ມໍລະດົກລ້ຳຄ່າໃນເມືອງລະດູບານໃໝ່ · ຫໍພິພິທະພັນນອກກະແສ | ຫໍພິພິທະພັນວາມາວ

ມາຈາກ:ໜັງສືພິມຢຸນນານ

ສະບາຍດີ ນັກຂ່າວ ມະນິ)ຢູ່ນະຄອນຄຸນໝິງ ມີຫໍພິພິທະພັນນອກກະແສຈຳນວນໜຶ່ງ ທີ່ອາດບໍ່ສະດຸດຕາ ແຕ່ເຕັມໄປດ້ວຍສະເໜ່ທາງວັດທະນະທຳ. ພວກມັນເປັນເໝືອນ “ບສົມບັດທາງວັດທະນະທຳ” ຂອງຄຸນໝິງໃນອະດີດ ທີ່ໄດ້ປ່ຽນຫັດຖະກຳພື້ນບ້ານ ແລະ ຄວາມຊົງຈຳແຫ່ງວິຖີຊີວິດ ໃຫ້ກາຍເປັນສິ່ງທີ່ສາມາດສຳຜັດໄດ້ ແລະ ກາຍເປັນສ່ວນໜຶ່ງຂອງສະເໜ່ອັນນ່າຄົ້ນຫາໃນວັດທະນະທຳຢູນນານ.

图1

ຢູ່ໃນກາງບ້ານ ທີ່ເອີ້ນວ່າ “ອິ້ເຄີອິ່ນ” ໃນເມືອງບູຮານຫຼົງສວນ, ແມວນ້ອຍສອງສາມໂຕກຳລັງຍ່າງເລາະຫຼິ້ນຢ່າງສະບາຍ,ຂະນະທີ່ກາງສັນຫຼັງຄາມີ ວາມາວ(ຮູບປັ້ນດິນເຜົາຮູບສັດມຸງຄຸນ ທີ່ນິຍົມວາງໄວ້ເທິງສັນຫຼັງຄາເຮືອນ)  ອົງໜຶ່ງນັ່ງຢ່ອງຢໍ້ຢູ່ ດ້ວຍດ້ວຍດວງຕາທີ່ດຸດັນ ແລະ ອ້າປາກກວ້າງຄືຊາມໃຫຍ່  ແລະ ນີ້ກໍຄື ຫໍພິພິທະພັນວາມາວຫຼົງສວນ. ໃນວັນທີ 18 ພຶດສະພາ 2022, ຫໍພິພິທະພັນແຫ່ງນີ້ໄດ້ເປີດໃຫ້ບໍລິການຢ່າງເປັນທາງການ.

ວາມາວ ແມ່ນສັດມຸງຄຸນຜູ້ພິທັກຮັກສາ ທີ່ນິຍົມວາງໄວ້ເທິງສັນຫຼັງຄາເຮືອນແບບດັ້ງເດີມຂອງຢູນນານ ໂດຍສື່ເຖິງຄວາມໝາຍໃນການປົກປ້ອງເຮືອນ, ຂັບໄລ່ສິ່ງບໍ່ດີ ແລະ ນຳພາໂຊກລາບ ແລະ ຄວາມເປັນສິລິມົງຄຸນມາສູ່ຄອບຄົວ.

ຢູ່ນະຄອນຄຸນໝິງ ມີ “ວາມາວເຊີງກົ້ງ”  ແລະ “ວາມາວຫຼົງສວນ” ເຊິ່ງຊາວບ້ານທ້ອງຖິ່ນນິຍົມເອີ້ນວ່າ “ແມວຫີນ”; ສ່ວນໃນເຂດຕ້າລີ່ ແລະ ລີ້ຈ່ຽງ ຈະເອີ້ນວ່າ “ຈ້ຽງຈີຫູ”(ເຊິ່ງເປັນເສືອຊະນິດໜຶ່ງ ນັ່ງຢ່ອງຢໍ້ຢູ່ ເທິງຫຼະຄານ ແລະ ມີຮູບຮ່າງຄ້າຍແມວ  ແລະ “ເສືອມົງຄຸນ” .

