ມາຈາກ:ສຳນັກຂ່າວສານປະຊາຊົນ
(ສະບາຍດີ ນັກຂ່າວ ເກສອນ)ນັກຂ່າວໄດ້ຮັບຊາບຈາກກຸ່ມບໍລິສັດທາງລົດໄຟຈີນ ສາຂາຄຸນໝິງ ຈຳກັດວ່າ ນັບແຕ່ຕົ້ນປີນີ້ ມາຮອດວັນທີ 13 ມິຖຸນາ, ທາງລົດໄຟຈີນ-ລາວໄດ້ຂົນສົ່ງສິນຄ້າສະສົມຫຼາຍກວ່າ 10 ລ້ານໂຕນ, ສະເລ່ຍຈໍານວນການຂົນສົ່ງສິນຄ້າຫຼາຍກວ່າ 67.000 ໂຕນຕໍ່ມື້, ໃນນັ້ນ ຈໍານວນຂົນສົ່ງສິນຄ້າຂ້າມແດນມີຫຼາຍກວ່າ 2,5 ລ້ານໂຕນ.
ນັບແຕ່ຕົ້ນປີນີ້, ປະລິມານການຂົນສົ່ງສິນຄ້າ ຜ່ານທາງລົດໄຟລາວ-ຈີນ ແມ່ນຍັງຄົງຮັກສາທ່າແຮງທີ່ຟົດຟື້ນຢ່າງຕໍ່ເນື່ອງ, ເຊິ່ງຈຳນວນຂະບວນລົດໄຟຂົນສົ່ງສິນຄ້າຂ້າມແດນ ທີ່ເປີດແລ່ນໃນແຕ່ລະມື້ ແມ່ນໄດ້ເພີ່ມຂຶ້ນຈາກ 2 ຂະບວນ ໃນໄລຍະເລີ່ມຕົ້ນເປີດນຳໃຊ້ ມາເປັນສູງສຸດເຖິງ 23 ຂະບວນ, ນ້ຳໜັກລາກແກ່ຂອງຂະບວນລົດໄຟ ແມ່ນໄດ້ຍົກລະດັບຈາກ 2.000 ໂຕນ ຂຶ້ນເປັນ 2.800 ໂຕນ, ເຮັດໃຫ້ສະມັດຖະພາບການຂົນສົ່ງຕໍ່ໜຶ່ງຂະບວນ ເພີ່ມຂຶ້ນ 40%. ທົ່ວສາຍທາງ ສາມາດເປີດແລ່ນຂະບວນລົດໄຟຂົນສົ່ງສິນຄ້າສະສົມໄດ້ຫຼາຍກວ່າ 76.000 ຂະບວນ, ໃນນັ້ນ ຂະບວນລົດໄຟຂົນສົ່ງສິນຄ້າສາກົນ ເປີດແລ່ນສະສົມໄດ້ຫຼາຍກວ່າ 22.000 ຂະບວນ. ໃນໄຕມາດທີ 1, ມູນຄ່າສິນຄ້າສິນຄ້າຂາເຂົ້າ-ຂາອອກ ຜ່ານທາງລົດໄຟລາວ-ຈີນ ບັນລຸເຖິງ 6,81 ຕື້ຢວນ, ເພີ່ມຂຶ້ນ 62,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ຂະແໜງການທາງລົດໄຟ ໄດ້ເຊື່ອມຕໍ່ກັບຄວາມຕ້ອງການຂອງຕະຫຼາດຢ່າງຊັດເຈນ, ໂດຍເປີດແລ່ນຂະບວນລົດໄຟຂົນສົ່ງສິນຄ້າສາກົນ"ລົດໄຟລ້ານຊ້າງ-ແມ່ຂອງດ່ວນ" ເປັນປະຈຳ, ພ້ອມທັງເປີດຕົວຜະລິດຕະພັນຂະບວນລົດໄຟຂົນສົ່ງສິນຄ້າສາກົນຫຼາຍຮູບແບບ ເຊັ່ນ: “ລົດໄຟລ້ານຊ້າງ-ແມ່ຂອງດ່ວນ + ຂະບວນລົດໄຟຈີນ–ເອີຣົບ”, “ເສັ້ນທາງ ຊຽງໄຮ–ຢຸນນານ·ລານຊ້າງ-ແມ່ຂອງ”, “ເສັ້ນທາງ ປັກກິ່ງ–ຢຸນນານ·ລານຊ້າງ-ແມ່ຂອງ” ແລະ “ຂະບວນລົດໄຟທ່າເຮືອບົກຄຸນໝິງ” ພ້ອມທັງການຂົນສົ່ງຮ່ວມ ທາງລົດໄຟ-ທາງບົກ-ທາງທະເລ.