ມາຈາກ:ສະບາຍດີ
ຄວາມໂລແມນຕິກໃນລະດູໃບໄມ້ປົ່ງຂອງເມືອງຄຸນມິງຖືກເຊື່ອງໄວ້ໃນທະເລດອກໄມ້ສີບົວ
ດອກໄມ້ສີບົວແຜ່ກະຈາຍຈາກສວນສາທາລະນະໄປເຖີງຖະໜົນຫົນທາງ
ແລະຈາກແຄມທະເລສາບໄປຫາປ່ອງຢ້ຽມຂອງເຮືອນ
ແມ່ນແຕ່ມຸມຫຼືເດີ່ນບ້ານທີ່ງຽບສະຫງົບ
ກໍ່ປະກົດເຫັນດອກຊາກຸຣະສີບົວ
ໃນເວລານີ້
ເມືອງຄຸນມິງທີ່ເຕັມໄປດ້ວຍດອກຊາກຸຣະສີບົວທີ່ບານເຮັດໃຫ້ສະຖານທີ່ແຫ່ງນີ້ອ່ອນໂຍນຍີ່ງຂື້ນ
ໄດ້ປະຕິບັດຕາມຄູ່ມືການຊົມດອກໄມ້ນີ້
ເພື່ອການຊົມແລະກິນດອກໄມ້
ແລະມ່ວນຊື່ນກັບລະດູໃບໄມ້ປົ່ງນຳກັນເລີຍ!
ແຜນທີ່ຊົມດອກໄມ້ຂອງຄຸນມິງ
📍ລະດູການດອກຊາກຸຣະ ອີຫລຽງ
ດອກຊາກຸຣະເກືອບ4,000ມູ,ປະກອບດ້ວຍຫຼາຍກວ່າ60ຊະນິດແລະ370,000ຕົ້ນທີ່ເບັ່ງບານຕິດຕໍ່ກັນຢູ່ໃນຮ່ອມພູດອກຊາກຸຣະຫຼັງພູເຂົາອີຫລຽງ,ໂດຍມີໄລຍະອອກດອກຕັ້ງແຕ່ລະດູໜາວແລະລະດູໃບໄມ້ປົ່ງ,ສ້າງປະສົບການທີ່ໜ້າປະທັບໃຈຂອງ"ການຊົມດອກຊາກຸຣະໃນຕອນກາງເວັນແລະການຊົມໂຄມໄຟໃນຕອນກາງຄືນ".ພວກເຮົາຂໍເຊີນທ່ານມາພັກຜ່ອນໃນທ້າຍອາທິດນີ້ແລະໄປຢ້ຽມຢາມເມືອງອີຫລຽງເພື່ອເລີ່ມຕົ້ນການເດີນທາງຊົມດອກຊາກຸຣະທີ່ໂລແມນຕິກແລະເພີດເພີນກັບງານລ້ຽງຊົມດອກໄມ້ໃນລະດູໃບໄມ້ປົ່ງ.
📍ມະຫາວິທະຍາໄລແຂວງຢຸນນານ (ເຂດດົງລູ)
ດອກເບໂກເນຍຢູ່ໃນມະຫາວິທະຍາໄລທີ່ອາຍຸຫຼາຍຮ້ອຍປີແມ່ນສວຍງາມຫຼາຍ,ສະທ້ອນກັບກຳແພງເກົ່າ,ເຕັມໄປດ້ວຍບັນຍາກາດແບບວິຊາການ.
📍ສວນສັດຄຸນມິງ (ພູຢວນຕົງ)
ໃນແຕ່ລະປີຕັ້ງແຕ່ທ້າຍເດືອນກຸມພາຫາທ້າຍເດືອນມີນາ,ດອກຊາກຸຣະແລະດອກເບໂກເນຍທີ່ສວນສັດຄຸນມິງໄດ້ເຂົ້າສູ່ລະດູການເບັງບານສູງສຸດ,ສ້າງເປັນພາບທີ່ງົດງາມຄື"ກະແສດອກຊາກຸຣະຫຼຸຍເຟິງ".ເນື່ອງຈາກຮູບຮ່າງແລະສີຂອງສອງດອກໄມ້ທີ່ຄ້າຍຄືກັນ,ມັນຈຶ່ງຖືກເອີ້ນວ່າ"ງານດອກຊາກຸຣະ".
"ງານດອກຊາກຸຣະ"ແມ່ນໄດ້ຖືກເອີ້ນວ່າເປັນໜຶ່ງໃນສິບຫົກສະຖານທີ່ທ່ອງທ່ຽວຂອງນະຄອນຄຸນມິງ.ເຊິ່ງໄດ້ຖືກລະບຸໄວ້ໃນບັນຊີລາຍຊື່ມໍລະດົກວັດທະນະທຳນາມມະທໍາຂອງນະຄອນຄຸນມິງໃນປີ2005,ແລະໄດ້ຖືກລະບຸໄວ້ໃນໃນບັນຊີລາຍຊື່ການປົກປ້ອງມໍລະດົກວັດທະນະທຳນາມມະທໍາຂອງແຂວງຢຸນນານໃນປີ2017.
