ກອງປະຊຸມການຮ່ວມມືດ້ານເສດຖະກິດການຄ້າສາກົນທາງລົດໄຟຈີນ-ລາວຈັດຂຶ້ນຢູ່ນະຄອນຄຸນໝິງ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວຄຳປະເສີດ)ວັນທີ 15,ກອງປະຊຸມການຮ່ວມມືດ້ານເສດຖະກິດການຄ້າສາກົນທາງລົດໄຟຈີນ-ລາວໂດຍພະແນກການຄ້າແຂວງຢຸນນານເປັນເຈົ້າພາບ ແລະ ຮ່ວມກັນຈັດຕັ້ງໂດຍສະຫະພັນກັບຄືນປະເທດຈີນແຂວງຢຸນນານຈັດຂຶ້ນຢູ່ນະຄອນຄຸນໝິງ.ຈຸດປະສົງຂອງກອງປະຊຸມແມ່ນເພື່ອຮັກສາ ແລະ ການດຳເນີນງານທາງລົດໄຟຈີນ-ລາວຢ່າງມີປະສິດທິຜົນ ແລະ ພັດທະນາກໍ່ສ້າງທາງລົດໄຟຈີນ-ລາວໃຫ້ດີຕາມການຈັດຕັ້ງປະຕິບັດຂອງຄະນະພັກແຂວງຢຸນນານ ແລະ ລັດຖະບານແຂວງ. ໃຫ້ຄວາມໄດ້ປຽບຂອງແຂວງຢຸນນານຢ່າງເຕັມທີ່ ແລະ ນຳເອົາບັນດາວິສາຫະກິດພາຍໃນປະເທດທີ່ມີຊື່ສຽງ ແລະ ນັກທຸລະກິດຈີນຢູ່ຕ່າງປະເທດເຂົ້າຮ່ວມເພື່ອປຶກສາຫາລື ແລະ ແລກປ່ຽນໂອກາດໃນການພັດທະນາທາງລົດໄຟຈີນ-ລາວ,ຮ່ວມກັນຊຸກຍູ້ການລົງນາມ ແລະ ປະຕິບັດວິສາຫະກິດຂະໜາດໃຫຍ່ ແລະ ໂຄງການຂະໜາດໃຫຍ່.

ໃນກອງປະຊຸມ,ໄດ້ລົງນາມໃນຈຳນວນ 24 ໂຄງການ,ກວມເອົາພື້ນຖານໂຄງລ່າງທ່າກຳປັ່ນ ແລະ ການຂົນສົ່ງ,ການປຸງແຕ່ງຜະລິດຕະພັນກະສິກຳ,ກໍ່ສ້າງລະບົບຕ່ອງໂສ້ການສະໜອງ,ການຄ້າເອເລັກໂຕຼນິກຂ້າມຊາດ, ເສດຖະກິດສໍານັກງານໃຫຍ່,ການຮ່ວມມືດ້ານໂຮງຮຽນ - ວິສາຫະກິດ ແລະ ຂົງເຂດອື່ນໆ.

ອີງຕາມຂ່າວ,ນັບແຕ່ທາງລົດໄຟຈີນ-ລາວສ້າງສຳເລັດ ແລະ ເປີດການສັນຈອນເປັນຕົ້ນມາ,ບົດບາດຂອງ "ເສັ້ນທາງສາຍທອງ" ໄດ້ຮັບການສະແດງໃຫ້ເຫັນຢ່າງບໍ່ຢຸດຢັ້ງ.ຂະບວນລົດໄຟຂົນສົ່ງສິນຄ້າລະຫວ່າງປະເທດຈີນ-ລາວທັງໝົດເກືອບ 1,600 ຖ້ຽວໄດ້ດໍາເນີນໄປໃນທົ່ວປະເທດ, ປະລິມານການຂົນສົ່ງສິນຄ້າຫຼາຍກວ່າ 1 ລ້ານໂຕນ ແລະ ມູນຄ່າການຂົນສົ່ງທັງໝົດຫຼາຍກວ່າ 9 ຕື້ຢວນ.ໃນນັ້ນ,ແຂວງຢຸນນານໄດ້ຂົນສົ່ງລົດໄຟຂົນສົ່ງສາກົນກວ່າ 1,200 ຖ້ຽວ,ມີປະລິມານການຂົນສົ່ງເກືອບ 900,000 ໂຕນ.

ພະແນກທີ່ກ່ຽວຂ້ອງຂອງແຂວງຢຸນນານກ່າວວ່າ,ເພື່ອເພີ່ມທະວີໃຫ້ແກ່ການພັດທະນາ ແລະ ການກໍ່ສ້າງຕາມເສັ້ນທາງລົດໄຟຈີນ-ລາວ,ໃນ 3 ປີຕໍ່ໜ້າ,50 ໂຄງການຕົ້ນຕໍຈະໄດ້ຮັບການປະຕິບັດຕາມເສັ້ນທາງລົດໄຟຈີນ-ລາວ,ຄາດຄະເນຄວາມຕ້ອງການລົງທຶນເກືອບ 90 ຕື້ຢວນ.

ໃນປະຈຸບັນນີ້,ແຂວງຢຸນນານຊຸກຍູ້ການປະຕິຮູບວຽກງານຕື່ມອີກ,ເພີ່ມທະວີການກໍ່ສ້າງຢ່າງມີປະສິດທິຜົນ,ດຶງດູດການລົງທຶນຢ່າງຕັ້ງໜ້າ ແລະ ສຸມໃສ່ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ.ໃນຖານະເປັນຈຸດເລີ່ມຕົ້ນຂອງທາງລົດໄຟຈີນ-ລາວ,ແຂວງຢຸນນານໄດ້ຕ້ອນຮັບນັກລົງທຶນທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດຢ່າງອົບອຸ່ນ,ຈະສ້າງເງື່ອນໄຂສະດວກໃຫ້ວິສາຫະກິດລົງທຶນຢູ່ແຂວງຢຸນນານ ແລະ ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງມີ"ປະສິດທິຜົນຂອງແຂວງຢຸນນານ" "ການບໍລິການຂອງແຂວງຢຸນນານ" ແລະ "ຄວາມຈິງໃຈເຊື່ອຖືຂອງແຂວງຢຸນນານ".


15日,由云南省商务厅主办,云南省归国华侨联合会协办的中老铁路国际经贸合作招商洽谈会在昆明举办。洽谈会旨在按照云南省委、省政府部署,切实把中老铁路维护好、运营好,把中老铁路沿线开发好、建设好,充分发挥云南优势,汇聚国内知名企业及海外华商,共商共享中老铁路发展机遇,共谋共促大企业大项目签约落地。

会议期间,共有24个项目签约,内容涉及口岸及物流基础设施、农产品落地加工、供应链体系建设、跨境电子商务、总部经济、校企合作等领域。

据了解,自中老铁路建成通车以来,“黄金线路”作用不断彰显。全国累计开行中老国际货运列车近1600列,货运量达100余万吨,货运总值达90多亿元。其中,云南累计发运国际货运列车1200余列,货运量近90万吨。

云南省有关部门表示,为加强中老铁路沿线开发建设,未来3年,将在中老铁路沿线推进实施50个重点项目,预计投资需求近900亿元。

当前,云南省正深入推进作风革命、加强效能建设,大力招商引资,大抓营商环境。作为中老铁路的起点,云南省热情欢迎海内外投资者,将为企业来滇投资者创造有利的条件,进一步打造“云南效率”“云南服务”“云南诚信”的营商环境。


[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

08/24

11:27

ແບ່ງປັນ

ແປ
翻译