ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວຄຳປະເສີດ)ປີ 2022 ແມ່ນປີສຳຄັນຂອງແຂວງຢຸນນານໃນການປະຕິບັດແຜນການເຄື່ອນໄຫວສາມປີຂອງ "ການເຄື່ອນໄຫວຂອງເມກທີ່ມີສີສັນ"ເພື່ອການທ່ອງທ່ຽວອາລະຍະທຳ.ຕາມຂໍ້ມູນຈາກພະແນກວັດທະນະທຳແລະທ່ອງທ່ຽວແຂວງຢຸນນານ,ໃນປະຈຸບັນນີ້,ແຂວງຢຸນນານດຳເນີນການກໍ່ສ້າງເຂດສາທິດການທ່ອງທ່ຽວອາລະຍະທຳ ແລະ ຫົວໜ່ວຍສາທິດການທ່ອງທ່ຽວອາລະຍະທຳ,ຍູ້ແຮງການຍົກສູງຄຸນນະພາບການບໍລິການ ແລະ ອາລະຍະທໍາໃນອຸດສາຫະກໍາການທ່ອງທ່ຽວວັດທະນະທໍາຂອງແຂວງຢ່າງຮອບດ້ານ,ຊຸກຍູ້ການພັດທະນາອຸດສາຫະກໍາການທ່ອງທ່ຽວ ແລະ ວັດທະນະທຳທີ່ມີຄຸນນະພາບສູງ.
ອີງຕາມ "ແຜນການ 3 ປີແຫ່ງ "ການເຄື່ອນໄຫວຂອງເມກທີ່ມີສີສັນ" ໃນການກໍ່ສ້າງອຸດສາຫະກໍາການວັດທະນະທຳ ແລະ ການທ່ອງທ່ຽວແຂວງຢຸນນານ (2021-2023),ຮອດປີ 2023,ແຂວງຢຸນນານຈະສ້າງເຂດສາທິດການທ່ອງທ່ຽວອາລະຍະທຳຂັ້ນແຂວງ 20 ແຫ່ງ,ແຕ່ລະຫົວໜ່ວຍສາທິດການທ່ອງທ່ຽວອາລະຍະທຳຂັ້ນແຂວງ 100 ແຫ່ງຈະສ້າງຢູ່ບໍລິສັດທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວ,ບໍລິສັດຂົນສົ່ງການທ່ອງທ່ຽວ,ສະຖານທີ່ທຸລະກິດວັດທະນະທໍາ.ແຕ່ລະຫົວໜ່ວຍສາທິດການທ່ອງທ່ຽວອາລະຍະທຳຂັ້ນແຂວງ 300 ແຫ່ງຈະສ້າງຢູ່ໂຮງແຮມທ່ອງທ່ຽວ,ການຈັດລ້ຽງທີ່ກ່ຽວຂ້ອງກັບການທ່ອງທ່ຽວ ແລະ ວິສາຫະກິດທຸລະກິດສິນຄ້າການທ່ອງທ່ຽວ.ໃນປະຈຸບັນນີ້,ເຂດທັດສະນີຍະພາບປ່າຫີນນະຄອນຄຸນໝິງ ແລະ ເຂດທັດສະນີຍະພາບພູຫິມະ ຢຸ້ດລົງ ນະຄອນລີຈຽງໄດ້ຮັບການສ້າງຕັ້ງເປັນຫົວໜ່ວຍສາທິດການທ່ອງທ່ຽວອາລະຍະທຳຂັ້ນຊາດ.14 ຫົວໜ່ວຍລວມທັງໂຮງແຮມ ເຈີຫູ ນະຄອນຄຸນໝິງ ແລະ ເຂດທັດສະນີຍະພາບ ຫົກຊານເຮີໄຫ ເມືອງເຕັນໂຈ່ວໄດ້ຮັບການສ້າງຕັ້ງເປັນຫົວໜ່ວຍສາທິດການທ່ອງທ່ຽວອາລະຍະທຳຂັ້ນແຂວງ.
