ໃນ 8 ເດືອນທຳອິດ, ປະລິມານ ແລະ ມູນຄ່າການນຳເຂົ້າໝາກໄມ້ຈາກອາຊຽນຂອງແຂວງຢູນນານເປັນອັນດັບທີ 1

ມາຈາກ:ສະບາຍດີ

ວັນທີ 11 ກັນຍານີ້, ດ່ານພາສີຄຸນໝິງໄດ້ແຈ້ງໃຫ້ຮູ້ວ່າ: ໃນ 8 ເດືອນຕົ້ນປີນີ້, ແຂວງຢຸນນານຂອງຈີນໄດ້ນຳເຂົ້າໝາກໄມ້ 910,000 ໂຕນມູນຄ່າ 16 ຕື້ 220 ລ້ານຢວນຈາກອາຊຽນ, ມີປະລິມານເພີ່ມຂຶ້ນ 31.2%, ແລະມີມູນຄ່າເພີ່ມຂຶ້ນ 35.8%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້, ເຊິ່ງກວມເອົາ 18% ຂອງຍອດປະລິມານການນຳເຂົ້າໝາກໄມ້ຈາກອາຊຽນໃນທົ່ວປະເທດຈີນ, ແລະກວມເອົາ 24.3% ຂອງຍອດມູນຄ່າການນຳເຂົ້າໝາກໄມ້ຈາກອາຊຽນໃນທົ່ວປະເທດຈີນ, ເຊິ່ງທັງສອງລ້ວນແຕ່ເປັນອັນດັບທີ 1 ຂອງຈີນ. ໝາກໄມ້ທີ່ນຳເຂົ້າຕົ້ນຕໍແມ່ນຖົ່ວລຽນ, ມັງຄຸດ, ລຳໄຍ, ກວ້ຍແລະໝາກໄມ້ສົດອື່ນໆຈາກລາວ, ໄທ, ຫວຽດນາມ, ກຳປູເຈຍແລະປະເທດອື່ນໆ. 

ເມື່ອບໍ່ດົນມານີ້, ຢູ່ທີ່ເດີ່ນສິນຄ້າສາກົນດ່ານທຽນປ້າວ ເມືອງມາລີໂພ ແຂວງເວີນຊານ, ລົດຂົນສົ່ງຕ່ອງໂສ້ເຢັນທີ່ບັນທຸກໝາກຖຸລຽນ ,ໝາກລຳໄຍ ແລະ ໝາກໄມ້ເຂດຮ້ອນຈາກອາຊີຕາເວັນອອກສຽງໃຕ້ຕ່າງໆ, ໄດ້ຜ່ານດ່ານເຂົ້າຈີນຢ່າງເປັນລະບຽບ. ເຈົ້າໜ້າທີ່ຂອງ ດ່ານພາສີທຽນເປົາ ເຊິ່ງເປັນສາຂາໜຶ່ງຂອງກົມພາສີຄຸນໝິງ, ກຳລັງກວດກາຂໍ້ມູນສິນຄ້າ ແລະ ດຳເນີນຂັ້ນຕອນການກວດກາຢູ່ໜ້າງານ. ຂະນະດຽວກັນ ພະນັກງານກໍນຳພາລົດຂົນສົ່ງຂ້າມຊາຍແດນໃຫ້ສັນຈອນຜ່ານໄປຢ່າງຄ່ອງຕົວ ເຮັດໃຫ້ດ່ານມີບັນຍາກາດຄຶກຄັກ ແລະ ການຂົນສົ່ງສິນຄ້າເປັນໄປຢ່າງຄ່ອງຕົວ.

ທ່ານ ຈູ້ ຢຸນຝູ່ ຜູ້ຮັບຜິດຊອບບໍລິສັດ ກຸ້ນຢວນ ຢຸນນານ ນຳເຂົ້າ-ສົ່ງອອກ ການຄ້າ ຈຳກັດ ກ່າວວ່າ: “ໝາກໄມ້ສົດລໍຖ້າບໍ່ໄດ້. ບໍລິສັດເຮົາ ອາດຈະມີລົດຕ່ອງໂສ້ເຢັນໄດ້ຂົນສົ່ງໝາກຖຸລຽນເຂົ້າມາສູງສຸດເຖິງ 50 ຄັນຕໍ່ມື້. ການກຳກັບດູແລຂອງດ່ານພາສີດຳເນີນໄປຕາມການເຄື່ອນຍ້າຍຂອງສິນຄ້າ ຂັ້ນຕອນຕ່າງໆໄດ້ຮັບການປັບປຸງ ແລະ ການຜ່ານດ່ານກໍວ່ອງໄວຂຶ້ນ. ສິ່ງນີ້ເຮັດໃຫ້ພວກເຮົາໝັ້ນໃຈຫຼາຍຂຶ້ນໃນການຮັບຄຳສັ່ງຊື້ທີ່ເພີ່ມຂຶ້ນ. ຄາດວ່າໃນປີນີ້ ປະລິມານການນຳເຂົ້າໝາກໄມ້ຈາກອາຊຽນຈະມີຫຼາຍກວ່າ 100,000 ໂຕນ.”

