ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າຕາມເສັ້ນທາງລົດໄຟລາວ-ຈີນ ເກີນ 100 ຕື້ຢວນ.

ມາຈາກ:

ອີງຕາມຂໍ້ມູນຈາກດ່ານພາສີເມືອງຫຼ້າແຈ້ງໃຫ້ຮູ້ວ່າ:ນັບຕັ້ງແຕ່ທາງລົດໄຟຈີນ-ລາວເປີດໃຫ້ບໍລິການ,ມາຮອດວັນທີ 7 ຕຸລາ ປີນີ້,ທາງລົດໄຟໄດ້ຂົນສົ່ງສິນຄ້າສາກົນຫຼາຍກວ່າ 25,000 ຂະບວນ,ຂົນສົ່ງສິນຄ້າຫຼາຍກວ່າ 20,77 ລ້ານໂຕນ ດ້ວຍມູນຄ່າຫຼາຍກວ່າ 100,4 ຕື້ຢວນ.ປະລິມານການນຳເຂົ້າ ແລະ ສົ່ງອອກຂອງທາງລົດໄຟຈີນ-ລາວ ໄດ້ເພີ່ມຂຶ້ນໃນອັດຕາສະເລ່ຍຕໍ່ປີຫຼາຍກວ່າ 24%,ສາມາດກວມເອົາ 19 ປະເທດ ແລະ ເຂດແຄວ້ນ ເຊັ່ນ: ລາວ, ໄທ ແລະ ອື່ນໆ,ປະເພດສິນຄ້າຫຼາຍກວ່າ 3,900 ຊະນິດ ແລະ ໃຫ້ບໍລິການວິສາຫະກິດຫຼາຍກວ່າ 7,000 ແຫ່ງທົ່ວປະເທດ.

ອີງຕາມສະຖິຕິຂອງດ່ານພາສີ,ໃນແປດເດືອນທຳອິດຂອງປີ 2026,ມູນຄ່າການນຳເຂົ້າໝາກໄມ້ເຂດຮ້ອນຂອງອາຊີຕາເວັນອອກສ່ຽງໃຕ້ ເຊັ່ນ: ໝາກຖົ່ວລຽນ,ໝາກມັງຄຸດ ແລະ ໝາກລຳໄຍ ແລະ ອື່ນໆ ຜ່ານທາງລົດໄຟຈີນ-ລາວ ບັນລຸ 5.26 ຕື້ຢວນ,ເພີ່ມຂຶ້ນ 12.3% ເມື່ອທຽບໃສ່ປີກ່ອນ.ການຂົນສົ່ງລະບົບຕ່ອງໂສ້ຄວາມເຢັນທາງລົດໄຟ ແລະ ຄວາມສະດວກສະບາຍໃນການແຈ້ງພາສີຢູ່ດ່ານ ໄດ້ຊຸກຍູ້ໃຫ້ "ສວນໝາກໄມ້ອາຊີຕາເວັນອອກສ່ຽງໃຕ້" ເຊື່ອມໂຍງກັບ "ໂຕະອາຫານຈີນ" ໄດ້ໄວຂຶ້ນ.ທ່ານ ເຣີ່ນ ເຈິ້ງເວີຍ (Ren Zhengwei),ຮອງຜູ້ອຳນວຍການໃຫຍ່ບໍລິສັດຕູ້ຄອນເທນເນີທາງລົດໄຟຈີນ ສາຂາຄຸນໝິງ,ໄດ້ອະທິບາຍວ່າ ໝາກຖົ່ວລຽນຂອງໄທສາມາດຂົນສົ່ງໄດ້ໂດຍລົດໄຟລະບົບຕ່ອງໂສ້ຄວາມເຢັນທີ່ມາຈາກແຫຼມສະບັງ,ປະເທດໄທ,ຫຼັງຈາກສຳເລັດການປ່ຽນແປງທາງລົດໄຟມາດຕະຖານແບບມິເຕີໃນນະຄອນຫຼວງວຽງຈນ,ປະເທດລາວແລ້ວ, ແລະ ເຂົ້າປະເທດຈີນຜ່ານທາງທ່າເຮືອທາງລົດໄຟ ບໍ່ຫານ ຫຼັງຈາກການກວດກາດ່ານພາສີ.ໃນທີ່ສຸດ, ສິນຄ້າຈະໄປຮອດຕະຫຼາດໃນຕະຫຼາດຄຸນໝິງ,ສົງຊິ່ງ, ແລະ ເມືອງອື່ນໆໂດຍກົງ,ໂດຍການເດີນທາງທີ່ໄວທີ່ສຸດໃຊ້ເວລາໜ້ອຍກວ່າສາມມື້.ຄ່າໃຊ້ຈ່າຍໃນການຂົນສົ່ງໂດຍລວມຫຼຸດລົງປະມານ 15% ເມື່ອທຽບກັບການຂົນສົ່ງທາງຖະໜົນ, ແລະ ອັດຕາການເສຍຫາຍຂອງໝາກໄມ້ສົດຫຼຸດລົງ 10%.

