ແຫ່ງທຳອິດໃນປະເທດຈີນ! ເວັບໄຊທ໌ ພາສາລາວເປີດຕົວຢ່າງເປັນທາງການໃນເຂດການຄ້າເສລີພາກພຶ້ນຂອງນະຄອນຄຸນໝິງ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວຄຳປະເສີດ)ວັນທີ 8 ພຶດສະພາ, ເຂດການຄ້າເສລີພາກພື້ນນະຄອນຄຸນໝິງຂອງຈີນ (ຢຸນນານ)(ຕໍ່ໄປເອີ້ນຫຍໍ້ວ່າ “ເຂດພັດທະນາເສດຖະກິດຄຸນໝິງ”) ເວັບໄຊທ໌ພາສາລາວໄດ້ເປີດຕົວຢ່າງເປັນທາງການເຊີ່ງໄດ້ກາຍເປັນເຂດການຄ້າເສລີທົດລອງແຫ່ງທຳອິດຂອງຈີນທີ່ເປີດເວັບໄຊທາງການເປັນພາສາຈີນ, ພາສາອັງກິດ, ພາສາມຽນມາ ແລະ ພາສາລາວ.

ບົນພື້ນຖານທີ່ແຂວງຢູນນານ ຢືນຢູ່ແຖວໜ້າຂອງການເປີດປະຕູສູ່ໂລກພາຍນອກຂອງຈີນ, ນັບແຕ່ໄດ້ຮັບການສ້າງຕັ້ງໃນປີ 2019ເປັນຕົ້ນມາ, ຂອງເຂດການຄ້າເສລີທົດລອງຢູ່ເຂດຄຸນໝິງໄດ້ສົ່ງເສີມການນໍາໃຊ້ຖານສື່ ຫົວຂໍ້“ຊາວຕ່າງປະເທດຮັບຊົມການສຳພາດດ້ານການຄ້າເສລີ ຮູບແບບອອນລາຍ” ຜ່ານການເປີດເວັບໄຊທາງການເປັນພາສາຕ່າງປະເທດ ແລະ ບັນຊີຜ່ານສື່ສັງຄົມຕ່າງປະເທດ ແລະ ຜ່ານຖານສື່ຕ່າງໆ.  ໂດຍໄດ້ໃຫ້ຄໍາປຶກສາ ແລະ ຂໍ້ມູນຂ່າວສານ ໃຫ້ແກ່ພາກພື້ນອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ຕະຫຼອດ 24 ຊົ່ວໂມງ, ໄດ້ອອກແຮງຊຸກຍູ້ສົ່ງເສີມໃຫ້ວຽກງານການຄ້າ ແລະ ການລົງທຶນ ມີຄວາມເສລີຂຶ້ນ ແລະ ມີຄວາມສະດວກຂຶ້ນ, ໄດ້ສະໜັບສະໜູນການພັດທະນາຂົງເຂດນະວັດຕະກຳໃໝ່ ແລະ ອຸດສາຫະກຳຊັ້ນນຳ, ໄດ້ດຶງດູດວິສາຫະກິດດ້ານເຕັກໂນໂລຊີລະດັບສູງ ແລະ ບຸກຄະລາກອນທີ່ມີຄວາມຊໍານານງານລະດັບສູງ, ພ້ອມທັງໄດ້ສ້າງພື້ນທີ່ແຫ່ງໃໝ່ໃຫ້ແກ່ການເປີດກວ້າງ ແລະ ການປະດິດສ້າງໃໝ່ ເພື່ອສ້າງບັນຍາກາດທີ່ດີງາມໃຫ້ແກ່ປະຊາຊົນໄດ້ສະແດງຄວາມຄິດເຫັນ.