ໃນຊ່ວງລະດູການເບັງບານສູງສຸດ,ມີນັກທ່ອງທ່ຽວແລະພົນລະເມືອງຫຼາຍສິບພັນຄົນໄດ້ໄປທະເລດອກໄມ້ຢູ່ສວນສັດຄຸນມິງໃນແຕ່ລະມື້.ສຽງຂອງກ້ອງຖ່າຍຮູບ,ສຽງຫົວຂວັນຂອງເດັກນ້ອຍ,ລົມແລະສຽງນົກນານາຊະນິດໄດ້ສ້າງເປັນພາບທີ່ດອກໄມ້ແລະຜູ້ຄົນມາເສີມເຊິ່ງກັນແລະກັນຢ່າງສວຍງາມ.
📍ສວນຢູຢວນ
ໃນຂະນະທີ່ລົມອຸ່ນພັດມາ,ດອກເບໂກເນຍໄດ້ເບີກບານ.ຢູ່ໃນສວນຢູຢວນຂອງສວນສາທາລະນະຕ້າກວນ,ດອກເບໂກເນຍກຳລັງຄ່ອຍໆແຕກອອກ,ແກວ່ງໄປມາຕາມລົມແລະເຕັມໄປດ້ວຍກິ່ນຫອມ,ສ້າງບັນຍາກາດລະດູໃບໄມ້ປົ່ງທີ່ອົບອຸ່ນແລະມີຄວາມສຸກ.
ປະຈຸບັນນີ້,ດອກເບໂກເນຍກຳລັງເບີກບານຢູ່ທົ່ວສວນ,ໄດ້ສ້າງຮູບພາບທີ່ຄືກັບຄວາມຝັນ.ຍ່າງຜ່ານໃນສວນເຊີ່ງໃຫ້ຄວາມຮູ້ສຶກວ່າຄືກັບວ່າຍ່າງເຂົ້າໄປໃນຮູບແຕ້ມ.
📍ວັດຕັນວາ
ໃນລະດູໃບໄມ້ປົ່ງ,ດອກເບໂກເນຍທີ່ວັດຕັນວາໄດ້ເບີກບານຢ່າງເຕັມທີ່.ຕົ້ນດອກເບໂກເນຍເປັນແຖວແລະກິ່ງງ່າປະດັບດ້ວຍດອກໄມ້ຄ້າຍຄືສາຍລູກປັດ.ລົມພັດມາອ່ອນໆ,ເງົາຂອງດອກໄມ້ແກວ່ງໄປມາຄືກັບຄື້ນນຳ້ໃນລະດູໃບໄມ້ປົ່ງ,ໄດ້ດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມແລະຫລົງໄຫລໃນຄວາມງາມຂອງດອກໄມ້.
昆明的春日浪漫藏在粉色的花海之中
从公园蔓延到街巷
从湖畔晕染至窗下
就连某个转弯的街角
某个静谧的院落也忽然被一树樱粉轻轻渲染
此刻的昆明
被樱花赋予了更多温柔
跟着这份赏花攻略
一同吃花、赏花
每一步都踩在了春天的信笺上!
📍宜良樱花季
宜良山后樱花谷内近4000亩、60余个品种、37万株樱花次第绽放,花期横跨冬春,打造出“白日赏樱、夜游观灯”的沉浸式体验。
邀您“周末不忙来趟宜良”,开启樱花烂漫之旅,共赴春日赏花盛宴。
📍云南大学(东陆校区)
百年学府里的垂丝海棠开得最是风雅,映着古旧的砖墙,书卷气拉满。
📍昆明动物园(圆通山)
每年2月底至3月下旬,昆明动物园樱花、海棠进入盛花期,两花叠放形成“螺峰樱潮”盛景。因花型、颜色相似,被人们统称为“樱潮”。
“圆通樱潮”被称为昆明十六景之一,2005年被列入昆明市非物质文化遗产名录,2017年被列入云南省非物质文化遗产保护名录。
盛花期时,每天上万人奔赴昆明动物园花海,相机快门声、孩童嬉笑声,与风声、鸟鸣交织,形成花潮人潮两相映的景致。
📍庾园
风吹暖,海棠花开。大观公园庾园内海棠花正陆续绽放一团团,一簇簇,一层层一树树海棠花随风摇弥漫着花香一派春意融融。
时下,园内各处海棠竞放,如梦似幻。人在园中走,宛如画中游。
📍昙华寺
春日的昙华寺中,垂丝海棠肆意盛开。成排的垂丝海棠,枝条低垂,花朵如串珠般点缀。微风拂过,花影摇曳,仿佛春水荡漾,引得游客驻足流连,沉醉其间。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2026 —
03/11
17:28
— ແບ່ງປັນ —