ມາຈາກ:ສະບາຍດີ
ວັນທີ 10 ມີນານີ້,ທ່ານນາງ ເໝົານິງ ໂຄສົກກະຊວງການຕ່າງປະເທດຈີນປະກາດໃນກອງປະຊຸມຂ່າວ ປົກະຕິໃນວັນທີ 10 ນີ້ວ່າ:ໂດຍຕອບສະໜອງຕາມຄຳເຊີນຂອງທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນ,ທ່ານທອງສະຫວັນ ພົມວິຫານ ກຳມະການສູນກາງພັກປະຊາຊົນ ປະຕິວັດລາວລັດຖະມົນຕີກະຊວງການຕ່າງປະເທດລາວຈະເດີນທາງຢ້ຽມຢາມຈີນຢ່າງເປັນທາງການໃນລະຫວ່າງວັນທີ 12 ຫາ 15 ມີນານີ້.
ທ່ານນາງ ເໝົານິງ: ລາວ-ຈີນແມ່ນປະເທດສັງຄົມນິຍົມ ທັງເປັນ"ສະຫາຍແລະອ້າຍນ້ອງ", ທັງສອງຝ່າຍລ້ວນແຕ່ເປັນຜູ້ນຳໜ້າໃນການຊຸກຍູ້ການກໍ່ສ້າງຮ່ວມຊາຕາກຳ ແລະ ປະຕິບັດ 3 ຂໍ້ລິເລີ່ມທີ່ສຳຄັນຂອງໂລກ.ຈີນເປັນປະເທດແຫຼ່ງລົງທຶນ ແລະ ສົ່ງອອກຕ່າງປະເທດໃຫຍ່ຂອງລາວໃນຫຼາຍປີຕິດຕໍ່ກັນ, ປະລິມານການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າຕາມທາງລົດໄຟລາວ-ຈີນໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງໄດ້ກວມເອົາ 19 ປະເທດ ແລະ ເຂດແຄວ້ນ, ໄດ້ກາຍເປັນ "ຊ່ອງທາງທອງຄຳ" ຂອງແຫຼມອິນດູຈີນ.
ທ່ານທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດລາວເປັນຄັ້ງທຳອິດຢ້ຽມຢາມຈີນໃນພາຍຫຼັງຂຶ້ນຮັບຕຳແໜ່ງ,ທັງເປັນລັດຖະມົນຕີການຕ່າງປະເທດທໍາອິດທີ່ຢ້ຽມຢາມຈີນ ຫຼັງຈາກຈັດກອງປະຊຸມຄັ້ງທີ3ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ14 ແລະ ກອງປະຊຸມຄັ້ງທີ 3 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນສະໄໝທີ 14 ເປັນຕົ້ນມາ,ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມສຳຄັນອັນໃຫຍ່ຫຼວງຂອງສອງຝ່າຍຕໍ່ການສາຍພົວພັນລາວ-ຈີນ.ຈີນຄາດວ່າຜ່ານການຢ້ຽມຢາມຄັ້ງນີ້ ຈະລົງເລິກການກໍ່ສ້າງຮ່ວມຊາຕາກຳລາວ-ຈີນ, ເພື່ອສ້າງຄວາມສຸກຕໍ່ປະຊາຊົນສອງປະເທດ ແລະ ໃຫ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນໂລກ ແລະ ພາກພື້ນມີສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ.
中国外交部发言人毛宁10日在例行记者会上宣布:应中共中央政治局委员、外交部长王毅邀请,老挝外交部长通沙万将于3月12日至15日对中国进行正式访问。
毛宁:中老是社会主义“同志加兄弟”,双方在推进命运共同体建设、落实三大全球倡议方面始终走在前列。中国连续多年是老挝第一大外资来源国和出口国,中老铁路客货运量持续增长,跨境货物运输已覆盖19个国家和地区,成为中南半岛的“黄金大通道”。
此访是老挝外长通沙万就任后首次访华,也是中国全国两会后到访的首位外长,体现双方对中老关系的高度重视。中方期待通过此访,推动中老命运共同体建设走深走实,切实造福两国人民,为世界和地区和平稳定发展作出积极贡献。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2025 —
03/12
16:38
— ແບ່ງປັນ —