ພາຍຫຼັງການເປີດນໍາໃຊ້ເສັ້ນທາງລົດໄຟລະຫວ່າງສອງປະເທດຈີນ-ລາວ  ແລະ ການມີຜົນບັງຄັບໃຊ້ຢ່າງເປັນທາງການຂອງ RCEP ,ການຮ່ວມມືຈີນ-ລາວໄດ້ເປີດໂອກາດໃໝ່ໃຫ້ແກ່ການພັດທະນາ.ການເປີດຕົວເວັບໄຊທ໌ທາງການເປັນພາສາລາວໃນຄັ້ງນີ້ ໄດ້ກາຍເປັນມາດຕະການອັນປະດິດສ້າງໃໝ່ຕົວຈິງທີ່ຈະເຮັດໃຫ້ເຂດການຄ້າເສລີພາກພື້ນນະຄອນຄຸນໝິງ ໄດ້ໝູນໃຊ້ທ່າແຮງດ້ານພູມສັນຖານທີ່ຕັ້ງຂອງລາວຢ່າງຕັ້ງໜ້າ ແລະ ເປັນການເປີດກາລະໂອກາດໃໝ່ໃຫ້ແກ່ພາກໃຕ້ຂອງປະເທດຂອງຈີນ.ການເດີນທາງໃໝ່ຂອງ "ເວລາການຄ້າເສລີ" ໄດ້ເລີ່ມຕົ້ນຢ່າງເປັນທາງການແລ້ວ.

1050722

ນັບແຕ່ເດືອນສິງຫາ ປີ 2020 ເປັນຕົ້ນມາ,ເຂດການຄ້າເສລີພາກພຶ້ນນະຄອນຄຸນໝິງໄດ້ເອົາໃຈໃສ່ຢ່າງໄກ້ຊິດຕໍ່ວຽກງານໃຈກາງ ກ່ຽວກັບ“ການເລົ່າເລື່ອງເຂດການຄ້າເສລີພາກພຶ້ນນະຄອນຄຸນໝິງທີ່ດີ”, ສືບຕໍ່ຄົ້ນຄວ້າຮູບແບບໃໝ່ຂອງການໂຄສະນາຕໍ່ຕ່າງປະເທດ ດ້ວຍການ ເປີດເວັບໄຊທ໌ເຂດການຄ້າເສລີ ດ້ວຍພາສາຕ່າງປະເທດທີ່ນໍາໃຊ້ໜ້ອຍຢ່າງເປັນທາງການເປັນຄັ້ງທຳອິດ ແລະ ເປັນບັນຊີສັງຄົມຂອງການຄ້າເສລີຢູ່ຕ່າງປະເທດແຫ່ງທຳອິດຂອງແຂວງຢູນນານ, ພ້ອມນັ້ນ ຍັງໄດ້ເຊື້ອເຊີນເພື່ອນມິດຕ່າງປະເທດແລະສື່ມວນຊົນຕ່າງປະເທດ ແລກປ່ຽນສົນທະນາກ່ຽວກັບວຽກງານການຄ້າເສລີຄຸນໝິງ, ຮັດແໜ້ນການຕິດຕໍ່ພົວພັນກັບສາກົນເທື່ອລະກ້າວ, ເຮັດໃຫ້ຊື່ສຽງອັນດີງາມຂອງເຂດຄຸນມິງຮັບການຍົກສູງຂຶ້ນ, ນໍາສະເໜີ ແລະ ຖ່າຍທອດເລື່ອງລາວທີີດີຂອງເຂດຄຸນມິງຢ່າງສ້າງສັນ ແລະ ສືບຕໍ່ຂະຫຍາຍ "ວົງລ້ອມເພື່ອນມິດສາກົນ" ໃຫ້ນັບມື້ນັບກວ້າງອອກຢ່າງຕໍ່ເນື່ອງ.