ໃນຂະນະດຽວກັນ,ສັດສ່ວນການສົ່ງອອກຜະລິດຕະພັນທີ່ມີມູນຄ່າເພີ່ມສູງ ແລະ ມີເຕັກໂນໂລຊີສູງ ເຊັ່ນ:ໂທລະສັບສະຫຼາດ,ຫຸ່ນຍົນອຸດສາຫະກຳ, ແລະ ຍານພາຫະນະພະລັງງານໃໝ່ ແລະ ອາໄຫຼ່ຕ່າງໆ ຍັງສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ.ໃນ 8 ເດືອນທຳອິດຂອງປີນີ້,ມູນຄ່າຜະລິດຕະພັນໄຟຟ້າກົນຈັກທີ່ສົ່ງອອກຜ່ານທາງລົດໄຟຈີນ-ລາວ ບັນລຸ 7,42 ຕື້ຢວນ,ເພີ່ມຂຶ້ນ 58,4% ເມື່ອທຽບໃສ່ປີກ່ອນ,ກວມເອົາ 66% ຂອງມູນຄ່າການສົ່ງອອກທັງໝົດຂອງທາງລົດໄຟຈີນ-ລາວ.ໃນນັ້ນ,ການສົ່ງອອກ "ສິນຄ້າໃໝ່ 3 ຢ່າງ" (ໝາຍເຖິງຍານພາຫະນະພະລັງງານໃໝ່,ແບັດເຕີຣີລິທຽມ, ແລະ ຜະລິດຕະພັນພະລັງງານແສງຕາເວັນ) ບັນລຸ 2.73 ຕື້ຢວນ, ເພີ່ມຂຶ້ນ 245.2%ເມື່ອທຽບໃສ່ປີກ່ອນ.


昆明海关所属勐腊海关数据显示,自中老铁路通车运营以来,截至今年10月7日,中老铁路国际货物列车累计开行超2.5万列,进出口货物超2077万吨,货值超1004亿元。中老铁路进出口规模年均增长超24%,辐射老挝、泰国等19个国家和地区,进出口商品品类达3900余种,服务全国超7000家企业。

据海关统计,2026年前8个月,经中老铁路进口榴莲、山竹、龙眼等东南亚热带水果货值52.6亿元,同比增长12.3%,铁路冷链运输与口岸通关便利化推动“东南亚果园”更快对接“中国餐桌”。中铁集装箱昆明分公司副总经理任政伟介绍,泰国榴莲可搭冷链专列自泰国林查班始发,在老挝万象完成准米轨换装后,从磨憨铁路口岸经海关查验入境中国,直达昆明、重庆等市场,全程最快不到3天,综合运输成本较公路运输降低约15%,鲜果损耗率下降10%。

与此同时,智能手机、工业机器人、新能源汽车及零部件等高附加值、高技术含量产品出口占比持续提升。今年前8个月,经中老铁路出口机电产品货值74.2亿元,同比增长58.4%,占中老铁路出口总值的66%。其中,“新三样”出口27.3亿元,同比增长245.2%。


[ບັນນາທິການ:ເກສອນ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

— 2026 —

10/13

14:20

— ແບ່ງປັນ —

ແປ
翻译