ໝາກທຸລຽນມຸ່ງໜ້າໄປທາງທິດເໜືອ,ກາເຟເດີນທາງໄປທາງທິດຕາເວັນອອກ:ຍຸດທະສາດການໝູນວຽນສອງເສັ້ນທາງຂອງຄຸນມິງແມ່ນແຍກອອກຈາກທາງລົດໄຟນີ້ບໍ່ໄດ້!

ມາຈາກ:ສະບາຍດີ

ຄົນຈີນມັກກິນທຸລຽນຫຼາຍປານໃດ?ຕະຫຼາດຈີນບໍລິໂພກທຸລຽນເກືອບ91%ຂອງໂລກ.ດັ່ງນັ້ນ,ທຸລຽນຈາກອາຊີຕາເວັນອອກສຽງໃຕ້ໄປຢູ່ຮ້ານຂາຍໝາກໄມ້ຊັ້ນລຸ່ມຈາກເຮືອນຂອງເຈົ້າໄດ້ແນວໃດ?

ຈາກກິ່ງໄມ້ໄປຫາປາຍລີ້ນ,ການເດີນທາງຂ້າມຊາຍແດນຂອງໝາກທຸລຽນກາຍເປັນຕົວຢ່າງທີ່ຊັດເຈນຂອງຫົວຂໍ້ທີ່ຍິ່ງໃຫຍ່ຂອງການເປີດກວ້າງໃນລະດັບສູງຜ່ານທາງລົດໄຟ.ແຂວງຢຸນນານດ້ວຍມີເງື່ອນໄຂໄດ້ປຽບທາງພູມສາດເປັນແຂວງນຳເຂົ້າໝາກທຸລຽນທີ່ສຳຄັນຂອງຈີນ,ຊຶ່ງໝາຍຄວາມວ່າໜຶ່ງໃນສາມຂອງໝາກທຸລຽນໃນປະເທດຈີນແມ່ນມາຈະນຳເຂົ້າຈາກແຂວງຢຸນນານ.ກຸນແຈສຳຄັນກໍ່ແມ່ນທາງລົດໄຟລາວ-ຈີນສາຍນີ້.

ປະຈຸບັນ,ໝາກທຸລຽນຂອງໄທ60%ແມ່ນຂົນສົ່ງໂດຍຜ່ານທາງລົດໄຟລາວ-ຈີນ,ເຊິ່ງປະຫຍັດຄ່າຂົນສົ່ງໄດ້ຫຼາຍກວ່າ30,000ຢວນຕໍ່ຕູ້ຄອນເທນເນີເມື່ອທຽບກັບການຂົນສົ່ງທາງທະເລ.ໝາກທຸລຽນຂອງໄທເຂົ້າສູ່ປະເທດຈີນຜ່ານນະຄອນຫຼວງວຽງຈັນປະເທດລາວ,ເຂົ້າຜ່ານດ່ານຊາຍແດນບໍ່ຫານ,ແລະຫຼັງຈາກນັ້ນຖືກຂົນສົ່ງໄປທີ່ທ່າເຮືອສາກົນວັງເຈຍອິງຂອງເຂດການພັດທະນານະຄອນຄຸນມິງ(ເຂດການຄ້າເສລີຄຸນມິງ).

ໃນລະຫວ່າງກອງປະຊຸມຄັ້ງທີ4ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ14,ທ່ານຢາງເຈິ່ງຊິນຮອງປະທານສະພາປະຊາຊົນແຫ່ງຊາດແລະເຈົ້າຄອງນະຄອນຄຸນມິງແຂວງຢຸນນານໄດ້ຍ້ອງຍໍທາງລົດໄຟລາວ-ຈີນວ່າ:"ດ່ານບໍ່ຫານໄດ້ກາຍເປັນທ່າເຮືອທາງບົກທີ່ໃຫຍ່ທີ່ສຸດສຳລັບການນຳເຂົ້າໝາກທຸລຽນ,ດັ່ງນັ້ນຈຶ່ງເຮັດໃຫ້ໝາກໄມ້ຂອງຜູ້ບໍລິໂພກພາຍໃນປະເທດຈີນອຸດົມສົມບູນຂຶ້ນແລະເຮັດໃຫ້ປະຊາຊົນສາມາດເພີດເພີນກັບໝາກທຸລຽນໄດ້ຫຼາຍຂຶ້ນ."