ເນື່ອງຈາກໝາກໄມ້ເຂດຮ້ອນມີລັກສະນະສົດໃໝ່ ເສື່ອມຄຸນນະພາບງ່າຍ ແລະ ຕ້ອງການການຂົນສົ່ງຢ່າງຮີບດ່ວນ ກົມພາສີຄຸນໝິງຈຶ່ງສືບຕໍ່ພັດທະນາການກໍ່ສ້າງດ່ານພາສີອັດສະລິຍະ ແລະ ຜັກດັນການນຳໃຊ້ຮູບແບບວຽກງານ “ການກັກກັນ ແລະ ກຳກັບກວດກາສິນຄ້າກະສິກຳສົດທີ່ນຳເຂົ້າ”. ຢູ່ທີ່ດ່ານຊາຍແດນ 10 ແຫ່ງຕາມຊາຍແດນຈີນ-ຫວຽດນາມ ຈີນ-ລາວ ແລະ ຈີນ-ມຽນມາ ໄດ້ຈັດຕັ້ງຫ້ອງປະຕິບັດການກວດຄັດກອງ ແລະ ຈຳແນກສັດຕູພືດ ແລະ ຊະນິດພັນຕ່າງຖິ່ນໃນເບື້ອງຕົ້ນ ພ້ອມຕິດຕັ້ງອຸປະກອນສະເພາະທາງ ແລະ ລະບົບຈຳແນກຜ່ານທາງໄກ ເພື່ອຫຼຸດເວລາການສົ່ງຕົວຢ່າງໄປກວດວິເຄາະໃຫ້ສັ້ນລົງຫຼາຍທີ່ສຸດ. ພ້ອມກັນນັ້ນ ໂດຍອາໄສໂມດູນການດຳເນີນທຸລະກຳແບບ “ຈຸດດຽວຄົບວົງຈອນ” ສຳລັບສິນຄ້າກະສິກຳສົດທີ່ນຳເຂົ້າ ພາຍໃຕ້ລະບົບ “ປ່ອງຢ້ຽມດຽວ” ການຄ້າສາກົນ ຜູ້ປະກອບການສາມາດດຳເນີນຂັ້ນຕອນທັງໝົດຜ່ານທາງອອນລາຍ ເຊັ່ນ ການກວດສອບລາຍຊື່ສິນຄ້າທີ່ອະນຸຍາດໃຫ້ນຳເຂົ້າ ການຍື່ນຂໍໃບອະນຸຍາດ ແລະ ການຕິດຕາມສະຖານະການຜ່ານດ່ານ. ມາດຕະການເຫຼົ່ານີ້ຊ່ວຍຫຼຸດຂັ້ນຕອນການຍື່ນເອກະສານ ເຮັດໃຫ້ການຜ່ານດ່ານຂອງຜູ້ປະກອບການສະດວກສະບາຍຫຼາຍຂຶ້ນ.

ການກຳກັບກວດກາອັດສະລິຍະຂອງດ່ານພາສີ ຊ່ວຍຍົກສູງປະສິດທິພາບການຜ່ານດ່ານຢ່າງຕໍ່ເນື່ອງ ແລະ ກະຕຸ້ນຄວາມຄຶກຄັກຂອງການຄ້າໃນພາກພື້ນ. ຂໍ້ມູນສະຖິຕິລະບຸວ່າ ໃນໄລຍະ 8 ເດືອນທຳອິດຂອງປີນີ້ ດ່ານທຽນປ້າວໄດ້ກຳກັບກວດກາການນຳເຂົ້າໝາກໄມ້ຈຳນວນ 161,600 ໂຕນ ເພີ່ມຂຶ້ນ 53.5% ເມື່ອທຽບກັບໄລຍະດຽວກັນຂອງປີກ່ອນ.


近日,据昆明海关统计,今年前8个月,云南进口东盟水果91万吨,货值162.2亿元,同比分别增长31.2%、35.8%,占全国自东盟进口水果总量、货值的18%、24.3%,均为全国第一,进口水果主要为产自泰国、越南、老挝、柬埔寨等国的鲜榴莲、山竹、龙眼、香蕉、葡萄柚、火龙果等。

近日,在文山州麻栗坡县天保口岸国际货场,一辆辆满载榴莲、龙眼等东南亚热带水果的冷链货车有序入境,昆明海关所属天保海关关员现场核对货物信息、完成查验流程,作业人员引导跨境货车平稳通行,口岸一派货畅其流的繁忙景象。

“鲜果不等人,公司单日进口榴莲   冷链货车最高达50辆,海关监管跟着货物走,流程优化了、通关更快了,我们接单增量的底气更足,预计今年进口产自东盟的水果将超10万吨。”云南君源进出口商贸有限公司负责人朱云福说。

针对热带水果“鲜急特”的特性,昆明海关持续深化智慧海关建设,推动“进境鲜活农产品检疫监管”业务场景落地实施,在对越、老、缅的10个边境口岸建成有害生物和外来物种初筛鉴定室,配置专业设备及远程鉴定系统,最大限度压缩送样检测时间。同时,依托国际贸易“单一窗口”进境鲜活农产品“一站式”办理模块,企业可在线完成准入查询、许可证申请、通关跟踪等全流程业务,进一步简化申报手续,企业通关更省心。

海关智慧监管推动通关效能持续提升、区域经贸活力不断激发。数据显示,今年前8个月,天保海关监管进口水果16.16万吨,同比增长53.5%。


[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

— 2026 —

09/18

16:00

— ແບ່ງປັນ —

ແປ
翻译