ທີມແພດຈີນຊ່ວຍເຫຼືອລາວໄດ້ຮັບຫຼຽນໄຊກອງທັບປະຊາຊົນລາວ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວຄຳປະເສີດ)ທີມແພດຊ່ຽວຊານກອງທັບປົດປ່ອຍປະຊາຊົນຈີນຊ່ວຍເຫຼືອລາວ (ຕໍ່ໄປນີ້ເອີ້ນວ່າ "ທີມແພດ") ໄດ້ຮັບຫຼຽນໄຊຂອງກອງທັບປະຊາຊົນລາວ,ພິທີມອບລາງວັນດັ່ງກ່າວໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນປະເທດລາວໃນວັນທີ 11 ພຶດສະພານີ້, ທ່ານ ວົງຄໍາ ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວໄດ້ເຂົ້າຮ່ວມພິທີແລະຍ້ອງຍໍ.

640

ທ່ານ Li Bing ທູດທະຫານສະຖານທູດຈີນປະຈໍາລາວ ກ່າວຕໍ່ນັກຂ່າວສຳນັກຂ່າວຊິນຫົວວ່າ:ເມື່ອພະຍາດລະບາດຢູ່ລາວຮ້າຍແຮງທີ່ສຸດ,ທີມແພດຈີນໄດ້ດຳເນີນການເຄື່ອນໄຫວຫຼາຍຢ່າງເຊັ່ນ: ການຮັກສາແພດ, ການສອນທາງພາກປິ່ນປົວແລະແລກປ່ຽນວິຊາການຢູ່ໂຮງໝໍ 103 .ຮັບໃຊ້ກອງທັບ ແລະ ປະຊາຊົນລາວຢ່າງສຸດຈິດສຸດໃຈ, ສະແດງໃຫ້ເຫັນພາບພົດອັນດີ ແລະ ລະດັບເຕັກນິກຂອງກອງທັບປະຊາຊົນ ດ້ວຍການປະຕິບັດຕົວຈິງ ແລະ ໄດ້ຮັບລາງວັນຫຼຽນໄຊກາວິລະຊົນກອງທັບປະຊາຊົນລາວ ທີ່ມີຜົນງານດີເດັ່ນ.

ທ່ານ ວົງຄໍາ ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ຢືນຢັນຢ່າງເຕັມສ່ວນໃນການປະຕິບັດວຽກງານຂອງທີມແພດຢູ່ລາວ,ບັນດາຜູ້ຊ່ຽວຊານດ້ານການແພດໄດ້ອຸທິດຕົນຢ່າງເຕັມທີ່, ໃຫ້ການຊີ້ນຳ ແລະ ຊ່ວຍເຫຼືອໃນການບົ່ງມະຕິ, ປິ່ນປົວ, ບົວລະບົດ, ການຝຶກອົບຮົມ ແລະ ດ້ານອື່ນໆ, ໄດ້ປັບປຸງລະດັບການປິ່ນປົວຂອງໂຮງໝໍກອງທັບປະຊາຊົນລາວ 103ຢ່າງຫຼວງຫຼາຍ.

ທ່ານ Cai Guoqing,ຫົວໜ້າທີມແພດຊ່ວຍເຫຼືອລາວຊຸດທີ 6 ໄດ້ສະແດງຄວາມຂອບໃຈຕໍ່ກະຊວງປ້ອງກັນປະເທດລາວ ທີ່ໄດ້ຮັບຮູ້ຜົນງານຂອງຄະນະແພດຈີນໃນພິທີມອບລາງວັນ.ມິດຕະພາບຈີນ-ລາວມີມູນເຊື້ອອັນຍາວນານ,ທີມແພດຈີນຈະສືບຕໍ່ເສີມຂະຫຍາຍ"ນ້ຳໃຈທີມແພດຈີນ", ພະຍາຍາມກໍ່ສ້າງຮ່ວມກັນ, ຮັບໃຊ້ຢ່າງສຸດຈິດສຸດໃຈ, ຮັກສາສຸຂະພາບຂອງທະຫານແລະປະຊາຊົນຂອງລາວຕະຫຼອດໄປ. ສືບຕໍ່ຕີຄວາມໝາຍຂອງຄູ່ຮ່ວນຊາຕາກຳຈີນ-ລາວດ້ວຍຄວາມຮູ້ດ້ານວິຊາຊີບ, ທ່າທີມີຄວາມຮັບຜິດຊອບແລະການກະທຳທີ່ເດັດດ່ຽວໜຽວແໜ້ນ.

ໂຮງໝໍກອງທັບປະຊາຊົນລາວ 103 ແມ່ນໂຮງໝໍທົ່ວໄປໂດຍກະຊວງປ້ອງກັນປະເທດຈີນຊ່ວຍເຫຼືອ,ນັບແຕ່ປີ 2019 ເປັນຕົ້ນມາ,ກອງທັບປົດປ່ອຍປະຊາຊົນຈີນໄດ້ສືບຕໍ່ສົ່ງທີມແພດໄປໂຮງໝໍ 103,ທີມແພດຊຸດທີ 6 ໄດ້ຊ່ວຍໃຫ້ໂຮງໝໍ 103 ແຫ່ງນີ້ສຳເລັດການປະຕິບັດງານໃຫຍ່ ແລະ ຫຍຸ້ງຍາກຫຼາຍຢ່າງໃນໄລຍະການຊ່ວຍເຫຼືອ, ໄດ້ສ້າງ "ທຳອິດ" ເປັນຈຳນວນຫຼວງຫຼາຍປະຫວັດສາດຂອງໂຮງຫມໍ.

中国人民解放军援老挝医疗专家组(以下简称“医疗队”)获颁老挝人民军勋章,授勋仪式于5月11日在老挝首都万象举行,国防部副部长冯坎出席仪式并进行表彰。

640

中国驻老挝大使馆李兵武官对新华社记者说,中国医疗队在老挝疫情最严重时逆向而行,在103医院开展了一些列医疗保障、临床带教、学术交流等活动,全心全意为老挝军民服务,用实际行动展现了人民军队良好形象和技术水平,表现突出,获颁老挝人民军英勇勋章。

冯坎副部长对医疗队在老期间的工作表现给与了充分的肯定,医疗专家全力奉献,在诊断、治疗、护理、培训等各个方面给予指导帮助,大大提升了老挝人民军103医院的救治水平。

第六批援老医疗队队长蔡国青在授勋仪式上表示,感谢老挝国防部对中国医疗队工作的认可,中老两国友谊渊源流长,中国医疗队将继续发扬“中国医疗队精神”,全力共建,全心服务,为老挝军民健康护航,继续用专业的知识、负责的态度、坚决的行动诠释中老命运共同体内涵。

老挝人民军103医院是一所由中国国防部参与援建的综合性医院。自2019年开始,中国人民解放军持续向103医院派遣医疗队,第六批医疗队在援建期间帮助103医院完成多项重大疑难手术,开创医院历史上多个“第一”。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

05/13

10:42

ແບ່ງປັນ

ແປ
翻译