ພາຍໃນຫໍພິພິທະພັນ ມີການເກັບສະສົມວາມາວເກືອບ 400 ອົງ, ໂດຍແບ່ງອອກເປັນ ວາມາວແບບດັ້ງເດີມໃນສະໄໝກ່ອນ ແລະ ວິຈິດຕະກໍາສ້າງສັນທາງມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງວິວັດທະນາການຂອງສິລະປະຝີມືປະເພດນີ້ ຕະຫຼອດໄລຍະເວລາຫຼາຍຮ້ອຍປີ.

图2

ຕາມປະເພນີແລ້ວ ການຈັດວາງວາມາວມີຫຼັກເກນ ແລະ ຂໍ້ກຳນົດພິເສດພໍສົມຄວນ. ໃນອະດີດ ວາມາວຈະນັ່ງຢູ່ກາງສັນຫຼັງຄາ ອ້າປາກກວ້າງຫັນອອກດ້ານນອກ ໂດຍມີຈຸດປະສົງເພື່ອຂົ່ມຂວັນ ແລະ ປັດເປົ່າສິ່ງຊົ່ວຮ້າຍ. ປັດຈຸບັນ ຫຼັງຈາກມີການສ້າງສັນ ແລະ ພັດທະນາຮູບແບບໃໝ່ ວາມາວສາມາດນຳໄປວາງໄວ້ເທິງໂຕະຂຽນໜັງສື ຫຼື ໂຕະຊາ ໂດຍຄ່ອຍໆປ່ຽນຈາກ “ສັດສັກສິດປົກປ້ອງເຮືອນ” ມາເປັນເຄື່ອງຕົບແຕ່ງໃນຊີວິດປະຈຳວັນ.

ຫໍພິພິທະພັນບໍ່ໄດ້ມີໜ້າທີ່ພຽງແຕ່ຈັດສະແດງສິ່ງຂອງເທົ່ານັ້ນ ແຕ່ຍັງໃຫ້ຄວາມສຳຄັນກັບການສືບທອດວັດທະນະທຳແບບມີຊີວິດຊີວາ. ກິດຈະກຳການທ່ອງທ່ຽວຮຽນຮູ້ ແລະ ສຳຜັດປະສົບການທີ່ຈັດຂຶ້ນເພື່ອນັກທ່ອງທ່ຽວຈາກທົ່ວປະເທດ ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ລອງປັ້ນວາມາວດ້ວຍຕົນເອງ ແລະ ນຳຜົນງານທີ່ເປັນເອກະລັກກັບບ້ານ. ນັກສຶກສາຕ່າງຊາດຫຼາຍຄົນກໍຫຼົງໃນສະເໜ່ຂອງວາມາວ ແລະ ເດີນທາງມາໂດຍສະເພາະເພື່ອມາສຳຜັດປະສົບການປັ້ນວາມາວ. ໃນຊ່ວງວັນພັກ ຫຼື ວັນບຸນແຕ່ລະມື້ສາມາດຕ້ອນຮັບຜູ້ມາຢ້ຽມຢາມໄດ້ປະມານ 150 ເທື່ອຄົນ ໂດຍສ່ວນໃຫຍ່ເປັນນັກທ່ອງທ່ຽວຈາກຕ່າງແຂວງ. ທ່ານ ເຖິ້ງຮາວ ກ່າວ ວ່າ “ວາມາວນ້ອຍໆ ກຳລັງກາຍເປັນສື່ກາງໃນການເຊື່ອມໂຍງວັດທະນະທຳທີ່ແຕກຕ່າງກັນ”.

图3

ທ່າມກາງບັນດາສິ່ງຈັດສະແດງອັນຫຼາກຫຼາຍ ແລະ ລະລານຕາ “ວາມາວຫຼົງສວນ” ເປັນສິ່ງທີ່ດຶງດູດສາຍຕາເປັນພິເສດ. ທ່ານ ເຖິ້ງຮາວ ແນະນຳວ່າ ຮາກເຫງົ້າ ແລະ ຕົ້ນກຳເນີດຂອງມັນຝັງຮາກເລິກຢູ່ໃນຜືນແຜ່ນດິນຂອງບ້ານສຽວຢາວ. ໃນສະໄໝລາຊະວົງໝິງ ແລະ ຊິງ ບ້ານສຽວຢາວມີຄຳເວົ້າວ່າ “ທຸກສິບກ້າວມີໜຶ່ງເຕົາເຜົາ” ໂດຍຊາວບ້ານໄດ້ສືບທອດການເຮັດເຄື່ອງປັ້ນດິນເຜົາຈາກຮຸ່ນສູ່ຮຸ່ນ. ວາມາວຈຶ່ງນັ່ງປະຈຳຢູ່ເທິງສັນຫຼັງຄາ ຄອຍປົກປ້ອງ ແລະ ຮ່ວມຢູ່ຄຽງຄູ່ກັບວິຖີຊີວິດຂອງຜູ້ຄົນມາຫຼາຍຮ້ອຍປີ.