1051644_670x670

ເວັບໄຊທ໌ທາງການ ທີ່ເປັນພາສາຈີນ,ພາສາອັງກິດ ແລະພາສາມຽນມາ ໄດ້ສຸມໃສ່ນໍາສະເໜີການພັດທະນາດ້ານທຸລະກິດ ແລະ ການລົງທຶນໃນຂົງເຂດອັນຫຼ້າສຸດ, ແນະນຳນະໂຍບາຍພິເສດໃຫ້ແກ່ວິສາຫະກິດທີ່ເຂົ້າມາລົງທຶນໃນເຂດ, ແຈ້ງຂ່າວ ແລະ ເຫດການຂ່າວສຳຄັນ ແລະ ສະພາບການອື່ນໆໃນການຄ້າເສລີດັ່ງກ່າວ. ໂດຍສົມທົບກັບການວິເຄາະສະພາບຂອງຜູ້ຊົມໃຊ້ ແລະ ແນໃສ່ຜູ້ຊົມໃຊ້ຈາກບັນດາປະເທດ ແລະ ພາກພື້ນທີ່ຢູ່ລຽບຕາມເສັ້ນທາງ“ໜຶ່ງແລວໜຶ່ງເສັ້ນທາງ”, ເຊັ່ນ: ມຽນມາ, ໄທ, ອິນເດຍ, ຟີລິບປິນ ແລະ ຫວຽດນາມ, ເວັບໄຊດັ່ງກ່າວໄດ້ນໍາສະເໜີ ກ່ຽວກັບສະພາບລວມຂອງເຂດການຄ້າເສລີຄຸນໝິງ, ຂ່າວສານການເຄື່ອນໄຫວ, ນະໂຍບາຍການເປີດກວ້າງດ້ານນະວັດຕະກຳໃໝ່ , ການບໍລິການດ້ານເອກະສານ ແລະ ຂໍ້ມູນອື່ນໆທີ່ມີຄົນສົນໃຈຫຼາຍຂອງເຂດການຄ້າເສລີພາກພື້ນນະຄອນຄຸນໝິງ. ຜ່ານເວັບໄຊທ໌ພາສາອັງກິດ ແລະ ພາສາມຽນມາ ໄດ້ສຸມໃສ່ເຜີຍແຜ່ຂໍ້ມູນໃຫ້ແກ່ເຂດອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້, ຕັ້ງໜ້ານໍາສະເໜີນະໂຍບາຍດ້ານການລົງທຶນ ແລະ ໂອກາດການພັດທະນາຂອງເຂດຄຸນໝິງ, ເພື່ອເປັນການນໍາສະເໜີສະພາບການເຄື່ອນໄຫວຫຼ້າສຸດຂອງເຂດການຄ້າເສລີຄຸນມໝິງໃຫ້ພາຍນອກຮັບຮູ້ຢ່າງທັນການ, ເຊິ່ງຈະເຮັດໃຫ້ຊື່ສຽງ ແລະ ກຳລັງການໂຄສະນາຕໍ່ພາຍນອກຂອງເຂດການຄ້າເສລີພາກພື້ນຄຸນໝິງຮັບການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

1051638_670x670

ເນື້ອໃນທີ່ເຜີຍແຜ່ຜ່ານບັນຊີ Facebook, Twitter ແລະ YouTube ຂອງຕ່າງປະເທດ ໄດ້ກວມເອົາຫຼາຍຂົງເຂດທີ່ສຸດ, ເຊິ່ງເນື້ອໃນໄດ້ເນັ້ນເຖິງສະຖານທີ່ສວຍງາມ), ອາຫານ, ວັດທະນະທຳ, ງານບຸນເທດສະການ, ຮີດຄອງປະເພນີ, ຂໍ້ມູນຂ່າວສານທີ່ກ່ຽວຂ້ອງກັບການທ່ອງທ່ຽວ.ຂອງແຂວງຢຸນນານ (ຄຸນໝິງນອກນີ້, ຍັງໄດ້ນໍາສະເໜີ ກ່ຽວກັບກິດຈະກໍາ ແລະ ເຫດການສໍາຄັນລະດັບຊາດເຊັ່ນ: ງານກິລາໂອລິມປິກລະດູໜາວຢູ່ປັກກິ່ງ, ກອງປະຊຸມໃຫຍ່ຂອງປະເທດພາຄີພາກພື້ນສົນທິສັນຍາດ້ານຊີວະນາໆພັນຄັ້ງທີ 15《COP 15》 ແລະ ຂໍ້ມູນກ່ຽວກັບການນໍາໃຊ້ເສັ້ນທາງລົດໄຟຈີນ-ລາວ, ເຊິ່ງໄດ້ດຶງດູດ ແລະ ມີຜູ້ຕິດຕາມຫຼາຍກວ່າ 2,5 ລ້ານເທື່ອຄັ້ງ ແລະ ມີຫຼາຍກວ່າ 200.000ກວ່າຜູ້ຕິດຕາມຜ່ານທາງອອນລາຍ.