ໄດ້ສ້າງຍີ່ຫໍ້ ຂະບວນລົດໄຟອາຊີກາງ ຂອງທາງລົດໄຟລາວ–ຈີນ, ວາງແຜນກຳນົດເສັ້ນທາງການແລ່ນຂະບວນລົດໄຟອາຊີກາງ ຕາມຕາຕະລາງເວລາທີ່ແນ່ນອນ ຈຳນວນ 3 ເສັ້ນທາງ ດ້ວຍຄວາມໄວ 120 ກິໂລແມັດຕໍ່ຊົ່ວໂມງ ແລະ 11 ເສັ້ນທາງ ດ້ວຍຄວາມໄວ 80 ກິໂລແມັດຕໍ່ຊົ່ວໂມງ. ຜ່ານການປ່ຽນຖ່າຍຂະບວນຢ່າງວ່ອງໄວ ກັບຂະບວນລົດໄຟຈີນ–ເອີຣົບ ຢູ່ເຂດຈົງຊິງ, ເຊີງຕູ ແລະ ສະຖານທີ່ອື່ນໆ,ໄດ້ຊ່ວຍຫຼຸດເວລາການຂົນສົ່ງທາງລົດໄຟ ຈາກປະເທດລາວ ແລະ ໄທ ໄປຍັງເອີຣົບ ເຫຼືອພຽງ 15 ວັນ.ສິນຄ້າຂ້າມແດນໄດ້ກວມເອົາ 31 ແຂວງ (ກິ່ງແຂວງ ແລະ ນະຄອນ) ຂອງຈີນ ແລະ 19 ປະເທດ ແລະ ເຂດແຄວ້ນ ເຊັ່ນ: ລາວ, ໄທ, ຫວຽດນາມ, ມາເລເຊຍ, ສິງກະໂປ ແລະ ອື່ນໆ. ປະເພດສິນຄ້າຂ້າມແດນໄດ້ຂະຫຍາຍຕົວ ຈາກເດີມ 10 ກວ່າຊະນິດ ເພີ່ມຂຶ້ນເປັນຫຼາຍກວ່າ 3.800 ຊະນິດ.
ຂະແໜງການທາງລົດໄຟ ໄດ້ຈັດຕັ້ງຂະບວນລົດໄຟຂົນສົ່ງສະເພາະ , ເປີດຊ່ອງທາງດ່ວນສີຂຽວ ສໍາລັບສິນຄ້າປະເພດອາຫານສົດ, ພ້ອມທັງເພີ່ມຄວາມຖີ່ໃນການແລ່ນຂະບວນລົດໄຟ ຕ່ອງໂສ້ຄວາມເຢັນ“ລົດໄຟລ້ານຊ້າງ-ແມ່ຂອງດ່ວນ” ຈາກ 2 ຂະບວນຕໍ່ມຶ້ ເພີ່ມຂຶ້ນເປັນປະມານ 6 ຂະບວນຕໍ່ມຶ້.ຂະບວນລົດໄຟ ຕ່ອງໂສ້ຄວາມເຢັນ ທາງລາງທັງໝົດ ຈີນ-ລາວ-ໄທ ໄດ້ເປີດແລ່ນເປັນປະຈຳແບບປົກກະຕິແລ້ວ. ນັບແຕ່ຕົ້ນປີນີ້ ຮອດວັນທີ 11 ມິຖຸນານີ້, ປະລິມານການນຳເຂົ້າໝາກໄມ້ ຜ່ານທາງລົດໄຟລາວ-ຈີນ ແມ່ນມີຫຼາຍກວ່າ 185.000 ໂຕນ, ເພີ່ມຂຶ້ນເກືອບ 73,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
记者从中国铁路昆明局集团有限公司获悉,截至6月13日,中老铁路今年以来全线累计运输货物超1000万吨,日均运输货物超6.7万吨,运输跨境货物超250万吨。
今年以来,中老铁路货运量延续火热势头,跨境货物列车每日开行数量由开通初期的2列增至最高23列,列车牵引吨位由2000吨提升至2800吨,单列运能提升40%。全线累计开行货物列车超7.6万列,国际货物列车累计开行超2.2万列。一季度,中老铁路进出口货值达68.1亿元,同比增长62.7%。
铁路部门精准对接市场需求,常态化开行“澜湄快线”国际货物列车,创新推出“澜湄快线+中欧班列”“沪滇·澜湄线”“京滇·澜湄线”“昆明陆港号”铁公海联运等一系列国际货运班列产品。打造中老铁路中亚班列品牌,铺画3条时速120公里和11条时速80公里图定中亚班列运行线,通过重庆、成都等地中欧班列快速中转,老挝、泰国等国家至欧洲铁路运输时间缩短至15天。跨境货物已覆盖中国31个省(区、市)和老挝、泰国、越南、马来西亚、新加坡等19个国家和地区,跨境运输商品种类从开通初期的10余种拓展至3800余种。
铁路部门成立运输专班,开通生鲜货物绿色通道,“澜湄快线”冷链班列开行频次从日常每天2列增开至6列左右。中老泰全铁冷链班列已实现常态化运行。截至6月11日,今年以来经中老铁路运输入境水果超过18.5万吨,同比增长近73.1%。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2026 —
06/17
15:18
— ແບ່ງປັນ —