ມາຈາກ:ສະບາຍດີ
ວັນທີ 29 ເມສານີ້, ລົດໄຟດ່ວນ “ຂະບວນລ້ານຊ້າງ” ທີ່ບັນທຸກຖົ່ວລຽນໄທເຕັມຂະບວນໄດ້ແລ່ນເຂົ້າສູ່ດ່ານທາງລົດໄຟບໍ່ຫານຢູ່ເຂດຊາຍແດນລະຫວ່າງລາວ-ຈີນ ແລະ ການກວດກາຜ່ານດ່ານໃຊ້ເວລາພຽງ 8 ນາທີເທົ່ານັ້ນ.
ໃນຖານະເປັນດ່ານທາງລົດໄຟໃຫຍ່ທີ່ສຸດຂອງຈີນສູ່ອາຊຽນ, ດ່ານບໍ່ຫານທີ່ອາໄສເສັ້ນທາງລົດໄຟລາວ-ຈີນໄດ້ກາຍເປັນ “ຊ່ອງທາງຄຳ” ສຳລັບໝາກໄມ້ເຂດຮ້ອນຈາກອາຊີຕາເວັນອອກສຽງໃຕ້ເຂົ້າສູ່ປະເທດຈີນ. ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ເສັ້ນທາງລົດໄຟລາວ-ຈີນໄດ້ຂົນສົ່ງຖົ່ວລຽນນຳເຂົ້າຈາກຕ່າງປະເທດເຂົ້າສູ່ຈີນຫຼາຍກວ່າ 50.000 ໂຕນ, ເພີ່ມຂຶ້ນ 94% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຖົ່ວລຽນທີ່ຈັດສົ່ງຈາກປະເທດໄທໃຊ້ເວລາ 26 ຊົ່ວໂມງກໍຮອດນະຄອນຄຸນໝິງ ແລະສາມາດຂົນສົ່ງໄປເຖິງ 30 ກວ່າຕົວເມືອງໃນທົ່ວປະເທດຈີນພາຍໃນເວລາ 48ຊົ່ວໂມງ. ຄາດວ່າ ໃນປີ2026, ການຂົນສົ່ງໝາກໄມ້ເຂດຮ້ອນຜ່ານເສັ້ນທາງດັ່ງກ່າວຈະບັນລຸຫຼາຍກວ່າ 200.000 ໂຕນ.
记者4月27日从中国铁路昆明局集团有限公司获悉,今年1月1日至4月26日,中老铁路累计运输进口榴莲5.03万吨,同比增长94.2%。
今年以来,东南亚国家的榴莲、香蕉等特色农产品对中国出口需求持续旺盛。作为中老铁路国际联运核心枢纽,磨憨铁路口岸持续深化与老挝磨丁口岸的协同联动,优化通关流程,畅通跨境物流,全力保障东南亚国家生鲜货物快速过境。 为确保产自东南亚国家的水果新鲜抵达中国消费者手中,中国铁路部门联合海关、相关企业等开通生鲜查验绿色通道,实行优先进场、优先查验、优先送检,大幅缩短水果在口岸的停留时间。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2026 —
05/06
18:49
— ແບ່ງປັນ —