1050724

ຜ່ານຮູບແບບການຈັດກິດຈະກໍາ ຄໍລໍ້າການສໍາພາດ ພາຍໃຕ້ຫົວຂໍ້ "ມູມມອງຄົນຕ່າງປະເທດທີ່ເບິ່ງເຂດການຄ້າເສລີພາກພຶ້ນຂອງນະຄອນຄຸນໝິງ" ດ້ວຍຮູບແບບ "ການສໍາພາດອອນໄລນ໌ + ການສໍາພາດອອບຟໄລ", ເຊິ່ງໄດ້ສໍາພາດທ່ານ Kesale Vikemanayake ປະທານສະພາການຄ້າສາກົນຂອງປະເທດສີລັງກາ; ທ່ານ U Myint Naing ຮອງປະທານສະພາການຄ້າຈີນພາກເໜືອມຽນມາ;ຄູສອນຕ່າງປະເທດ ທ່ານ Phil Archer ແລະທ່ານ Richard; ທ່ານ An Ji ນັກສຶກສາຕ່າງປະເທດຈາກມະຫາວິທະຍາໄລວິທະຍາສາດແລະເຕັກໂນໂລຊີນະຄອນຄຸນໝິງແລະບັນດາທ່ານທຸຕານຸທູດຈາກຕ່າງປະເທດທີ່ປະຈໍາຢູ່ຈີນ, ຜູ້ຮັບຜິດຊອບຂອງທຸລະກິດແລະຜູ້ຕາງໜ້ານັກສຶກສາຕ່າງປະເທດອື່ນໆ, ເຊິ່ງຜ່ານການສຳພາດ ໄດ້ສະແດງໃຫ້ເຫັນຢ່າງເຕັມສ່ວນເຖິງພາບພົດທີ່ດີແລະຄວາມມຸ່ງຫວັງໃນການພັດທະນາຂອງເຂດການຄ້າເສລີພາກພຶ້ນຂອງນະຄອນຄຸນໝິງຜ່ານມູມອງຂອງຄົນຕ່າງປະເທດ.

1050725

ມາຮອດປັດຈຸບັນ,ເວັບໄຊທ໌ພາສາອັງກິດຢ່າງເປັນທາງການຂອງເຂດການຄ້າເສລີພາກພື້ນນະຄອນຄຸນໝິງມີຜູ້ກົດເຂົ້າຊົມຫຼາຍກວ່າ 13 ລ້ານເທື່ອຄັ້ງແລ້ວ,ເວັບໄຊທ໌ເປັນພາສາມຽນມາມີິຜູ້ເຂົ້າຊົມຫຼາຍກວ່າ 11,5 ລ້ານເທື່ອຄັ້ງ, ໄດ້ມີການເຜີຍແຜ່ຂໍ້ມູນຜ່ານບັນຊີ Facebook ຫຼາຍກວ່າ 2600 ຂໍ້ຄວາມ, ຜ່ານTwitterໄດ້ເຜີຍແຜ່ຫຼາຍກວ່າ2700 ຂໍ້ຄວາມ ແລະ ຜ່ານບັນຊີ YouTube ໄດ້ມີເຜີຍແຜ່ຫຼາຍກວ່າ 26 ວິດີໂອ.

ເພີ່ມເວບໄຊທ໌ທາງການເປັນພາສາລາວ "ສີ່ຊ່ອງທາງເວັບໄຊທ໌ເຊື່ອມຕໍ່ກັບຕ່າງປະເທດ" ເປີດ "ເວລາການຄ້າເສລີ". ການເປີດນໍາໃຊ້ເສັ້ນທາງທາງລົດໄຟຈີນ-ລາວ ໄດ້ເປັນການສະໜັບສະໜູນດ້ານພື້ນຖານໂຄງລ່າງໃຫ້ແກ່ການບຸກເບີກເສັ້ນທາງໃຫມ່ຜ່ານທາງບົກ-ທາງທະເລ, ພ້ອມນັ້ນ RCEP ຍັງໄດ້ເປັນກຳລັງແຮງດ້ານນະໂຍບາຍໃຫ້ແກ່ການຊຸກຍູ້ເສີມຂະຫຍາຍການແລກປ່ຽນດ້ານການຄ້າ ລະຫວ່າງ ແຂວງຢຸນນານ ກັບ ບັນດາປະເທດອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້,.  ບົນພື້້ນຖານກາລະໂອກາດດັ່ງກ່າວ, ເຂດການຄ້າເສລີຄຸນໝິງໄດ້ເປີດເວັບໄຊເປັນພາສາລາວ ແລະ ໄດ້ອອກແບບບລ້ອກຂໍ້ມູນທີ່ປະກອບດ້ວຍຫຼາຍເນື້ອໃນ, ເຊັ່ນ: "ສະພາບລວມຂອງພາກພື້ນ", "ທີ່ຕັ້ງ", "ເປົ້າໝາຍການພັດທະນາ" ແລະ"ວິດີໂອ" ເພື່ອອຳນວຍຄວາມສະດວກໃຫ້ ນັກທຸລະກິດ ແລະ ວິສາຫະກິດຕ່າງປະເທດຢູ່ລາວຮັບຮູ້ຂ່າວສານ ແລະ ກໍລະນີສຶກສາໃນການປະດິດສ້າງໃໝ່ດ້ານລະບຽບການຂອງເຂດດັ່ງກ່າວ, ເຊິ່ງເຊິ່ງຈະເປັນປະໂຫຍດໃຫ້ແກ່ວິສາຫະກິດຕ່າງປະເທດທີ່ຈະລົງທຶນຢູ່ເຂດດັ່ງກ່າວ, ພ້ອມທັງເຮັດໃຫ້ພາບພົດການເປັນຕົວເມືອງສາກົນຂອງເຂດໄດ້ຮັບການຍົກສູງຂຶ້ນຢ່າງຮອບດ້ານ.

