ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວຄຳປະເສີດ) ເມື່ອບໍ່ດົນມານີ້, ທີມແພດ (ຊຸດທີ 6)ຈີນ ຊ່ວຍເຫຼືອລາວການກໍ່ສ້າງໂຮງໝໍ 103 ຮ່ວມກັບໂຮງໝໍຊິນຈຽງ ແລະ ບໍລິສັດ ຣູຍຢີ ເຕັກໂນໂລຈີການແພດ ຈຳກັດ ໄດ້ລົງຊ່ວຍໃນການກໍ່ສ້າງສູນການແພດດິຈິຕອລແຫ່ງທຳອິດຂອງລາວ ໃຫ້ແກ່ໂຮງໝໍ 103 ລາວ.ບໍລິຈາກເຄື່ອງພິມ 3D 2 ເຄື່ອງ, ເຄື່ອງອຸປະໂພກບໍລິໂພກ ແລະ ຮູບຈຳລອງການແພດພິມ 3D ທີ່ສວຍງາມ.ພ້ອມກັນນັ້ນ,ທ່ານ Fu Jun ສະມາຊິກທີມແພດ ແລະ ສາດສະດາຈານຂອງພະແນກກະດູກຂອງໂຮງໝໍ ສີຈີ່ ໄດ້ດຳເນີນການຝຶກອົບຮົມວິຊາການທີ່ກ່ຽວຂ້ອງໃຫ້ແກ່ພະນັກງານຂອງໂຮງໝໍ 103 .
ເພື່ອປັບປຸງລະດັບການແພດຂອງໂຮງໝໍ 103 , ໂຮງໝໍ ສີຈີ່ແລະ ບໍລິສັດ ຣູຍຢີ ເຕັກໂນໂລຈີການແພດ ຈຳກັດໄດ້ຮ່ວມກັນນຳເອົາເຕັກໂນໂລຈີການພິມ 3D ທີ່ທັນສະໄໝທີ່ສຸດໃນໂລກມາໃຫ້ປະເທດລາວ.
ພາຍຫຼັງການສ້າງຕັ້ງສູນການແພດ, ເຕັກໂນໂລຊີການພິມ 3D ໄດ້ຮັບການນຳໃຊ້ເພື່ອຊ່ວຍເຫຼືອປິ່ນປົວຄົນເຈັບເປັນຈຳນວນຫຼວງຫຼາຍ, ໄດ້ຮັບຜົນດີດ້ານຄລີນິກ.ໂດຍອາໄສສູນການແພດ,ໂຮງໝໍ 103 ສາມາດໃຊ້ເຕັກໂນໂລຈີການພິມ 3D ເພື່ອນຳໃຊ້ທາງດ້ານຄລີນິກ,ປັບປຸງຄວາມຖືກຕ້ອງຂອງການປິ່ນປົວ, ຫຼຸດຜ່ອນຄວາມສ່ຽງຂອງການຜ່າຕັດ, ປັບປຸງລະດັບການບໍລິການດ້ານການແພດຢ່າງຫຼວງຫຼາຍ, ໄດ້ຮັບຜົນປະໂຫຍດໃຫ້ແກ່ປະຊາຊົນລາວ, ເພີ່ມທະວີສາຍພົວພັນມິດຕະພາບລະຫວ່າງຈີນກັບລາວ.
近日,中国援建老挝103医院医疗队(第六批)与西京医院、瑞一医疗科技有限公司一同为老挝103医院援助建设了老挝首家数字化医学中心,捐赠了两台3D打印机、耗材以及一批精美的3D打印医学模型。同时,医疗队成员、西京医院骨科付军教授为103医院人员进行了相关技术的培训。
为了提升了103医院的医疗水平,西京医院和瑞一科技联合将国际上最先进的3D打印技术带入老挝。
中心成立后,应用3D打印技术辅助救治了多位患者,取得了良好的临床效果。依托于该中心,103医院可以利用3D打印技术应用于临床,提高治疗精准度、降低手术风险,大幅提升医疗服务水平,造福老挝人民,为中老友谊再添新彩。
ທີມແພດຈີນຊ່ວຍເຫຼືອລາວໄດ້ຮັບຫຼຽນໄຊກອງທັບປະຊາຊົນລາວ
ສະບາຍດີ2022-05-13
ຄຸນນະພາບການບໍລິການຕິດຕາມກວດກາເປັນອັນດັບຫນຶ່ງຂອງແຂວງໃນສອງປີຕິດຕໍ່ກັນ
ສະບາຍດີ2022-05-12
ພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືໂຄງການ "ສູນການແພດພື້ນເມືອງຈີນ-ລາວ"
ສະບາຍດີ2022-05-12
ເມືອງເໝືອງລຽນແຂວງຢຸນນານ: ຕຳຫຼວດຄຸ້ມຄອງຄົນເຂົ້າເມືອງຕໍ່ສູ້ກັບ "ການແຜ່ລະບາດ" ຢູ່ແຖວໜ້າ
ສະບາຍດີ2022-05-10
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
05/16
17:29
— ແບ່ງປັນ —