ມາຈາກ:ສະບາຍດີ
ຕອນເຊົ້າວັນທີ 25 ມີນານີ້, ລົດໄຟຂົນສົ່ງສິນຄ້າສາກົນຕາມທາງລົດໄຟລາວ-ຈີນຂະບວນໜຶ່ງໄດ້ແລ່ນອອກຈາກສະຖານີສູນຕູ້ສິນຄ້າເນີຄຸນມິງໃຕ້ແຂວງຢຸນນານຈີນ ມຸ່ງໜ້າສູ່ນະຄອນຫຼວງວຽງຈັນຂອງລາວ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ການຂົນສົ່ງສິນຄ້າຜ່ານທາງລົດໄຟລາວ-ຈີນໄດ້ບັນລຸເຖິງ 80 ລ້ານໂຕນຢ່າງເປັນທາງການ, ໃນນັ້ນ, ການຂົນສົ່ງສິນຄ້າຂ້າມຊາດມີຫຼາຍກວ່າ 18 ລ້ານໂຕນ ເຊິ່ງເປັນການຊຸກຍູ້ການພັດທະນາເສດຖະກິດຂອງພາກພື້ນຢ່າງແຂງແຮງ.
ຕາມຂ່າວແຈ້ງວ່າ, ນັບແຕ່ເປີດນຳໃຊ້ເປັນຕົ້ນມາ, ທາງລົດໄຟລາວ-ຈີນໄດ້ແລ່ນລົດໄຟຂົນສົ່ງສິນຄ້າລວມທັງໝົດ 71.000 ຂະບວນ, ຂະນະທີ່ການແລ່ນຂະບວນລົດໄຟຂົນສົ່ງສິນຄ້າຂ້າມຊາດທີ່ແລ່ນຂະໜານກັນຕໍ່ມື້ ໄດ້ເພີ່ມຈາກ 2 ຂະບວນໃນໄລຍະເບື້ອງຕົ້ນ ຂຶ້ນເປັນສູງສຸດ 23 ຂະບວນ, ແລະ ນ້ຳໜັກຂອງຂະບວນລົດໄຟໄດ້ເພີ່ມຂຶ້ນຈາກ 2,000 ໂຕນເປັນ 2,800 ໂຕນເຮັດໃຫ້ທາງລົດໄຟລາວ-ຈີນ ໄດ້ກາຍເປັນ “ເສັ້ນທາງຄຳ” ຂອງການເຊື່ອມໂຍງເຊື່ອມຈອດກັນລະຫວ່າງຈີນກັບອາຊຽນ.
3月25日,记者从中国铁路昆明局集团有限公司(以下简称“国铁昆明局”)获悉,当天上午,随着一列满载货物的中老铁路国际货物列车从云南昆明集装箱中心站驶向老挝万象,标志着中老铁路运输货物突破8000万吨,其中跨境货物运输量超1800万吨。
中老铁路自2021年12月3日开通运营以来,全线累计开行货物列车7.1万列,跨境货物列车每日开行数量由开通初期的2列增至最高23列,列车牵引吨数由2000吨增至2800吨,已成为中国与东盟互联互通的“黄金大通道”。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2026 —
03/27
15:00
— ແບ່ງປັນ —