ໃນປີ 2005, ວາມາວຂອງບ້ານສຽວຢາວໄດ້ຖືກບັນຈຸເຂົ້າໃນບັນຊີມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸລະດັບເມືອງຄຸນໝິງ; ໃນປີ 2023, ທັກສະການເຮັດວາມາວຫຼົງສວນໄດ້ຖືກຍົກລະດັບເປັນມໍລະດົກວັດທະນະທຳທີ່ບໍ່ເປັນບໍ່ເປັນວັດຖຸລະດັບແຂວງ.

ຮູບຮ່າງຂອງວາມາວຫຼົງສວນມີຄວາມເປັນເອກະລັກຢ່າງສູງ ແລະ ຈື່ຈຳໄດ້ງ່າຍ: ໃຊ້ກະເບື້ອງໂຄ້ງຮູບເຄິ່ງວົງມົນເປັນຖານ, ຫົວກົມ ຕາໂປ່ງ, ປາກອ້າກວ້າງເຫັນແຂ້ວ, ມີສັນຍາລັກ “王” ຢູ່ເທິງຫົວ, ແລະ ມີລາຍໄທຈີ້ປາກົວຢູ່ໜ້າເອິກ. ສ່ວນໃຫຍ່ເຮັດຈາກເຄື່ອງປັ້ນດິນເຜົາເຄືອບດຳ ໂດຍບໍ່ໄດ້ປະດັບສີສັນຫຼາຍ, ແຕ່ໃນຄວາມງ່າຍນັ້ນກັບແຝງໄປດ້ວຍຄວາມຂຶງຂັງ ແລະ ພະລັງທີ່ບໍ່ອາດລະເມີດໄດ້.

ເມື່ອຍຸກສະໄໝປ່ຽນແປງໄປ, ຕຶກອາຄານສູງຂຶ້ນ ແລະ ຫຼັງຄາແບບເກົ່າຄ່ອຍໆຫາຍໄປ, ແຕ່ວາມາວຍັງບໍ່ໄດ້ຫາຍໄປຈາກຊີວິດຜູ້ຄົນ. ຜູ້ສືບທອດໄດ້ພະຍາຍາມປັບປ່ຽນມັນໃຫ້ກາຍເປັນ “ແມວພັກຜ່ອນ”, ເຄື່ອງຕົບແຕ່ງຂະໜາດນ້ອຍ, ຫຼື ແມ່ນແຕ່ກາຍເປັນກາຊາວາມາວ ເພື່ອໃຫ້ສີມືບູຮານໄດ້ສົນທະນາກັບຊີວິດສະໄໝໃໝ່. “ສີມືບູຮານບໍ່ໄດ້ຢຸດລົງ, ພຽງແຕ່ປ່ຽນ ‘ເສື້ອໃໝ່’ ແລະ ຍັງຄົງປົກປ້ອງເມືອງນີ້ຕໍ່ໄປ.”

图4

“ວາມາວແຕ່ລະຕົວມີເລື່ອງລາວຂອງຕົນເອງ, ເຕັມໄປດ້ວຍອາລົມຊີວິດ ແລະ ດຶງດູດທັງນັກທ່ອງທ່ຽວ ແລະ ຜູ້ຮັກວັດທະນະທຳ.” ທ່ານ ຮົງ ໄຮບົວ, ຜູ້ອຳນວຍການຫໍພິພິທະພັນ ກ່າວວ່າ: “ພວກເຮົາໄດ້ຈັດສະຖານທີ່ອາໄສໃຫ້ວາມາວຢູ່ໃນຫໍພິພິທະພັນ, ຮີບໂຮມຮຽບຮຽງເປັນລະບົບວັດທະນະທຳ, ເກັບຮັກສາຄວາມສະຫງົບຂອງວັນເວລາ, ແລະ ສືບທອດວັດທະນະທຳທ້ອງຖິ່ນນີ້ຕໍ່ໄປ.”

