ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສຸດໃຈ) ຕາມຂ່າວສານຈາກກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນ, ນັບແຕ່ໄດ້ເປີດບໍລິການທາງລົດໄຟລາວ-ຈີນ ຈຶ່ງໄດ້ສ້າງຊ່ອງທາງຂົນສົ່ງສາກົນທີ່ສະດວກສະບາຍລະຫວ່າງຈີນກັບອາຊຽນ, ເວລາການຂົນສົ່ງ ແລະ ຄ່າຂົນສົ່ງໄດ້ຫຼຸດລົງຢ່າງຫຼວງຫຼາຍ, ການຂົນສົ່ງສິນຄ້າຂ້າມຊາຍແດນໄດ້ຮັກສາທ່າອ່ຽງພັດທະນາທີ່ດີ. ມາຮອດວັນທີ 6 ເດືອນມິທຸນາ, ການຂົນສົ່ງສິນຄ້າຂ້າມຊາຍແດນຂອງທາງລົດໄຟລາວ-ຈີນໄດ້ເກີນ 650,000 ໂຕນ, ເສັ້ນທາງທອງແຫ່ງຜົນປະໂຫຍດປ່ອຍຄວາມສາມາດບົ່ມຊ້ອນຢ່າງຕໍ່ເນື່ອງ.
ໃນບ່ອນທີ່ໄດ້ເປີດບໍລິການທາງລົດໄຟລາວ-ຈີນ, ຢູ່ຈີນມີ 21 ແຂວງ ເມືອງ ເຂດທີ່ໄດ້ດຳເນີນການຂົນສົ່ງທາງລົດໄຟຂ້າມແດນຈີນ-ລາວ, ສົ່ງຜົນສະທ້ອນໄປຍັງເກືອບ 10 ປະເທດແລະພາກພື້ນເຊັ່ນ: ໄທ, ມຽນມາ, ລາວ, ມາເລເຊຍ, ກໍາປູເຈຍ, ສິງກະໂປ, ແລະອື່ນໆ. ແຂວງຢຸນນານ, ກຸ້ຍໂຈ່ວ, ເສສວນ, ຈົງຊິງ, ຊຽງໄຮ້, ກວາງຕຸ້ງ ແລະແຂວງອື່ນໆ ມີຂະບວນລົດໄຟເປັນຈໍານວນຫຼວງຫຼາຍທີ່ເດີນທາງໄປລາວ,ຈຸດທີ່ໝາຍຂອງລົດໄຟກັບຄືນມາສ່ວນໃຫຍ່ໃນແຂວງຢຸນນານ, ເສສວນ, ຈົງຊິງ, ຊານຕົງ ແລະບ່ອນອື່ນໆ.
ຈາກທັດສະນະຂອງປະເພດສິນຄ້າ, ສິນຄ້າທີ່ຂົນສົ່ງໂດຍທາງລົດໄຟລາວ-ຈີນ ໄດ້ຂະຫຍາຍຈາກຝຸ່ນເຄມີ ແລະ ສັບພະສິນຄ້າທົ່ວໄປເຖິງສິນຄ້າເອເລັກໂຕຼນິກ ຜະລິດຕະພັນພະລັງງານແສງແດດ ໝາກໄມ້ຕ່ອງໂສ້ເຢັນ ແລະ ສິນຄ້າ100 ກວ່າປະເພດ,ຈີນຂົນສົ່ງສິນຄ້າໄປສູ່ລາວ ຕົ້ນຕໍແມ່ນສັບພະສິນຄ້າ, ຝຸ່ນເຄມີ, ຜະລິດຕະພັນເອເລັກໂຕຼນິກ, ຜະລິດຕະພັນພະລັງງານແສງຕາເວັນ, ແຜ່ນແພ, ຜັກ ແລະ ສິນຄ້າອື່ນໆ;ລາວຂົນສົ່ງສິນຄ້າໄປສູ່ຈີນ ຕົ້ນຕໍແມ່ນຜະລິດຕະພັນກະສິກຳເຊັ່ນ: ຢາງພາລາ, ເຂົ້າເດືອຍ, ແປ້ງມັນຕົ້ນ, ແຮ່ເຫຼັກ, ແຮ່ສັງກະສີ ແລະ ແຮ່ໂລຫະອື່ນໆ, ໝາກກ້ວຍ, ໝາກທຸລຽນ, ໝາກມັງຄຸດ ແລະ ໝາກໄມ້ອື່ນໆ. ຮູບແບບໃໝ່ການຂົນສົ່ງສາກົນສ້າງຜົນປະໂຫຍດໃຫ້ແກ່ວິສາຫະກິດຫຼວງຫຼາຍ, ຄືຮູບແບບ“Express ແມ່ນ້ຳລ້ານຊ້າງແມ່ນ້ຳຂອງ + ການຄ້າຂ້າມຊາຍແດນ”“ທາງລົດໄຟລາວ-ຈີນ + ຂະບວນຈີນ-ເອີລົບ”“ທາງລົດໄຟລາວ-ຈີນ + ຂະບວນລົດໄຟຊ່ອງທາງໃໝ່ພາກຕາເວັນຕົກປະສົມທາງບົນແລະທາງທະເລ” ແລະອື່ນໆ.
据中国国家铁路集团消息,中老铁路开通运营以来,在中国和东盟间构建了一条便捷的国际物流通道,运输时间大幅压缩,物流成本显著降低,跨境货物运输保持良好发展势头。截至6月6日,中老铁路运输跨境货物已突破65万吨关口,黄金线路潜能持续释放。
从开行地域看,国内开行中老铁路跨境货运列车的省区市已达21个,辐射泰国、缅甸、老挝、马来西亚、柬埔寨、新加坡等近10个国家和地区。云南、贵州、四川、重庆、上海、广东等地开往老挝的列车数量较多,回程列车目的地主要集中在云南、四川、重庆、山东等地。
从货物品类看,中老铁路运输货物由初期的化肥、百货扩展至电子产品、光伏产品、冷链水果等100多种。中国向老挝主要运输百货、化肥、电子产品、光伏产品、纺织品、蔬菜等货物;老挝向中国主要运输橡胶、薏仁米、木薯粉等农产品,铁矿石、锌精矿等金属矿石,香蕉、榴莲、山竹等水果。“澜湄快线+跨境电商”“中老铁路+中欧班列”“中老铁路+西部陆海新通道班列”等国际运输新模式让众多企业从中受益。(人民网 记者王连香)
“ປະເທດລາວ-ນະຄອນຫວູຮັ້ນ-ເຂດປົກຄອງຕົນເອງມົງໂກໃນ”ຊ່ອງທາງໃໝ່ຂອງການຂົນສົ່ງຮ່ວມກັນທາງລົດໄຟໄດ້ເປີດບໍລິການຢ່າງເປັນທາງການ
ສະບາຍດີ2022-06-08
ທາງລົດໄຟລາວ-ຈີນເປີດບໍລິການຄົບຮອບເຄິ່ງປີ ໄດ້ຂົນສົ່ງຜູ້ໂດຍສານ 3.27 ລ້ານຄົນ
ສະບາຍດີ2022-06-06
ໂຄງການຍົກຍ້າຍບ້ານອານຈູສຳລັບເສັ້ນທາງລົດໄຟລາວ-ຈີນ ເຊິ່ງໄດ້ຮັບຊ່ວຍເຫຼືອຈາກປະເທດຈີນໄດ້ສຳເລັດການກໍ່ສ້າງ ແລະ ສົ່ງມອບ
ສະບາຍດີ2022-05-31
ທາງລົດໄຟຈີນ-ລາວເປີດນຳໃຊ້ເປັນເວລາ 5 ເດືອນ ປະລິມານການຂົນສົ່ງເພີ່ມຂຶ້ນ 5,5 ເທົ່າ
ສະບາຍດີ2022-05-05
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
06/15
17:03
— ແບ່ງປັນ —