ໂຮງໝໍສອງແຫ່ງທີ່ທີມແພດຢຸນນານໄດ້ຮັບການຄຸ້ມຄອງໄດ້ປິດລົງແລະມີຄົນເຈັບ 6127 ຄົນໄດ້ຮັບການປິ່ນປົວ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວຄຳປະເສີດ)ວັນທີ 18 ພຶດສະພານີ້, ໂຮງໝໍຊົ່ວຄາວຢູ່ຖະໜົນໄກພິງ(ໂຮງໝໍຊົ່ວຄາວຢຸນນານແລະຊຽງໄຮ) ແລະໂຮງໝໍຊົ່ວຄາວຖະໜົນລອງຮວາຕາເວັນອອກເຂດຮວງປູນະຄອນຊຽງໄຮທີ່ໄດ້ຮັບການຄຸ້ມຄອງໂດຍທີມແພດຢຸນນານຊ່ວຍເຫຼືອຊຽງໄຮໄດ້ປິດລົງ.ຄົນເຈັບທັງໝົດ 6127 ຄົນ ໄດ້ເຂົ້າໂຮງໝໍຊົ່ວຄາວ 2 ແຫ່ງ.

ໂຮງໝໍຊົ່ວຄາວຖະໜົນໄກພິງ ໄດ້ເປີດບໍລິການໃນວັນທີ 13 ເມສານີ້,ໄດ້ຮັບຄົນເຈັບທັງໝົດ 5285 ຄົນ ແລະ ໄດ້ຮັບຄົນເຈັບເປັນປະຈຳວັນສູງສຸດ 1240 ຄົນ.ຄົນເຈັບທີ່ມີອາຍຸຫຼາຍທີ່ສຸດແມ່ນ 98 ປີ ແລະ ເດັກນ້ອຍທີ່ສຸດແມ່ນ 3 ປີ,ການປິ່ນປົວດ້ວຍຢາພື້ນເມືອງຈີນ 100%,ສູງສຸດ 708 ຄົນໄດ້ອອກຈາກໂຮງຫມໍໃນມື້ດຽວ.ໂຮງໝໍຊົ່ວຄາວຖະໜົນລອງຮວາຕາເວັນອອກໄດ້ເປີດນຳໃຊ້ໃນວັນທີ 22 ເມສານີ້ ແລະມີຄົນເຈັບ 842 ຄົນໄດ້ຮັບການປິ່ນປົວ.ໃນນັ້ນ, ຄົນເຈັບຜູ້ສູງອາຍຸຫຼາຍກວ່າ 70 ປີ ກວມເອົາຫຼາຍກວ່າ 70%.ເພື່ອໃຫ້ຜູ້ເຖົ້າຜູ້ແກ່ມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ຮັບປະກັນຊີວິດການເປັນຢູ່ຕາມປົກກະຕິ, ພະນັກງານແພດໝໍຢູ່ໃນໂຮງໝໍຊົ່ວຄາວໄດ້ສຸມໃສ່ການດູແລມະນຸດສະທຳ ແລະ ເອົາຄວາມພະຍາຍາມທີ່ດີທີ່ສຸດເຂົ້າໃນການດູແລທາງການແພດ.

“ພາຍຫຼັງໄດ້ເລີ່ມບໍລິການ,ທີມແພດໄດ້ນຳໃຊ້ວິທີການປິ່ນປົວດ້ວຍຢາພື້ນເມືອງຈີນແລະຢາຫລວງທີ່ສົມທົບກັນ,ໄດ້ສ້າງຕັ້ງຄະນະປິ່ນປົວດ້ວຍຢາພື້ນເມືອງຈີນແລະດຳເນີນການປິ່ນປົວດ້ວຍຢາພື້ນເມືອງຈີນຢ່າງຕັ້ງໜ້າ,ສົມທົບກັບຢາພື້ນເມືອງຈີນທີ່ມີກຳມະສິດດ້ວຍຢາຕົ້ມ,ອັດຕາຄົນເຈັບທີ່ໄດ້ຮັບການປິ່ນປົວດ້ວຍຢາພື້ນເມືອງຈີນຢູ່ໂຮງໝໍຊົ່ວຄາວແລະອອກຈາກໂຮງໝໍຊົ່ວຄາວບັນລຸ 100% ”.ທ່ານ Ye Yong ຫົວໜ້າຄະນະຢາພື້ນເມືອງຈີນຂອງທີມແພດຢຸນນານຊ່ວຍເຫຼືອຊຽງໄຮໄດ້ແນະນຳ.

ທ່ານ Guo Qiang ສະມາຊິກທີມແພດຢຸນນານຊ່ວຍເຫຼືອຊຽງໄຮແລະຮອງປະທານໂຮງໝໍຊົ່ວຄາວຖະໜົນລອງຮວາຕາເວັນອອກກ່າວວ່າ: “ໂຮງໝໍຊົ່ວຄາວສອງແຫ່ງໄດ້ປິດຢ່າງສຳເລັດຜົນ, ການປ້ອງກັນແລະຄວບຄຸມການແຜ່ລະບາດຂອງນະຄອນຊຽງໄຮໄດ້ຮັບໝາກຜົນເປັນໄລຍະ.ຂ້າພະເຈົ້າເຊື່ອວ່າດ້ວຍຄວາມພະຍາຍາມຮ່ວມຂອງທຸກຄົນ,ຊຽງໄຮຈະໄດ້ຮັບໄຊຊະນະສຸດທ້າຍໃນການຕ້ານການແຜ່ລະບາດຂອງພະຍາດ”.