ຈາກການເປັນສັດປົກປັກຮັກສາບ້ານເຮືອນ ກ້າວໄປສູ່ການເຊື່ອມໂຍງເຂົ້າກັບວິຖີຊີວິດປະຈຳວັນ, ຈາກແປວໄຟໃນເຕົາເຜົາຕາມຊົນນະບົດ ກ້າວໄປສູ່ລະບົບລົດໄຟໃຕ້ດິນໃນຕົວເມືອງ, ການປ່ຽນແປງຂອງວາມາວ ບໍ່ພຽງແຕ່ແມ່ນການສືບທອດທີ່ມີຊີວິດຊີວາຂອງສີມືອັນເກົ່າແກ່ເທົ່ານັ້ນ, ແຕ່ຍັງແມ່ນການປະຕິບັດຢ່າງມີສະຕິຕື່ນຕົວຂອງເມືອງແຫ່ງນີ້ ໃນການຫັນປ່ຽນວັດທະນະທຳດັ້ງເດີມຢ່າງມີຫົວຄິດປະດິດສ້າງ ແລະ ພັດທະນາຢ່າງມີນະວັດຕະກຳ.

在昆明,藏着一批不起眼却充满文化韵味的小众博物馆,它们是老昆明的 “文化藏宝盒”,把民间技艺和生活记忆变成可触摸的实物,成为云南文化中耐人寻味的一部分。

图1

龙泉古镇的 “一颗印” 院落里,几只小猫悠闲踱步,屋脊正中蹲着一尊怒目圆睁、大口如盆的陶制瓦猫 —— 这就是龙泉瓦猫博物馆。2022 年 5 月 18 日,博物馆正式开放。

瓦猫是云南传统民居屋脊上的守护神兽,寓意镇宅辟邪、招财纳福。昆明有 “呈贡瓦猫”“龙泉瓦猫”,民间叫 “石猫猫”;大理、丽江则叫 “降脊虎”“吉祥虎”。馆内收藏近 400 尊瓦猫,分传统老瓦猫和非遗创意作品,展现这项技艺数百年的演变。

图2

传统瓦猫安放颇有规矩。过去蹲在屋脊正中,大张其口朝外目的是震慑邪祟。如今经过创新,瓦猫可放在书桌、茶台之上,从 “镇宅神兽” 悄然转变成日常摆件。博物馆不只陈列,更重活态传承。面向全国游客推出的研学体验活动,让参与者亲手捏制瓦猫,把独一无二的作品带回家。不少外国留学生被瓦猫深深吸引专程来体验验制作。节假日日均接待约 150 人次,多为省外游客。“小小瓦猫,正成为连接不同文化的窗口”滕豪说。

图3

在琳琅满目的展品中,龙泉瓦猫尤为吸睛。滕豪介绍,它的根脉深扎于小窑村的泥土之中。明清时期,小窑村“十步一窑”,村民世代抟土为器,瓦猫便蹲踞于屋脊之上,守了数百年人间烟火。2005年,小窑村瓦猫被列入昆明市级非物质文化遗产名录;2023年,龙泉瓦猫技艺升格为省级非遗。龙泉瓦猫的形制极有辨识度:以半圆瓦当作基座,圆头鼓眼,大口露牙,头顶一个“王”字,胸前饰太极八卦图,多为素陶黑釉,不施繁彩,憨拙中自有一股不容侵犯的威仪。

时代变了,楼房少了屋脊,但瓦猫没退场。传承人让它变身 “慵懒喵”、迷你摆件、瓦猫茶壶等新形态,让古老技艺与当代生活对话。“老手艺没停,只是换了‘新装’,继续守护这座城。”

图4

“每尊瓦猫都有故事,饱含生活情感,吸引游客和文化爱好者。” 馆长洪海波表示,“我们在馆内为瓦猫安家,梳理文化脉络,留存岁月安宁,把这份本土文化传承下去。”

从镇宅守院到融入日常,从乡野窑火到城市地铁,瓦猫的变迁不仅是一门技艺的活态传承,更是一座城市对传统文化创造性转化、创新性发展的自觉实践。

[ບັນນາທິການ:ມະນິ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2026

06/08

16:24

ແບ່ງປັນ

ແປ
翻译