ເປີດການເຊື່ອມຕໍ່ການຊຳລະເງິນດິຈິຕອນຂ້າມຊາດລະຫວ່າງລາວ-ຈີນຢ່າງເປັນທາງການ

ມາຈາກ:ສຳນັກຂ່າວສານຊິນຮວາ

1789782387551_375

ວັນທີ 18 ກັນຍາ, ນັກຂ່າວໄດ້ຮັບຮູ້ຈາກທະນາຄານປະຊາຊົນຈີນວ່າ ການເຊື່ອມຕໍ່ລະບົບການຊໍາລະເງິນດິຈິຕອນຂ້າມຊາດລະຫວ່າງລາວ-ຈີນໄດ້ເລີ່ມດໍາເນີນຢ່າງເປັນທາງການ. ນີ້ແມ່ນຜົນສຳເລັດຂັ້ນໜຶ່ງພາຍໃຕ້ກອບ“ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການເສີມສ້າງການຮ່ວມມືດ້ານນະວັດຕະກໍາທາງການເງິນ, ການຊໍາລະເງິນດິຈິຕອນ ແລະ ສະກຸນເງິນດິຈິຕອນຕາມກົດໝາຍ”ທີ່ລົງນາມຮ່ວມກັນໂດຍທະນາຄານແຫ່ງຊາດລາວ ແລະຈີນໃນເດືອນມິຖຸນາ 2026.

ໃນດ້ານການເຊື່ອມຕໍ່ການຊຳລະເງິນຜ່ານລະຫັດບາໂຄດ, ແພລດຟອມການບໍລິການທາງການເງິນແບບໃໝ່ໃນການຄ້າຂ້າມຊາດ CBETS (Cross-border e-CNY Transfer Services)ທີ່ສູນປະຕິບັດງານສາກົນຂອງເງິນຢວນດິຈິຕອນເປັນຜູ້ສ້າງ ແລະ ດຳເນີນງານ ໄດ້ເຊື່ອມຕໍ່ລະບົບກັບເຄືອຂ່າຍການຊຳລະແຫ່ງຊາດລາວ (LAPNet) ຢ່າງສຳເລັດ, ເຮັດໃຫ້ເງິນຢວນດິຈິຕອນສາມາດເຊື່ອມຕໍ່ການຊຳລະຜ່ານລະຫັດບາໂຄດຂອງລາວຂ້າມແດນໄດ້.

ນັບແຕ່ທ້າຍປີ 2025, ຊາວຈີນສາມາດໃຊ້ກະເປົາເງິນຢວນດິຈິຕອນເພື່ອສະແກນຈ່າຍເງິນຢູ່ຮ້ານຄ້າທີ່ຮັບຊຳລະເງິນຂອງທະນາຄານພານິດທ້ອງຖິ່ນໃນລາວ. ປັດຈຸບັນ, ສອງປະເທດຈີນ-ລາວກຳລັງຮ່ວມກັນຜັກດັນການຍົກລະດັບຟັງຊັນ ແລະ ຂະຫຍາຍສະຖານະການນຳໃຊ້ ເພື່ອອຳນວຍຄວາມສະດວກຍິ່ງຂຶ້ນໃຫ້ແກ່ການເດີນທາງໄປມາຫາສູ່ກັນ ແລະ ການບໍລິໂພກດ້ານວັດທະນະທຳ-ການທ່ອງທ່ຽວຂອງປະຊາຊົນສອງປະເທດ.

ໃນດ້ານການເຊື່ອມຕໍ່ການຊຳລະສະສາງການຄ້າ, ທະນາຄານທ້ອງຖິ່ນລາວບາງແຫ່ງໄດ້ເຊື່ອມຕໍ່ເຂົ້າສູ່ CBETS ແລະ ເປີດໃຫ້ບໍລິການຊຳລະສະສາງການຄ້າ ແລະ ການລົງທຶນ-ການເງິນຮູບແບບໃໝ່ຂອງ CBETS ຄື “ການບໍລິການທາງການເງິນແບບໃໝ່ໃນການຄ້າຂ້າມຊາດ ລີຟຸດ” (CBETS LIFT).


1789782387551_375

记者9月18日从中国人民银行获悉,中老跨境数字支付互联互通正式启动。这是中国和老挝两国央行于2026年6月签署的《关于加强金融创新、数字支付和法定数字货币合作的谅解备忘录》框架下达成的阶段性成果。

在条码支付互通方面,数字人民币国际运营中心建设运营的数币达跨境结算综合服务平台(CBETS)与老挝国家支付网络(LAPNet)完成跨境系统连接,实现数字人民币与老挝当地条码支付跨境互联互通。

2025年底,中国居民已可持数字人民币钱包在老挝本地商业银行收单商户扫码支付。目前,中老双方正共同推进功能升级和场景拓展,以进一步便利两国人员往来和文旅消费。

在经贸结算互通方面,部分老挝当地银行已接入CBETS,并开通CBETS新型贸易结算和投融资服务——数币达·励付(CBETS LIFT)。

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

— 2026 —

09/21

17:28

— ແບ່ງປັນ —

ແປ
翻译