາດການປົກຄອງແຂວງຢຸນນານ, ຈັດຂື້ນຜ່ານທາງອອນໄລນ໌ແລະອອຟໄລ.ຈຸດປະສົງຂອງກິດຈະກຳແມ່ນຜັນຂະຫຍາຍການແລກປ່ຽນລະຫວ່າງແຂວງຢຸນນານກັບບັນດາປະເທດອາຊີໃຕ້ແລະອາຊີຕາເວັນອອກສ່ຽງໃຕ້, ສ້າງເວທີແລກການຮ່ວມມືປ່ຽນໃນພາກພື້ນຢ່າງຕັ້ງໜ້າເພື່ອສະໜອງບໍລິການໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງພາກພື້ນ.
ຜູ້ຕາງໜ້າຂອງອົງການແຮງງານສາກົນ ແລະ ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຈາກກົມການຮ່ວມມືສາກົນ ກະຊວງຊັບພະຍາກອນມະນຸດ ແລະ ສະຫວັດດີການສັງຄົມ ໄດ້ເຂົ້າຮ່ວມກິດຈະກຳດັ່ງກ່າວທາງອອນລາຍ ແລະ ກ່າວຄຳປາໄສ. ທ່ານ Faizal Shani ກົງສຸນໃຫຍ່ມາເລເຊຍປະຈຳນະຄອນຄຸນໝິງໄດ້ເຂົ້າຮ່ວມກິດຈະກຳແລະກ່າວຄຳປາໄສຢູ່ນະຄອນຄຸນໝິງ. ທ່ານ U Thaw Tar Aung ກົງສຸນໃຫຍ່ມຽນມາ ປະຈໍາ ນະຄອນຄຸນໝິງ ໄດ້ເຂົ້າຮ່ວມກິດຈະກຳຄັ້ງນີ້ຢູ່ນະຄອນຄຸນໝິງ.
昆明信息港讯(昆明日报 记者刘子语 黄议娴) 11月13日,第六届云南国际人才交流会“一带一路”框架下人才协作专场活动在昆明举办。
活动中,国内外专家和专业人才代表围绕人力资源国际合作、云南吸引高层次国际人才等话题进行了交流分享。云南民族大学相关负责人就澜湄职业教育联盟作推介,老挝铁道职业技术学院代表介绍了昆明铁道职业技术学院为老挝铁道职业技术学院培养师资的情况,多家人力资源服务机构开展了国际化人力资源服务项目。
当天活动上还举行了省级国际人力资源服务产业园授牌仪式、中国昆明留学人员创业园授牌仪式,8个国际合作项目进行了签约。现场还展示了云南专业技术和高技能人才发展成果。
本次活动由省人力资源和社会保障厅主办,省教育厅、省人民政府外事办公室协办,以线上线下相结合的方式举办。活动的目的是拓展云南与南亚东南亚国家的交流,积极搭建区域人才交流合作平台,服务区域经济社会发展。
国际劳工组织代表、人力资源和社会保障部国际合作司相关负责人线上出席活动并致辞。马来西亚驻昆明总领事法依萨在昆明出席活动并致辞。缅甸驻昆明总领事吴多达昂在昆明出席活动。
ອັດຕາແລກປ່ຽນໃນມື້ນີ້:
1CNY = 2983.4 LAK
— 2022 —
11/15
00:00
— ແບ່ງປັນ —