"ຢູນນານຊຸບເປີລີກ"- ວິຖີຊີວິດໃຫມ່ທີ່ເອີ້ນວ່າ "ກິລາຢູນນານ"

ມາຈາກ:ສະບາຍດີ

ປະຈຸບັນ, ຢູນນານຊຸບເປີລີກ ກຳລັງດຳເນີນຢູ່.ການແຂ່ງຂັນບານເຕະຕົວເມືອງຢູນນານ ທະນາຄານ Fudian 2025/2026  ຈັດຂຶ້ນຢູ່ຕີນພູຫິມະຢູລອງ(ລີຈຽງ), ແຄມໜອງແສ ດຽນຊີ(ຄຸນມິງ), ແຄມທະເລສາບ ເອີໄຮ(ດ້າລີ) ແລະ ຂ້າງປ່າຝົນ(ສິບສອງພັນນາ), ເຊິ່ງໄດ້ເຫັນບັນດານັກກິລາທີ່ບໍ່ພຽງແຕ່ເປັນນັກກິລາເທົ່ານັ້ນ, ແຕ່ຍັງເປັນຄູສອນ, ນັກຮຽນ, ປະຊາຊົນຈາກທຸກຊັ້ນຄົນ, ແລະ ແມ່ນແຕ່ນັກກິລາບານເຕະທີ່ອາໄສຢູ່ແຂວງຢຸນນານ. ຫຼັງຈາກການແຂ່ງຂັນ, ທີມງານທີ່ຊະນະຈະບໍ່ສະເຫຼີມສະຫຼອງຢູ່ໃນຫ້ອງປ່ຽນເຄື່ອງ, ແຕ່ແທນທີ່ຈະເຊື້ອເຊີນຄູ່ແຂ່ງ ແລະ ນັກທ່ອງທ່ຽວຈາກໄລຍະໄກມານັ່ງຮ່ວມກັນ ແລະ ຊີມອາຫານທ້ອງຖິ່ນຂອງແຕ່ລະກິ່ງແຂວງ (ນະຄອນ).

880697c580ac49bb333b11e4937a112d

ພິທີເປີດການແຂ່ງຂັນກິລາຢູນນານຊຸບເປີລີກ (ຖ່າຍໃນວັນທີ 29 ພະຈິກ).

ຢູ່ທີ່ນີ້, ກິລາບານເຕະໄດ້ຜ່ານຜ່າການແຂ່ງຂັນ, ກາຍເປັນປະຕູສູ່ຄວາມມັກມ່ວນຊື່ນ, ເປີດກວ້າງ, ແລະມີຮາກຖານເລິກເຊິ່ງ"ວິຖີຊີວິດໃຫມ່ທີ່ເອີ້ນວ່າ ກິລາຢູນນານ".

ຄວາມສະເໜ່ຂອງຢຸນນານບໍ່ເຄີຍຖືກຈຳກັດຢູ່ພຽງແຕ່ "ການເຫັນ" ແຕ່ແມ່ນ "ປະສົບການ" ເທົ່ານັ້ນ. ປະຈຸບັນ, "ຢູນນານຊຸບເປີລີກ" ກຳລັງປ່ຽນຄວາມມຸ່ງຫວັງນີ້ສຳລັບຊີວິດທີ່ດີເລີດໃຫ້ກາຍເປັນ "ວິຖີຊີວິດທີ່ເອີ້ນວ່າກິລາຢຸນນານ" ທີ່ເປັນຮູບປະທຳ, ມີເຂົ້າໃຈງ່າຍ, ເຂົ້າຮ່ວມໄດ້ ແລະ ປະສົບການຢ່າງເລິກເຊິ່ງ.

ໃນເມືອງດ້າລີ, ພົນລະເມືອງທີ່ແລ່ນອອກກຳລັງກາຍຕາມທະເລສາບ ເອີໄຮໃນຕອນເຊົ້າ ອາດຈະເປັນນັກກິລາຂອງສະໜາມ " ຢູນນານຊຸບເປີລີກ" ໃນຕອນບ່າຍ; ໃນເມືອງລີຈຽງ, ຜູ້ທີ່ມັກການຂຽນຕົວໜັງສື ດົງບາ ຊົນເຜົ່ານາຊີ ໄດ້ປ່ຽນຕົວມາສຄອດ ຂອງທີມງາມໃຫ້ສ້າງສັນເປັນສະຕິກເກີວັດທະນະທຳທີ່ທັນສະໄໝ; ໃນເມືອງຫົງເຫີ, ການພັກຜ່ອນຢ່ອນອາລົມຫຼັງຈາກການຝຶກຊ້ອມແມ່ນການກິນເຂົ້າປຸ້ນຂ້າມຂົວທີ່ມີຄວາມສຸກ... ກິລາ ກຳລັງກາຍເປັນສ່ວນໜຶ່ງຂອງຊີວິດປະຈຳວັນ.