1051643_670x670

ພາຍຫຼັງເສັ້ນທາງລົດໄຟ ຈີນ-ລາວ ໄດ້ເປີດນໍາໃຊ້ຢ່າງເປັນທາງການ ແລະ  RCEPໄດ້ມີຜົນບັງຄັບໃຊ້ຢ່າງເປັນທາງການ, ໄດ້ນໍາເອົາກາລະໂອກາດການພັດທະນາອັນໃໝ່ມາສູ່ການຮ່ວມມືຈີນ-ລາວ.ການເປີດຕົວເວັບໄຊທ໌ທີ່ເປັນພາສາລາວຢາງເປັນທາງການໃນຄັ້ງນີ້ ໄດ້ກາຍເປັນມາດຕະການປະດິດສ້າງຕົວຈິງ ທີ່ເຮັດໃຫ້ເຂດການຄ້າເສລີພາກພື້ນນະຄອນຄຸນໝິງ ໄດ້ໝູນໃຊ້ທີ່ຕັ້ງພູມສັນຖານຂອງປະເທດລາວ ແລະ  ກາລະໂອກາດຂອງເປີດປະຕູພາກໃຕ້ຂອງປະເທດຈີນ, ການເດີນທາງໃໝ່ຂອງ "ເວລາການຄ້າເສລີ" ໄດ້ເລີ່ມຂຶ້ນຢ່າງເປັນທາງການ.

ອີງໃສ່ເວັບໄຊທາງການຂອງເຂດ ທີ່ເປີດນໍາໃຊ້ພາສາຈີນ, ພາສາອັງກິດ, ພາສາມຽນມາ ແລະພາສາລາວທີ່ມີຢູ່ໃນປັດຈຸບັນ,ເຂດການຄ້າເສລີພາກພື້ນນະຄອນຄຸນໝິງຈະເປັນການເປີດຕົວໃນຮູບແບບໃໝ່ ຜ່ານ“ສີ່ຊ່ອງທາງເວັບໄຊທ໌ເຊື່ອມຕໍ່ກັບຕ່າງປະເທດ” ເປັນຄັ້ງທຳອິດຂອງແຂວງຢຸນນານ ແລະ ດຳເນີນບັນດາກິດຈະກໍາໂຄສະນາຕໍ່ຕ່າງປະເທດຜ່ານ“ເວລາການຄ້າເສລີ. ", ໂດຍໄດ້ສຸມໃສ່ເນື້ອໃນກ່ຽວກັບການພັດທະນາເສດຖະກິດ, ການປະດິດສ້າງໃໝ່ດ້ານລະບຽບການ,  ການດຶງດູດການລົງທຶນ, ຊີວິດການເປັນຢູ່ຂອງສັງຄົມ ແລະ ອື່ນໆ, ລວມທັງການນໍາສະເໜີກ່ຽວກັບສະຖານທີ່ສວຍງາມຂອງທ້ອງຖິ່ນ, ອາຫານ, ສິ່ງສວຍງາມ ແລະ ອົງປະກອບອື່ນໆຂອງທ້ອງຖິ່ນ,  ເຊິ່ງຂໍ້ມູນເບົ່ານີ້ໄດ້ສະແດງອອກຜ່ານ ຮູບກາຕູນ, ວິດີໂອສັ້ນ,ຜະລິດຕະພັນວັດທະນະທໍາ ແລະ ອື່ນໆ ເພື່ອສະແດໃຫ້ເຫັນເຖິງປະຫວັດການພັດທະນາ ແລະ ການສ້າງກາລະໂອກາດທາງການຄ້າ-ທຸລະກິດ ຂອງເຂດການຄ້າເສລີພາກພຶ້ນນະຄອນຄຸນໝິງ ຢ່າງຮອບທິດຮອບດ້ານ, ຫຼາຍມູມມອງ, ຜ່ານຫຼາຍພາສາ ແລະ ຜ່ານຫຼາຍສື່. .ພ້ອມນັ້ນ, ບັນດາຜະລິດຕະພັນວັດທະນະທຳ ໄດ້ຖືກນຳໃຊ້ເປັນສື່ກາງເພື່ອສ້າງການພົວພັນ ແລະ ເຊື່ອມໂຍງກັບປະຊາຊົນບັນດາປະເທດບ້ານໃກ້ເຮືອນຄຽງ, ເຊິ່ງໄດ້ສະແດງອອກແບບສາມມິຕິ ເຮັດໃຫ້ສາມາດເຫັນໄດ້ຢ່າງເຕັມສ່ວນ,ຫຼາກຫຼາຍຊະນິດ ແລະ ແທດຕົວຈິງຂອງເຂດການຄ້າເສລີພາກພຶ້ນນະຄອນຄຸນໝິງ.