“ເມື່ອພະຍາດລະບາດຢູ່ຊຽງໄຮປະສົບກັບຄວາມຫຍຸ້ງຍາກທີ່ສຸດ, ແຂວງຢຸນນານໄດ້ສົ່ງພະນັກງານແພດທີ່ດີເດັ່ນ 1206 ຄົນໄປນະຄອນຊຽງໄຮເພື່ອຊ່ວຍຕ້ານການແຜ່ລະບາດຂອງພະຍາດ.ເວລາ 1 ເດືອນແລ້ວ,ທີມແພດໂຮງໝໍ ແລະ ພະນັກງານ ແລະ ປະຊາຊົນຂອງເຂດຮ່ວາງຟູ່ ໄດ້ຕໍ່ສູ້ທັງກາງເວັນ ແລະ ກາງຄືນຢູ່ບັນດາແນວໜ້າຕໍ່ສູ້ຕ້ານພະຍາດລະບາດ.ໄດ້ຜ່ານຜ່າຄວາມຫຍຸ້ງຍາກທີ່ບໍ່ອາດຄາດຄິດໄດ້ຫລາຍຢ່າງ ແລະ ບັນລຸໄດ້ບັນດາໝາກຜົນອັນໃຫຍ່ຫລວງໃນການຕ້ານການແຜ່ລະບາດ”.ທ່ານ Xu Yonggang ຫົວໜ້າທີມແພດແຂວງຢຸນນານຊ່ວຍເຫຼືອນະຄອນຊຽງໄຮກ່າວວ່າ.ປະຊາຊົນແຂວງຢຸນນານຍັງລະນຶກເຖິງການຊ່ວຍເຫຼືອ26ປີຂອງນະຄອນຊຽງໄຮຕໍ່ແຂວງຢຸນນານຕະຫຼອດມາ,ການຊ່ວຍເຫຼືອຊຽງໄຮເພື່ອຕ້ານການແຜ່ລະບາດຂອງພະຍາດນີ້ແມ່ນການສະແດງໃຫ້ເຫັນຄວາມຕັ້ງໃຈຂອງແຂວງຢຸນນານແລະເປັນການສົ່ງຕໍ່ຄວາມຮັກແພງ. ພວກເຮົາເຊື່ອໝັ້ນຢ່າງໜັກແໜ້ນວ່າໃນທີ່ສຸດການແຜ່ລະບາດຂອງພະຍາດດັ່ງກ່າວຈະຜ່ານຜ່າແລະນະຄອນຊຽງໄຮທີ່ຈະເລີນຮຸ່ງເຮືອງກວ່າເກົ່າຈະປະກົດຕົວຕໍ່ໜ້າພວກເຮົາໂດຍໄວເທົ່າທີ່ຈະໄວໄດ້.

ໃນວັນດຽວກັນ, ຄະນະພັກແລະລັດຖະບານເຂດຮ່ວາງຟູ່ນະຄອນຊຽງໄຮຊຽງໄຮ້ໄດ້ມອບໃບຍ້ອງຍໍໃຫ້ທີມແພດຢຸນນານຊ່ວຍເຫຼືອນະຄອນຊຽງໄຮ,ທີມແພດຢຸນນານຊ່ວຍເຫຼືອນະຄອນຊຽງໄຮໄດ້ມອບທຸງທີ່ລະນຶກທີ່ສະມາຊິກໄດ້ລົງນາມໃຫ້ແກ່ຫໍລະນຶກຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດທີ່ 1ຂອງພັກກອມມູນິດຈີນ.

5月18日,云南援沪医疗队接管的上海黄浦区开平路方舱(沪滇友谊舱)、龙华东路方舱关舱。两个方舱累计收治患者6127名。

开平路方舱医院4月13日开舱,累计收治患者5285人,最多日入院人数1240人,患者最大年纪98岁、最小3岁,中医药治疗100%,最多日出院人数708人。龙华东路方舱4月22日开舱,累计收治842名患者。其中,70岁以上的老年患者占比高达70%以上。为给予老年患者更好的生活照料及常规医疗保障,方舱医务人员以人文关怀为核心,全力以赴投入医护工作。

“开舱后,医疗队采取中西医协同治疗方式,成立中医治疗组单独排班,积极开展中医药治疗,中成药配合汤剂,在舱及出舱患者接受中药治疗率达到100%。”云南援沪医疗队中医组组长叶勇介绍。

云南援沪医疗队队员、龙华东路方舱医院副院长郭强说:“两个方舱顺利关舱,上海疫情防控取得了阶段性的成果,相信在大家共同努力下,上海一定能夺取抗疫的最后胜利。”

“在上海战疫最吃劲的时候,云南迅速选派1206名精干医务人员奔赴上海助力抗疫。一个多月来,医疗队和黄浦区广大干部群众夜以继日奋战在抗疫一线,严防死守,克服了许多难以想象的困难,取得了抗疫重大阶段性成效。”云南援沪医疗队领队许勇刚说,云南人民一直铭记上海对云南26年的倾情帮扶,此次援沪抗疫是云南心意的表达,是爱的接力,也是情的回传。我们坚信,疫情阴霾终将消散,一个更加繁荣的上海将尽快出现在我们面前。

当天,上海市黄浦区委、区政府向云南援沪医疗队赠送锦旗,云南援沪医疗队向中共一大纪念馆捐赠队员们签名的纪念旗。(云南网 记者陈鑫龙 黄兴能)

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

05/19

17:57

ແບ່ງປັນ

ແປ
翻译