26ddc3e53e1d28ddef7b115cb65e6ada

ແຟນບານເຕະສົ່ງກຳລັງໃຈໃຫ້"ຢູນນານຊຸບເປີລີກ" (ຖ່າຍໃນວັນທີ 29 ພະຈິກ).

ນອກຈາກນັ້ນ, ລາຄາປີ້ຂອງຢູນນານຊຸບເປີລີກແມ່ນ 9.9 ຢວນ ມີລາຄາບໍ່ແພງຫຼາຍ, ແລະໄດ້ບຸກເບີກນະໂຍບາຍ "ນັກກິລາມາດໍາລົງຊີວິດຢູ່ແຂວງຢຸນນານ" ເຮັດໃຫ້ຜູ້ທີ່ມັກກິລາບານເຕະທີ່ອາໄສຢູ່ໃນຢູນນານບໍ່ພຽງແຕ່ເປັນຜູ້ຊົມຂອງ "ຢູນນານຊຸບເປີລີກ" ເທົ່ານັ້ນ, ແຕ່ຍັງໄດ້ສະແດງຕົວເອງໃນຢູນນານທີ່"ສະຫວັນກິລາຄືກັບລະດູໃບໄມ້ປົ່ງຕະຫຼອດປີ".

ບ່ອນທີ່ບານເຕະມ້ວນ, ທົ່ງນາຂຽວອຸ່ມທຸ່ມ, ມີກິ່ນຫອມໃນທຸກລະດູການ. ສະໜາມກິລາບານເຕະເຫຼົ່ານີ້ໄດ້ກາຍເປັນ "ຫ້ອງຮັບແຂກຂອງຕົວເມືອງ" ຂອງ 16 ກິ່ງແຂວງ(ນະຄອນ)ຂອງແຂວງຢຸນນານ, ເຊີນນັກທ່ອງທ່ຽວມາສຳຜັດກັບວິຖີຊີວິດໃຫມ່ທີ່ເອີ້ນວ່າ "ກິລາຢູນນານ". (ຈົບ)


当前,“滇超”联赛如火如荼。在玉龙雪山下、滇池畔、洱海边、雨林旁开展的2025/2026富滇银行云南省城市足球联赛中,球员们不仅是运动员,他们还是老师、是学生、是来自各行各业的群众,甚至还有旅居云南的足球爱好者。赛后,赢球的一方也不会在更衣室狂欢庆祝,而是邀请对手和远道而来的游客,一起围坐品鉴各个州(市)的特色美食。

880697c580ac49bb333b11e4937a112d

“滇超”联赛开幕现场(11月29日摄)。

在这里,足球超越了竞技,成为一扇门,通往一种更热烈、更开放、更扎根于泥土的“云南体育生活方式”。

云南的吸引力,从来不止于“看”,而在于“过”。如今,“滇超”正将这种美好的生活向往,具象化为可感知、可参与、可沉浸的“有一种叫云南体育的生活方式”。

在大理,清晨在洱海边慢跑的市民,可能就是下午“滇超”赛场上的后卫;在丽江,纳西族东巴文书法爱好者,将球队的吉祥物绘制成时尚的文创贴纸;在红河,训练后的放松,是一起分享过桥米线的酣畅淋漓......体育,已经融入烟火日常。

26ddc3e53e1d28ddef7b115cb65e6ada

球迷应援“滇超”联赛(11月29日摄)。

此外,联赛9.9元的票价足够亲民,并首创“旅居球员”政策,让在云南旅居的足球爱好者不再是“滇超”的看客,更能在云南这个“四季赛事乐园”展示自己。

足球滚过之处,绿茵叠翠,四季芬芳,一座座球场成为云南十六州(市)的“城市会客厅”,邀请每一位来客,体验一种名叫“云南体育”的全新生活方式。(完)


[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2025

11/29

00:00

ແບ່ງປັນ

ແປ
翻译