ຈາກທັດສະນະມູມມອງຂອງນັກທຸລະກິດຕ່າງປະເທດ,ການຄ້າກັບຕ່າງປະເທດແລະການລົງທຶນຂອງຕ່າງປະເທດ,ເຂດການຄ້າເສລີພາກພຶ້ນນະຄອນຄຸນໝິງຈະໝູນໃຊ້ເວັບໄຊທາງການທີ່ເປີດນໍາໃຊ້ເປັນ4 ພາສານີ້ເຊື່ອມກັບພາຍນອກ, ເຊັ່ນ: http://laos.yunnangateway.com/ ເພື່ອສ້າງເວັບໄຊທ໌ຫຼາຍພາສາເປັນຫຼັກ,ຮູບແບບການສື່ສານສາກົນ"1+N" ,ເຊີ່ງສຸ່ມໃສ່ໝູນໃຊ້ບັນຊີສື່ສັງຄົມຕ່າງປະເທດເຊັ່ນ: Facebook, Twitter ແລະ YouTube ເປັນຈຸດໜັກ,.ນໍາໃຊ້ພາສາຈີນ, ພາສາອັງກິດ,ພາສາມຽນມາ ແລະພາສາລາວ ທັງໝົດ 4 ພາສາບໍລິການຂໍ້ມູນຕະຫຼອດ 24 ຊົ່ວໂມງ ຜ່ານຂໍ້ຄວາມ,ຮູບພາບ, ວິດີໂອ ແລະ ຮູບແບບອື່ນໆນໍາສະເໜີພາບພົດອັນໃໝ່ ຂອງເຂດການຄ້າເສລີນະຄອນຄຸນໝິງ ຢ່າງຮອບດ້ານ ແລະ ທຸກມູມມອງ ໃຫ້ແກ່ທົ່ວທຸກທົ່ວໂລກ, ເຊິ່ງຈະເປັນການຊຸກຍູ້ການເປີດກວ້າງຕໍ່ພາຍນອກຂອງແຂວງຢູນານ ແລະ ຈະເພີ່ມສີສັນການພັດທະນາອັນໃໝ່ ໃຫ້ແກ່ການພັດທະນາດ້ວຍຄຸນນະພາບຂອງແຂວງຢູນນານຕື່ມອີກບາດກ້າວໜຶ່ງ.

5月8日,中国(云南)自贸试验区昆明片区(昆明经开区)(以下简称“自贸试验区昆明片区”)老挝语官方网站全新上线,成为全国首家开通汉语、英语、缅甸语、老挝语官方网站的自贸试验区。

站在云南对外开放的最前沿,自贸试验区昆明片区自2019年设立挂牌以来,通过开通小语种官网及海外社交账号,推出“外国人看自贸云访谈”专栏等传播平台,向南亚东南亚提供24小时全天候新闻资讯服务,努力为促进贸易和投资自由化便利化、支持创新驱动和主导产业发展、引进高科技企业和高层次人才,打造对外开放创新的新高地营造良好的舆论氛围。