ທາງປະສິດທິພາບການຂົນສົ່ງມີການປ່ຽນແປງຫຍັງແດ່?ເວລາການຂົນສົ່ງໄດ້ຫຼຸດລົງຈາກ7ມື້ມາເປັນ3ມື້,ເວລາຜ່ານດ່ານພາສີຫຼຸດລົງເປັນ2ມື້,ແລະຄ່າໃຊ້ຈ່າຍໃນການຂົນສົ່ງຫຼຸດລົງປະມານ30%.ໂດຍການນຳໃຊ້ທາງລົດໄຟລາວ-ຈີນ,ໝາກທຸລຽນຈະຖືກນຳເຂົ້າໃນຕູ້ຄອນເທນເນີທີ່ເກັບໄວ້ໃນຕູ້ເຢັນ,ຮັບປະກັນຄວາມສົດໃນຕະຫຼອດການເດີນທາງ.ດ່ານລົດໄຟບໍ່ຫານໃຊ້ເຕັກໂນໂລຊີນຳທາງເປຍໂຕວແລະ5Gເພື່ອສ້າງສະຖານທີ່ຂົນສົ່ງສິນຄ້າອັດສະລິຍະແລະຜ່ານດ່ານໃຊ້ພາຍໃນ2ຊົ່ວໂມງເທົ່ານັ້ນ.ໝາກທຸລຽນທີ່ບັນທຸກຢູ່ນະຄອນຫຼວງວຽງຈັນຂອງລາວສາມາດວາງຂາຍຢູ່ຊັ້ນວາງສັບພະສິນຄ້າໃນນະຄອນຄຸນມິງໄດ້ໃນມື້ຕໍ່ມາ.ຕາແສງບໍ່ຫານໄດ້ກາຍເປັນເສັ້ນທາງບົກທີ່ໃຫຍ່ທີ່ສຸດສຳລັບການນຳເຂົ້າໝາກທຸລຽນໃນປະເທດຈີນ.

ປະສິດທິພາບທີ່ດີຂຶ້ນຂອງການຂົນສົ່ງຂ້າມຊາຍແດນສະແດງໃຫ້ເຫັນໃນການຕອບສະໜອງໝາກໄມ້ຂອງປະຊາຊົນ:ນັບຕັ້ງແຕ່ການດຳເນີນງານຂອງຂະບວນລົດໄຟຂົນສົ່ງສິນຄ້າສາກົນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງໃນເສັ້ນທາງລົດໄຟລາວ-ຈີນ,ຄ່າໃຊ້ຈ່າຍໃນການຂົນສົ່ງໝາກໄມ້ຂອງອາຊີຕາເວັນອອກສຽງໃຕ້ໄດ້ຫຼຸດລົງ60%ເມື່ອທຽບກັບການຂົນສົ່ງທາງບົກແບບດັ້ງເດີມ,ແລະລາຄາສະເລ່ຍໃນຕະຫຼາດພາຍໃນປະເທດຈີນໄດ້ຫຼຸດລົງ30%.ການບັນລຸ"ເສລີພາບຂອງໝາກທຸລຽນ"ແມ່ນແຍກອອກຈາກທາງລົດໄຟນີ້ບໍ່ໄດ້!

ທຸລຽນແມ່ນ"ຄວາມຫວານ"ທີ່ນຳເຂົ້າຂອງຢຸນນານແລະກາເຟກໍ່ແມ່ນ"ກິ່ນຫອມອັນອຸດົມສົມບູນ"ທີ່ສົ່ງອອກປະເທດຂອງຢຸນນານ.ການສົ່ງອອກກາເຟຂອງແຂວງຢຸນນານແມ່ນຜົນມາຈາກຄວາມພະຍາຍາມຮ່ວມກັນຂອງຊຽງໄຮ້ແລະແຂວງຢຸນນານ.

