ຂະບວນລົດໄຟໂດຍສານສາກົນລາວ-ຈີນໄດ້ຂົນສົ່ງຜູ້ໂດຍສານຂ້າມຊາດຫຼາຍກວ່າ 800,000 ເທື່ອຄົນ

ມາຈາກ:ສະບາຍດີ

ນັກຂ່າວໄດ້ຮັບຮູ້ຈາກກຸ່ມບໍລິສັດຄຸນມີງທາງລົດໄຟຈີນຈຳກັດເປີດເຜີຍວ່າ: ວັນທີ 12 ເມສານີ້, ລົດໄຟໂດຍສານສາກົນລາວ-ຈີນໄດ້ເປີດບໍລິການຄົບຮອບ 3 ປີ. ໃນເວລາ 3 ປີມານີ້, ໄດ້ແລ່ນລົດຫຼາຍກວ່າ 3.190 ຖ້ຽວ ແລະຂົນສົ່ງຜູ້ໂດຍສານຂ້າມຊາດຫຼາຍກວ່າ 800,000 ເທື່ອຄົນທີ່ມາຈາກ 120 ກວ່າປະເທດ ແລະເຂດແຄ້ວນ.

1776050597386_440

ທາງລົດໄຟລາວ-ຈີນໄດ້ເຊື່ອມຕໍ່ຈຸດໝາຍປາຍທາງຂອງການທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຊົມຊອບຫຼາຍແຫ່ງ ເຊັ່ນ: ນະຄອນຄຸນມີງ, ກິ່ງແຂວງສິບສອງພັ່ນນາ, ແຂວງຫຼວງພະບາງ, ນະຄອນຫຼວງວຽງຈັນ ແລະອື່ນໆ,  ແຫຼ່ງທ່ອງທ່ຽວຫຼາຍກວ່າ 560 ແຫ່ງ, ແມ່ນເສັ້ນທາງຄຳແຫ່ງການທ່ອງທ່ຽວແບບຂ້າມຊາດ. ວັນທີ 13 ເມສາ ປີ 2023, ລົດໄຟໂດຍສານສາກົນລາວ-ຈີນໄດ້ເປີດບໍລິການ ແລະກາຍເປັນທາງເລືອກທຳອິດຂອງຜູ້ໂດຍສານຈີນ ແລະລາວໃນການເດີນທາງຂ້າມຊາດ.

ປັດຈຸບັນ, ມີລົດໄຟໂດຍສານສາກົນທີ່ແລ່ນລະຫວ່າງນະຄອນຄຸນມີງຂອງຈີນ ແລະນະຄອນຫຼວງວຽງຈັນຂອງລາວ 4 ຖ້ຽວຕໍ່ມື້, ແຕ່ລະຖ້ຽວມີບ່ອນນັ່ງສຳລັບຜູ້ໂດຍສານຂ້າມຊາດ 420 ບ່ອນນັ່ງ, ຈາກສະຖານີຄຸນມີງໃຕ້ເດີນທາງໄປຮອດນະຄອນຫຼວງວຽງຈັນໃຊ້ເວລາ 9 ຊົ່ວໂມງ 36 ນາທີ, ຂັ້ນຕອນຜ່ານດ່ານຢູ່ດ່ານບໍ່ຫານຂອງຈີນໃຊ້ເວລາປະມານ 50 ນາທີ.


记者从中国铁路昆明局集团有限公司获悉,4月12日,中老铁路国际旅客列车开行满三年。三年来,中老铁路国际旅客列车累计开行超3190列,发送来自120余个国家和地区的跨境旅客超80万人次。

1776050597386_440

中老铁路沿线串联起昆明、西双版纳、琅勃拉邦、万象等热门旅游目的地,旅游景点超过560个,是跨境旅游的黄金线路。2023年4月13日,中老铁路国际旅客列车开通运营,迅速成为中国和老挝旅客跨境出行的首选。

目前,昆明与万象之间每天开行国际旅客列车4列,每趟列车的跨境旅客席位有420个,昆明南站至万象的列车运行时间9小时36分,磨憨铁路口岸通关时间50分钟左右。


[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2026

04/13

10:00

ແບ່ງປັນ

ແປ
翻译