ມາຈາກ:ສະບາຍດີ
ຕອນເຊົ້າວັນທີ 25 ກຸມພານີ້, ພິທີລົງນາມ ແລະ ເຊັນສັນຍາສຳລັບສູນການຄ້າໝາກໄມ້ອາຊີຕາເວັນອອກສ່ຽງໃຕ້ຂອງເຂດອະນຸພາກພື້ນແມ່ນ້ຳຂອງ (GMS) ໄດ້ຈັດຂຶ້ນຢູ່ສູນເຕົ້າໂຮມ ແລະ ແຈກຢາຍສິນຄ້າກະສິກຳໜອງຟ້າຄຸນມິງ. ເຊິ່ງໄດ້ບາດກ້າວທີ່ສຳຄັນສຳລັບສອງຝ່າຍໃນການຊຸກຍູ້ການຮ່ວມມືດ້ານການຄ້າກະສິກຳຂອງພາກພື້ນ.ໃນຕໍ່ໜ້າ, ຈະຮ່ວມກັນສ້າງເວທີໄໝ່ຂອງການຄ້າໝາກໄມ້ອາຊີຕາເວັນອອກສ່ຽງໃຕ້ ແລະ ເພີ່ມທະວີການເຊື່ອມໂຍງເສດຖະກິດຂອງພາກພື້ນ.
ສູນເຕົ້າໂຮມ ແລະ ແຈກຢາຍສິນຄ້າກະສິກຳໜອງຟ້າຕັ້ງຢູ່ທາງທິດໃຕ້ຂອງສີ່ແຍກຖະໜົນ ຈິງໝາ ເຂດ ກວາງຕູ້ ນະຄອນຄຸນມິງ, ມີເນື້ອທີ່ປະມານ10.7ເຮັກຕາ, ມີສາງເຢັນທັງໝົດ 78 ແຫ່ງ ເນື້ອທີ່ທັງໝົດປະມານ 10,000 ຕາແມັດ, ເສັ້ນທາງລົດໄຟ 3 ເສັ້ນ,ມີພື້ນທີ່ບ່ອນຈອດລົດເກືອບ 40,000 ຕາແມັດ ແລະ 15,000 ຕາແມັດຂອງສະຖານທີ່ສະຫນັບສະຫນູນສໍາລັບການວາງສະແດງຜະລິດຕະພັນ, ການຝຶກອົບຮົມອີຄອມເມີຊ ແລະ ຫ້ອງການ.
ຫົວໜ້າຂອງສູນດັ່ງກ່າວໄດ້ແນະນຳວ່າ: GMS ແມ່ນສາຍພົວພັນທີ່ສຳຄັນລະຫວ່າງຈີນກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້, ດ້ວຍແຫຼ່ງຊັບພະຍາກອນກະສິກຳທີ່ອຸດົມສົມບູນ ແລະ ມີທ່າແຮງດ້ານຕະຫຼາດອັນໃຫຍ່ຫຼວງ. ໃນຊຸມປີມໍ່ໆມານີ້, ດ້ວຍການເຊື່ອມໂຍງເສດຖະກິດພາກພື້ນຢ່າງເລິກເຊິ່ງ, ການຮ່ວມມືລະຫວ່າງບັນດາປະເທດ GMS ໃນຂົງເຂດກະສິກຳນັບມື້ນັບແໜ້ນແຟ້ນ, ການຄ້າໝາກໄມ້ໄດ້ສະແດງໃຫ້ເຫັນທ່າອ່ຽງພັດທະນາຢ່າງຕັ້ງໜ້າ. ສູນດັ່ງກ່າວຈະເຊື່ອມໂຍງຊັບພະຍາກອນໝາກໄມ້ໃນພາກພື້ນ GMS ຢ່າງມີປະສິດທິຜົນ, ສົ່ງເສີມການຜະລິດ ແລະ ການຕະຫຼາດ ເຊື່ອມໂຍງເຂົ້າກັນ,ຫຼຸດຜ່ອນຕົ້ນທຶນທຸລະກຳ, ປັບປຸງປະສິດທິຜົນການຄ້າ ແລະ ຈະເອົາພະລັງຊີວິດໃໝ່ເຂົ້າໃນການພັດທະນາອຸດສາຫະກຳໝາກໄມ້ຂອງແຂວງຢຸນນານ.
2月25日上午,大湄公河次区域(GMS)东南亚水果交易中心挂牌仪式暨签约仪式在昆明市农發农业集散中心举办。这标志着双方在促进区域农业贸易合作方面迈出重要一步,今后将共同打造东南亚水果交易的新平台,加强区域经济一体化。
农發农业集散中心位于昆明市官渡区金马路,占地161亩,拥有78个共计1万平方米左右的冷库,3条铁路专线,近4万平方米的广场停车区以及1.5万平方米配套的货品展示、电商培训、办公场地等。
该中心负责人介绍,GMS是连接中国与东南亚国家的重要纽带,拥有丰富的农业资源和巨大的市场潜力。近年来,随着区域经济一体化不断深入,GMS各国在农业领域的合作日益密切,水果贸易呈现出蓬勃发展的良好态势。该中心将有效整合GMS区域内的水果资源,促进产销对接,降低交易成本,提升贸易效率,为云南区域水果产业发展注入新活力。
ອັດຕາແລກປ່ຽນໃນມື້ນີ້:
1CNY = 2983 LAK
— 2025 —
02/28
00:00
— ແບ່ງປັນ —