ປີນີ້ແມ່ນວັນຄົບຮອບ30ປີຂອງການຮ່ວມມືຊຽງໄຮ້-ຢຸນນານ.ຜ່ານເວທີທາງກາຍະພາບຂອງເຂດວິທະຍາສາດແລະເຕັກໂນໂລຊີຊຽງໄຮ້-ຢຸນນານລິງກັງທີ່ຄຸນມິງ,ຂໍ້ໄດ້ປຽບຂອງຊຽງໄຮ້ໄດ້ຖືກເຊື່ອມໂຍງເຂັ້າກັນຢ່າງມີປະສິດທິພາບກັບຊັບພະຍາກອນ,ທີ່ຕັ້ງ,ແລະຂໍ້ໄດ້ປຽບດ້ານຕົ້ນທຶນຂອງຢຸນນານ.ຄຽງຄູ່ກັບການບໍລິການທຸລະກິດຊັ້ນໜຶ່ງແລະສິ່ງອຳນວຍຄວາມສະດວກຂອງສວນອຸດສາຫະກຳ,ລະບົບສະໜັບສະໜູນທີ່ສົມບູນແບບໄດ້ຖືກສະໜອງໃຫ້ວິສາຫະກິດຕ່າງໆ.

ທ່ານຖາມວ່າຍຸດທະສາດການໄຫຼວຽນພາຍໃນປະເທດແລະຕ່າງປະເທດແມ່ນຫຍັງ?ກໍ່ແມ່ນນີ້ແຫຼະ!ໃນຖານະທີ່ເປັນໜຶ່ງໃນເຂດທີ່ມີຄວາມເຂັ້ມຂຸ້ນສູງສຸດຂອງວິສາຫະກິດຂົນສົ່ງໃນທົ່ວແຂວງຢຸນນານ,ເຂດການພັດທະນາຄຸນມິງ(ເຂດການຄ້າເສລີຄຸນມິງ)ກຳລັງຈັດຕັ້ງປະຕິບັດຍຸດທະສາດ"ການເຊື່ອມໂຍງສີ່ເຂດ",ເພີ່ມທະວີແລະເສີມສ້າງການເຊື່ອມໂຍງຂອງຕະຫຼາດພາຍໃນແລະສາກົນ,ໄດ້ສົ່ງເສີມການເປີດກວ້າງສອງທາງ.ເຊື່ອມຕໍ່ຕະຫຼາດພາຍໃນແລະສາກົນ,ເຊິ່ງກຳລັງກ້າວໄປສູ່ການພັດທະນາແບບປະສົມປະສານຂອງ"ທ່າເຮືອ+ຊ່ອງທາງ+ຕະຫຼາດ",ເຊື່ອມໂຍງການຂົນສົ່ງ,ການຄ້າ,ແລະຕ່ອງໂສ້ອຸດສາຫະກຳ.ລະຫວ່າງກະແສການນຳເຂົ້າແລະນຳອອກເຫຼົ່ານີ້ແມ່ນເສັ້ນທາງເສດຖະກິດຂ້າມຊາຍແດນທີ່ກຳລັງເປັນຮູບເປັນຮ່າງ.

ເລື່ອງລາວຂອງການເປີດເສັ້ນທາງລົດໄຟນັ້ນໄປໄກກວ່າ"ເສລີພາບຂອງໝາກທຸລຽນ"ແລະ"ກາເຟຂາຍໄປທົ່ວໂລກ."ຂະບວນລົດໄຟບັນທຸກສິນຄ້າຈີນ-ເອີຣົບແລະຈີນ-ອາຊີກາງ,ຂະບວນລົດໄຟບັນທຸກສິນຄ້າເສັ້ນທາງໃໝ່ທາງບົກ-ທະເລຕາເວັນຕົກ...ໄດ້ເຄືອຂ່າຍການຂົນສົ່ງສາກົນທີ່ໜາແໜ້ນຂຶ້ນເລື້ອຍໆເຊິ່ງເຊື່ອມຕໍ່ຕະຫຼາດແລະຊັບພະຍາກອນພາຍໃນປະເທດຈີນແລະສາກົນກຳລັງໃຫ້ການສະໜັບສະໜູນຢ່າງແຂງແຮງສຳລັບ"ການຊື້ແລະການຂາຍທົ່ວໂລກ".

