ມາຈາກ:ພະແນກ ວທ ຢຸນນານ
(ສະບາຍດີ ນັກຂ່າວ ໂລລາ)ພໍຂໍ້ຄວາມສົ່ງມາ
ກໍອອກເຄື່ອນໄຫວທັນທີ
ຈະພາທຸກຄົນມາເບິ່ງເຫັດທີ່ເຮົາເກັບມາໄດ້
ມັນຕຸ້ຍປຸ້ຍໜ້າຮັກແທ້ໆ ເລີຍ
"ລະດູການກິນເຫັດ" ປະຈຳປີຂອງຢຸນນານ
ໄດ້ເລີ່ມຕົ້ນຂຶ້ນຢ່າງເປັນທາງການ ພ້ອມກັບຝົນຝອຍໃນລະດູຮ້ອນທີ່ຕົກລົງມາຢ່າງຕໍ່ເນື່ອງ
ນໍ້າຝົນໄດ້ໃຫ້ຄວາມຊຸ່ມຊື່ນແກ່ພູພາປ່າໄມ້
ເຫັດປ່າຄ່ອຍໆ ໂພ່ພົ້ນອອກມາຈາກໜ້າດິນ
ຢູ່ເມືອງຫຼົງຊວນ (Longchuan) ເຂດປົກຄອງຕົນເອງຊົນເຜົ່າໄຕແລະຈິງໂພ ເຕີຫົງ (Dehong)
ຕາມປ່າໄມ້ໃນພູເຂົາ ໄດ້ເຕັມໄປດ້ວຍ
ລົດຊາດສົດແຊບ ທີ່ຖືກຊ້ອນໄວ້ມາແຕ່ດົນນານ ແລະມີສະເພາະໃນລະດູຮ້ອນ
ທຸກຄົນຕ່າງກໍເປ້ກະຕ່າ
ມຸ່ງໜ້າເຂົ້າສູ່ພູຜາາປ່າໄມ້ ເພື່ອເລີ່ມເວລາແຫ່ງຄວາມມ່ວນຊື່ນໃນການເກັບເຫັດ
ຍ່າງເລາະຊົມປ່າ
ໃນອາກາດເຕັມໄປດ້ວຍກິ່ນຫອມອັນສົດຊື່ນຂອງຕົ້ນໄມ້ໃບຫຍ້າ
ເຫັດຈ້ຽນໂສ່ວຊິງ (Jianshouqing) ຖ່າຍໂດຍ: ຈ້າວ ຈືຕານ
ຄ່ອຍໆຊອກຫາຢ່າງລະອຽດ
ເຫັດຈ້ຽນໂສ່ວຊິງທີ່ອວບອ້ວນ
ແລະ ເຫັດແດງໃຫຍ່ທີ່ມີກິ່ນຫອມສົດ ແສນໜ້າຫຼົງໄຫຼ
ປາຍນິ້ວມືສຳຜັດດອກເຫັດແບບເບົາໆ
ເດັດເຫັດຂຶ້ນມາແບບສົມບູນທັງດອກ
ເຕັມໄປດ້ວຍຄວາມດີໃຈຈາກການເກັບເຫັດ
ນີ້ຄືຄວາມມ່ວນຊື່ນທີ່ມີພຽງໃນລະດູຝົນ
ແລະ ຍັງເປັນຄວາມສຸກນ້ອຍໆ ທີ່ລຽບງ່າຍຈາກພູພາປ່າໄມ້
ຂໍ້ແນະນຳດ້ວຍຄວາມຫວ່ງໃຍ
ເຫັດປ່ານ້ອຍໆເຖິງແມ່ນຈະມີລົດຊາດທີ່ແຊບຊ້ອຍ ແລະ ມີກິ່ນຫອມສົດຊື່ນ, ແຕ່ການເກັບ ແລະ ການກິນແມ່ນຕ້ອງລະມັດລະວັງຢ່າງເດັດຂາດ.ຂໍແຈ້ງໃຫ້ທຸກຄົນຮູ້ວ່າ ເມື່ອຂຶ້ນພູໄປເກັບເຫັດຕ້ອງປະຕິບັດກົດລະບຽບຄວາມປອດໄພຢ່າງເຄັ່ງຄັດ. ຈະຕ້ອງກວດກາຈຳແນກຊະນິດເຫັດຢ່າງລະອຽດ ແລະ ຫຼີກລ້ຽງເຫັດພິດຢ່າງເດັດຂາດ.ເມື່ອເວລາປຸງແຕ່ງເຫັດປ່າ ຕ້ອງຕົ້ມໃຫ້ສຸກດີ, ບໍ່ຄວນກິນດິບ ຫຼື ນຳເຫັດຫຼາຍຊະນິດເອົາມາຕົ້ມປົນກັນ, ຖ້າເກີດອາການເປັນພິດຈາກເຫັດ ຮີບໄປພົບແພດທັນທີ.ຂໍໃຫ້ທຸກຄົນຮັກສາມາດຕະຖານຄວາມປອດໄພດ້ານອາຫານ ເພື່ອໄດ້ເພີດເພີນກັບລົດຊາດອາຫານຈາກພູຜາປ່າໄມ້ໄດ້ຢ່າງສະບາຍໃຈ.ພ້ອມທັງຈຳແນກຊະນິດຂອງເຫັດປ່າຢ່າງລະອຽດ ແລະ ຫ່າງໄກຈາກເຫັດພິດຢ່າງເດັດຂາດ. ເວລາປຸງແຕ່ງເຫັດປ່າ ຕ້ອງຕົ້ມໃຫ້ສຸກດີແທ້ໆ, ບໍ່ຄວນກິນດິບ ຫຼື ນຳເຫັດຫຼາຍຊະນິດມາຕົ້ມປົນກັນ,ຫາກເກີດອາການເປັນພິດ ຄວນຮີບໄປພົບແພດທັນທີ, ຂໍໃຫ້ພວກເຮົາຮ່ວມກັນຮັກສາ ຄວາມປອດໄພດ້ານອາຫານ ເພື່ອໃຫ້ສາມາດຄວາມເສບຊົມໃຊ້ອາຫາຊບຈາກພູພາປ່າດອງແຈາກພູພາປ່າດອງໄດ້ຢ່າງສະບາຍໃຈ.
短信一来
我就行动
给大家看看我捡的菌
胖嘟嘟真的很可爱啊
一年一度的云南“吃菌季”
伴着绵绵夏雨正式开启
雨水浸润山林
野生菌悄悄破土而出
在德宏傣族景颇族自治州陇川县
山间林地早已藏满了
夏日限定的山野鲜味
大家纷纷背上竹篮
进山开启捡菌子的快乐时光
漫步林间
空气里满是清新的草木香气
细心探寻
肥嫩的见手青
鲜香的大红菌格外惹人喜爱
指尖轻触菌朵
摘下完整的菌子
满满都是收获的喜悦
这是独属雨季的限定快乐
也是最质朴的山野小确幸
温馨提示
小小野生菌鲜香味美,采摘、食用千万不可马虎,在此温馨提醒大家,上山捡菌一定要牢记安全准则,仔细辨别菌子种类,坚决远离有毒菌类。烹饪野生菌时一定要彻底煮熟煮透,不生食、不混煮,发生中毒要及时就医。让我们守住食品安全底线,安心享受这份山野美味。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2026 —
05/29
17:56
— ແບ່ງປັນ —