ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວຄຳປະເສີດ)ວັນທີ 22 ສິງຫາ,ກົມນິເວດ ແລະ ສິ່ງແວດລ້ອມນະຄອນຄຸນໝິງ ແລະ ກົມນິເວດ ແລະ ສິ່ງແວດລ້ອມກິ່ງແຂວງປົກຄອງຕົນເອງຊົນເຜົ່າໄຕ ສິບສອງພັນນາໄດ້ລົງນາມໃນ “ແຜນການສະເພາະການມອບວຽກງານນິເວດ ແລະ ສິ່ງແວດລ້ອມຂອງບ້ານບໍ່ຫານ”.
ອີງຕາມ "ແຜນການລວມນະຄອນຄຸນໝິງຄຸ້ມຄອງບ້ານບໍ່ຫານຂອງກິ່ງແຂວງປົກຄອງຕົນເອງຊົນເຜົ່າໄຕ ສິບສອງພັນນາ ແລະ ຮ່ວມກັນສ້າງເມືອງດ່ານສາກົນ",ສອງຝ່າຍໄດ້ເກັບເອກະສານນລະອຽດກ່ຽວກັບບ້ານບໍ່ຫານເມືອງນ້າກິ່ງແຂວງປົກຄອງຕົນເອງຊົນເຜົ່າໄຕ ສິບສອງພັນນາປະກອບມີເລື່ອງທີ່ກ່ຽວຂ້ອງເຖິງມອບວຽກງານຄຸ້ມຄອງວຽກງານສິ່ງແວດລ້ອມນິເວດຢູ່ເຂດຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັ່ນ (ເຂດຈີນ),ບັນຊີລາຍຊື່ຄວາມຮັບຜິດຊອບຂອງທັງສອງຝ່າຍ.ພາຍຫຼັງການປຶກສາຫາລືຫຼາຍຄັ້ງ,ແຜນການສະເພາະກ່ຽວກັບການມອບໄດ້ຖືກສ້າງຕັ້ງຂຶ້ນ.
ນະຄອນຄຸນໝິງຈະລວມເອົາວຽກງານປົກປັກຮັກສານິເວດ ແລະ ສິ່ງແວດລ້ອມບ້ານບໍ່ຫານເຂົ້າໃນວຽກງານປົກປັກຮັກສາສິ່ງແວດລ້ອມຂອງເມືອງ.ສຳຫຼວດການສ້າງຕັ້ງປ່ອງຢ້ຽມປົກປ້ອງສິ່ງແວດລ້ອມລະບົບນິເວດຂອງ ບ້ານບໍ່ຫານ,ບູລະນະການສ້າງຕັ້ງອົງການຈັດຕັ້ງໃຫ້ເປັນຍອດດີ,ເພີ່ນທະວີຄວາມປອດໄພທາງດ້ານການເງິນແລະອຸປະກອນແລະຄົນ,ການກະກຽມແຜນການປົກປັກຮັກສາລະບົບນິເວດ ແລະ ສິ່ງແວດລ້ອມຢ່າງສົມເຫດສົມຜົນ,ສຸມໃສ່ເພີ່ມທະວີການປ້ອງກັນ ແລະ ຄວບຄຸມມົນລະພິດໃນຂົງເຂດສຳຄັນເຊັ່ນ: ອາກາດ, ນ້ຳ, ແລະ ສິ່ງເສດເຫຼືອທາງການແພດ,ປະຕິບັດການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ອະນຸມັດໂຄງການກໍ່ສ້າງບ້ານບໍ່ຫານຢ່າງທັນການ,ຍູ້ແຮງການລົງລາຍຊື່, ຫັນເປັນປົກກະຕິ ແລະ ເລັ່ງລັດວຽກງານກວດກາຕ່າງໆ.
ການລົງນາມຄັ້ງນີ້ແມ່ນການເລີ່ມຕົ້ນຢ່າງເປັນທາງການຂອງການເຂົ້າຮ່ວມວຽກງານປົກປັກຮັກສານິເວດແລະສິ່ງແວດລ້ອມຂອງບ້ານບໍ່ຫານ,ສອງຝ່າຍຈະຮ່ວມກັນສ້າງບ້ານບໍ່ຫານໃຫ້ເປັນດ່ານສາກົນ ແລະ ເຮັດວຽກງານຄຸ້ມຄອງສິ່ງແວດລ້ອມນິເວດຂອງບ້ານບໍ່ຫານດ້ວຍມາດຕະຖານສູງ.ນະຄອນຄຸນໝິງ ຈະຖືເອົາການລົງນາມຄັ້ງນີ້ ເປັນກາລະໂອກາດ ແລະ ຖືບໍ່ຫານເປັນຂົວເຊື່ອມຕໍ່ ແລະ ຮັດແໜ້ນການພົວພັນຮ່ວມມືຍຸດທະສາດກັບ ສິບສອງພັນນາ ດ້ານນິເວດວິທະຍາ ແລະ ສິ່ງແວດລ້ອມ ຢ່າງມີປະສິດທິຜົນ.
8月22日,昆明市生态环境局与西双版纳傣族自治州生态环境局签署《关于磨憨镇生态环境工作托管移交具体方案》。
按照《昆明市托管西双版纳州磨憨镇共同建设国际口岸城市总体方案》,双方就西双版纳州勐腊县磨憨镇,包含中国老挝磨憨—磨丁经济合作区(中方区域)的生态环境工作托管事务移交的相关事宜,双方的职责清单和权责清单进行了详细梳理,并经多次协商制定了移交具体方案。
昆明市将把磨憨镇生态环境保护工作纳入全市环保工作一盘棋,探索设置磨憨生态环境保护窗口,优化机构设置、加强人、财、物保障,科学编制生态环境保护规划,着力加强大气、水、医废等重点领域污染防治,立即开展磨憨镇建设项目环境影响评价审批,切实推动各项托管工作清单化、正常化、快速化。
此次签约标志着昆明市托管磨憨镇生态环境保护工作正式启动,双方将从共同建设磨憨国际口岸城市的大局出发,高标准做好磨憨镇的生态环境托管工作。昆明市将以此次签约为契机,以磨憨为桥梁和纽带,切实加强与西双版纳州在生态环境保护方面的战略合作。(云南日报 记者王琼梅)
ແຂວງຢຸນນານໄດ້ກໍ່ສ້າງສູນການແຜ່ລັດສະໝີ ແລະ ສົ່ງປະສິດທິຜົນຕໍ່ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ຢ່າງມີຜົນສຳເລັດ
ສະບາຍດີ2022-08-19
ແຂວງຢຸນນານ: ການເຊື່ອມໂຍງຢ່າງເລິກເຊິ່ງຂອງພະລັງງານສີຂຽວແລະການຜະລິດທີ່ກ້າວໜ້າ
ສະບາຍດີ2022-08-19
ແຂວງຢຸນນານສ້າງເຂດສາທິດການທ່ອງທ່ຽວອາລະຍະທຳຢ່າງຕັ້ງໜ້າ
ສະບາຍດີ2022-08-18
ນະວັດຕະກຳໃຫມ່ໃນການກໍ່ສ້າງເຂດພັດທະນາເສດທະກິດຄຸນໝິງໄດ້ຮັບຜົນສຳເລັດ ແລະ ໄດ້ຮັບໝາກຜົນອັນໃຫຍ່ຫຼວງ!
ສະບາຍດີ2022-08-16
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
08/24
16:08
— ແບ່ງປັນ —