随着中老铁路实现双向开行和RCEP的正式生效,中老合作迎来新的发展机遇。此次老挝语官方网站的全新上线,成为自贸试验区昆明片区积极利用老挝地缘优势和我国南向开放机遇的实实在在的创新举措,“自贸time”新旅程正式启航。

1050722

2020年8月以来,自贸试验区昆明片区紧紧围绕“讲好自贸故事”中心任务,持续探索对外传播新模式,全国首家开通小语种自贸官网、全省首推自贸海外社交账号,并积极邀请外国友人及对外媒体畅谈自贸昆明,梯次搭建国际传播矩阵,大力提高片区美誉知名度,积极传播自贸昆明好声音,不断扩大国际“朋友圈”。

1051644_670x670

中、英、缅语官方网站聚焦片区内商贸投资最新动态、企业入驻优惠政策、重点新闻事件等,结合用户画像分析,针对缅甸、泰国、印度、菲律宾、越南等“一带一路”沿线国家和地区的用户,对自贸试验区昆明片区的区情概况、新闻动态、创新开放、办事服务等内容关注度较高的现状,通过英文、缅文重点辐射南亚东南亚地区,积极推介自贸试验区昆明片区的投资政策、发展机遇,及时对外传递片区最新动态,不断扩大片区的国际知名度与传播力。

1051638_670x670

Facebook、Twitter及YouTube海外社交账号的帖文内容覆盖面极为广泛,聚焦云南(昆明)美景、美食、文化、节日、习俗、旅游相关资讯,也关注国家重点热点事件,例如北京冬奥会、《生物多样性公约》第十五次缔约方大会、中老铁路等发布实时帖文,吸引全网超过250万关注量及超20万受众关注。

1050724

“外国人看自贸”系列访谈栏目,以“云访谈+线下访谈”的方式,通过对斯里兰卡国际商会会长柯莎乐·维凯玛娜雅克、缅北中华商会常务副会长吴敏奈、外籍教师菲尔·阿切尔和理查德、昆工留学生安吉等外国使节、企业负责人及留学生代表的视频访谈,以外国人的视角充分展示自贸试验区昆明片区的良好形象和发展前景。

1050725

截至目前,自贸试验区昆明片区官方英语站浏览量超1300万次,缅语站浏览量超1150万次;Facebook账号发布帖文2600余条、Twitter发布帖文2700余条、YouTube发布视频26个。

中老铁路的开通为拓展陆海新通道提供了硬件支持,而RCEP则为云南和南亚东南亚国家促进经贸往来提供政策助力。值此机遇下,自贸试验区昆明片区上线老挝语平台,设置“区情概况”“定位”“发展目标”“视频”等多个功能板块,方便老挝外商、企业了解片区新闻动态、制度创新案例,有利于外资企业在片区投资入驻,全方位提升片区国际化城市形象。 

1050726

随着中老铁路实现双向开行和RCEP的正式生效,中老合作迎来新的发展机遇。此次老挝语官方网站的全新上线,成为自贸试验区昆明片区积极利用老挝地缘优势和我国南向开放机遇的实实在在的创新举措,“自贸time”新旅程正式启航。

依托当前具备的汉语、英语、缅甸语和老挝语平台,自贸试验区昆明片区将在全省范围内首次开辟“四路出海”新模式,开展“自贸time”国际传播推广系列活动,重点围绕经济发展、制度创新、招商引资、社会民生等内容,以及本地的美景、美食、美物等元素,以漫画、短视频、文创产品等为包装,全方位、多角度、多语种、多平台展示自贸试验区昆明片区的发展历程与孕育的巨大商机。同时,将文创产品作为媒介与周边国家民众建立联系与互动,全面展现立体、多元、真实的自贸试验区昆明片区。

从外商、外贸、外资等角度出发,自贸试验区昆明片区将以四个多语种平台为龙头,联动云桥网等对外传播平台,构建起以多语种网站为核心,Facebook、Twitter和YouTube等海外主流社交媒体账号集群为重点,海外多种传播渠道为补充的“1+N”国际传播全媒体矩阵,全天候运用中英缅老四个语种,通过文字、图片、视频等形式,全方位、立体化向世界推介自贸试验区昆明片区新形象,进一步助力云南省对外开放,为云南省高质量发展赋能添彩。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

05/18

10:02

ແບ່ງປັນ

ແປ
翻译