ຄວາມຕ້ອງການຢ່າງຫຼວງຫຼາຍໃນຕະຫຼາດຈີນກຳລັງສົ່ງຜົນກະທົບຕໍ່ເສດຖະກິດໂລກ;ການສະໜອງທີ່ຫຼາກຫຼາຍໃນຕະຫຼາດສາກົນຍັງຊ່ວຍປັບປຸງຄຸນນະພາບຊີວິດຂອງປະຊາຊົນຈີນທົ່ວໄປ.ຂະບວນລົດໄຟທີ່ແລ່ນໄວ,ນຳເອົາໂອກາດການພັດທະນາ,ກຳລັງມຸ່ງໜ້າໄປສູ່ໂລກກວ້າງໃຫຍ່,ແລະຈີນທີ່ເປີດກວ້າງກຳລັງໂອບກອດໂລກຢ່າງໃກ້ຊິດ.


中国人有多爱吃榴莲?中国市场几乎能“吃下”全球榴莲的91%,那么东南亚的榴莲是怎么进入你家楼下水果店的?

从枝头到舌尖,榴莲的跨国之旅,成为高水平对外开放这一宏大话题在铁路的生动演绎。区位优势显著的云南,是全国榴莲进口大省,相当于全国每三个榴莲就有一个从云南入境。关键,是这条铁路——中老铁路。

泰国榴莲现经中老铁路运输占比达60%,较海运节省运费超3万元/柜。泰国榴莲通过老挝万象进入中国,在磨憨口岸入境,再运抵位于昆明经开区(自贸试验区昆明片区)的王家营国际陆港。

十四届全国人大四次会议云南代表团举行开放团组会议时,全国人大代表、云南省昆明市市长杨承新为中老铁路点赞:“磨憨口岸已成为榴莲进口量最大的陆路口岸,从而丰富了国内消费者的‘果盘子’,让更多的人享受到榴莲自由。”

运输效率发生了什么变化?从7天压缩至3天,通关时间压缩至2天,中途倒装成本减少约30%。依托中老铁路,榴莲被装进铁路冷链集装箱入境,全程保鲜;磨憨铁路口岸运用5G、北斗导航等技术打造智慧货场,通关时间最快只要2小时。从老挝万象装车,金枕榴莲次日便可摆上昆明的商超货架。磨憨,已经成为全国最大的陆路榴莲进口通道。

跨境物流效率提升的成效,最终体现在百姓的“果盘子”里:中老铁路“澜湄快线”国际货运班列运营以来,东南亚水果运输成本较传统陆运降低60%,国内市场终端价格平均下降30%。实现“榴莲自由”,离不开这条铁路!

榴莲是云南进口的“甜蜜”,那咖啡就是云南出海的“醇香”。这杯咖啡香飘四海的背后,藏着一对“CP”——沪滇协作。

今年是沪滇协作30年,通过沪滇临港昆明科技城这一实体平台,将上海优势与云南的资源、区位、成本优势进行了高效对接,并配以一流的营商服务和产城配套,为企业提供全方位支撑体系。

你问什么是内循环与双循环?这就是!作为全省物流企业最密集的区域之一,昆明经开区(自贸试验区昆明片区)“四区联动”,做深做实内外统筹、双向开放文章,一手接国内、一手连国外,一体推进“口岸+通道+市场”发展,把物流、贸易、产业链接起来。一进一出之间,是一条正在成型的跨境经济走廊。

钢轨上的开放故事,远不止“榴莲自由”和“咖啡出海”。中欧中亚班列纵横万里,西部陆海新通道班列通江达海……一张联通内外的国际物流网越织越密,把国内国际两个市场、两种资源串联起来,为“买全球、卖全球”提供有力支撑。

中国市场的巨大需求,为世界经济注入融融暖意;国际市场的多元供给,也提升着中国百姓的生活质感。疾驰的列车载着发展机遇驶向广阔天地,开放的中国正与世界紧密相拥。

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2026

03/25

14:34

ແບ່ງປັນ

ແປ
翻译