ພ້ອມການນີ້,ແຂວງຢຸນນານຍັງໄດ້ເພີ່ມທະວີວຽກງານໂຄສະນາ,ຈັດຕັ້ງປະຕິບັດ ແລະ ສຶກສາ ແລະ ຝຶກອົບ ຮົມບັນດາບັນທັດຖານທຸລະກິດອາລະຍະທຳຢູ່ບໍລິສັດທ່ອງທ່ຽວ,ສະຖານທີ່ທ່ອງທ່ຽວ, ສິນຄ້າທີ່ກ່ຽວຂ້ອງກັບການເດີນທາງ,ທີ່ພັກການທ່ອງທ່ຽວ,ການທ່ອງທ່ຽວກ່ຽວຂ້ອງອາຫານ, ການຂົນສົ່ງການທ່ອງທ່ຽວ ແລະ ອຸດສາຫະກຳອື່ນໆ.ປັບປຸງຄຸນນະພາບອາລະຍະທຳ ແລະ ທັກສະທຸລະກິດຂອງພະນັກງານບໍລິການຢ່າງຮອບດ້ານ,ດ້ວຍຫົວຂໍ້ວ່າ: "ທ່ອງທ່ຽວຢຸນນານດ້ວຍຈິດໃຈທີ່ສວຍງາມ",ດຳເນີນວຽກງານໂຄສະນາກໍ່ສ້າງອາລະຍະທຳອຸດສາຫະກຳ ແລະ ການບໍລິການອາສາສະໝັກຢູ່ບັນດາຈຸດຊົມວິວ,ເຂດອຸດສາຫະກຳ,ສະໜາມບິນ, ສະຖານີລົດໄຟ ແລະ ເຂດເຕົ້າໂຮມນັກທ່ອງທ່ຽວອື່ນໆ.ປະສົມປະສານແນວຄວາມຄິດຂອງອາລະຍະທໍາເຂົ້າໃນວຽກງານປະຈໍາວັນຂອງຜູ້ປະຕິບັດແລະເຂົ້າໄປໃນຊີວິດປະຈໍາວັນຂອງນັກທ່ອງທ່ຽວ, ເພື່ອໃຫ້ອາລະຍະທໍາໄດ້ຖືກນໍາໃຊ້ທຸກໆມື້ໂດຍບໍ່ຮູ້ຕົວ.ແຂວງຢຸນນານຈະສືບຕໍ່ເຮັດວຽກງານກໍ່ສ້າງອາລະຍະທຳອຸດສາຫະກຳ ແລະນຳໃຊ້"ເຄື່ອນໄຫວນ້ອຍໆ"ເພື່ອສົ່ງເສີມ"ອາລະຍະທຳໃຫຍ່",ແນະນຳບັນດາຂະແໜງອຸດສາຫະກຳ,ວິສາຫະກິດ ແລະ ນັກທ່ອງທ່ຽວເຂົ້າຮ່ວມ “ການເຄື່ອນໄຫວຂອງເມກທີ່ມີສີສັນ” ເພື່ອແນໃສ່ຊຸກຍູ້ການພັດທະນາໃຫ້ມີສຸຂະພາບແຂງແຮງ ແລະ ຄຸນນະພາບສູງຂອງຂະແໜງທ່ອງທ່ຽວ ແລະ ວັດທະນະທຳ.
昆明信息港讯(昆明日报记者 李思凡)2022年是云南实施文明旅游“彩云行动”三年行动计划的关键一年。来自云南省文化和旅游厅的信息显示,目前,全省正开展文明旅游示范区、文明旅游示范单位建设活动,全面促进全省文旅行业文明程度、服务质量提档升级,推动旅游文化业健康发展、高质量发展。
根据《云南省文化和旅游行业文明建设“彩云行动”三年计划(2021—2023年)》,到2023年,全省将建设省级文明旅游示范区20个,在旅行社、旅游景区、旅游运输公司、文化经营场所建设省级文明旅游示范单位各100家,在旅游住宿、涉旅餐饮、涉旅商品经营企业建设省级文明旅游示范单位各300家。目前,昆明石林风景区、丽江玉龙雪山景区已创建成为国家级文明旅游示范单位,昆明翠湖宾馆、腾冲火山热海景区等14家单位创建成为省级文明旅游示范单位。
同时,全省还强化旅行社、旅游景区、涉旅商品、旅游住宿、涉旅餐饮、旅游运输等行业文明从业规范的宣贯实施与教育培训,全面提升从人员文明素养和业务技能;以“美好心境游云南”为主题,在景区、商业街区、机场、火车站等游客聚集区开展行业文明建设宣传和志愿服务活动,将文明理念融入从业人员日常工作,融入游客日常生活,让文明“日用而不觉”。云南省将继续抓实抓好行业文明建设工作,用“小行动”带动“大文明”,引导行业、企业、游客共同参与到“彩云行动”中,助推旅游文化业健康发展、高质量发展。
ດ່ານພາສີຄຸນໝິງສະໜັບສະໜູນການພັດທະນາວິສາຫະກິດດອກໄມ້ແຂວງຢຸນນານຢ່າງເຕັມສ່ວນ
ສະບາຍດີ2022-08-15
ລູກຊ້າງທີ່ໄດ້ຮັບການຊ່ວຍເຫຼືອ "ລອງລອງ" ເຕີບໃຫຍ່ມີສຸຂະພາບດີ
ສະບາຍດີ2022-08-12
ສາມເສັ້ນທາງທ່ອງທ່ຽວຊົນນະບົດໃນແຂວງຢຸນນານໄດ້ຮັບແນະນໍາ
ສະບາຍດີ2022-08-11
ຫຼັງຈາກກັບຄືນມາຈາກພາກເຫນືອເບິ່ງການປົກປັກຮັກສາແລະຄຸ້ມຄອງຊ້າງອາຊີຢູ່ແຂວງຢຸນນານ
ສະບາຍດີ2022-08-09
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
08/18
16:29
— ແບ່ງປັນ —