ດ່ານບໍ່ຫານກາຍເປັນດ່ານທາງບົກແຂວງຢຸນນານທີ່ມີນັກທ່ອງທ່ຽວສັນຊາດໄທຜ່ານດ່ານເຂົ້າເມືອງຈີນຫຼາຍທີ່ສຸດ

ມາຈາກ:ສະບາຍດີ

"ນີ້ເປັນເທື່ອທີສອງຂອງຂ້ອຍທີ່ເດີນທາງໄປເມືອງຈີນ,ຂ້ອຍໄດ້ເຫັນພາບຫິມະເປັນເທື່ອທຳອິດໃນຄຸນມິງ, ຂ້ອຍຕື່ນເຕັ້ນຫຼາຍ!" ໃນວັນທີ 7 ກຸມພານີ້, ນັກທ່ອງທ່ຽວສັນຊາດໄທທີ່ລໍຖ້າຜ່ານດ່ານອອກເມືອງຢູ່ດ່ານບໍ່ຫານເຂດຊາຍແດນລາວ-ຈີນ,ກ່າວດ້ວຍຮອຍຍິ້ມວ່າ.

ອີງຕາມດ່ານກວດກາຄົນເຂົ້າອອກເມືອງບໍ່ຫານຈີນແຈ້ງໃຫ້ຮູ້ວ່າ: ໃນປີ 2024, ດ່ານບໍ່ຫານ(ລວມທັງດ່ານທາງຫຼວງ ແລະ ດ່ານທາງລົດໄຟ) ນັບລວມແລ້ວໄດ້ກວດກາໃຫ້ຜ່ານດ່ານຕໍ່ນັກທ່ອງທ່ຽວສັນຊາດໄທເຂົ້າອອກແດນປະເທດຈີນຈຳນວນ33.000 ກວ່າເທື່ອຄົນ ແລະ ກຸ່ມທ່ອງທ່ຽວໄທ 250 ກວ່າກຸ່ມ ທີ່ມີນັກທ່ອງທ່ຽວ 7,600 ກວ່າ ເທື່ອຄົນ,ໃນນັ້ນ ມີຫຼາຍກວ່າ 82% ເປັນນັກທ່ອງທ່ຽວໄທ ທີ່ເຂົ້າມາໂດຍຍົກເວັ້ນວິຊາ.ປະເທດທີ່ມີຄົນເຂົ້າແດນປະເທດຈີນຫຼາຍທີ່ສຸດແມ່ນນັກທ່ອງທ່ຽວສັນຊາດໄທ, ກວມເອົາຫຼາຍກວ່າ 70%. ດ່ານບໍ່ຫານກາຍເປັນດ່ານທາງບົກແຂວງຢຸນນານທີ່ມີນັກທ່ອງທ່ຽວໄທຜ່ານດ່ານເຂົ້າເມືອງຈີນຫຼາຍທີ່ສຸດ.

0f11ea0a2d3c496173981daf9906fc6

ໃນຊຸມປີມໍ່ໆມານີ້, ສອງປະເທດລະຫວາງຈີນກັບໄທໄດ້ກາຍເປັນແຫຼ່ງທ່ອງທ່ຽວທີ່ສຳຄັນເຊີ່ງກັນແລະກັນໃນຕະຫຼາດການທ່ອງທ່ຽວ. ແຕ່ວັນທີ 1 ມີນາປີ 2024 ເປັນຕົ້ນໄປ, ຂໍ້ຕົກລົງຍົກເວັ້ນວີຊາລະຫວ່າງຈີນກັບໄທໄດ້ມີຜົນສັກສິດຢ່າງເປັນທາງການ, ປີນີ້ຍັງເປັນປີຄົບຮອບ 50 ປີແຫ່ງການສ້າງສາຍພົວພັນທາງການທູດຈີນ-ໄທ"ສາຍພົວພັນມິດຕະພາບຈີນ-ໄທ ຄົບຮອບ 50 ປີ ",ຄາດວ່າ ຈະກ້າວເຂົ້າສູ່ຮອບໃໝ່ຂອງຈຸດສູງສຸດສຳລັບນັກທ່ອງທ່ຽວຈີນອອກໄປທ່ຽວເມືອງໄທ ແລະ ນັກທ່ອງທ່ຽວໄທອອກໄປທ່ຽວເມືອງຈີນ.

447c111d8305dac46d39f42988d18c3

ທ່ານນາງ ຢູ້ນ້ຳ ຜູ້ນຳທ່ຽວຂອງບໍລິສັດການທ່ອງທ່ຽວສາກົນຈີນ ສາຂາຄຸນມິງ ຈຳກັບ ແນະນໍາວ່າ:"ນັກທ່ອງທ່ຽວທີ່ເຂົ້າເມືອງໄທສ່ວນຫຼາຍແມ່ນໄປທ່ຽວຊົມຍາດພີ່ນ້ອງ ແລະ ໝູ່ເພື່ອນ,ຍ້ອນວ່າຕະຫຼາດການທ່ອງທ່ຽວຂອງປະເທດເຮົານັບມື້ນັບມີຄວາມດຶງດູດ ແລະ ການທ່ອງທ່ຽວແບບດັ້ງເດີມຂອງຈີນ, ການທ່ອງທ່ຽວຫິມະ, ການທ່ອງທ່ຽວຂັບລົດດ້ວຍຕົນເອງ ແລະ ໂຄງການທ່ອງທ່ຽວອື່ນໆຍັງໄດ້ຮັບຄວາມນິຍົມຊົມຊອບ, ແຂກສັນຊາດໄທຫຼາຍຄົນໄດ້ເຂົ້າເມືອງຈີນຫຼາຍເທື່ອ, ບາງຄົນກໍ່ເປັນເພື່ອນຂອງພວກເຮົາແລ້ວ!"

4b6befd80ec31dfe8d275bdd5e1ef0c

ພັກບຸນກຸດຈີນປີນີ້, ເປັນບຸນກຸດຈີນຄັ້ງທຳອິດພາຍຫຼັງບຸນກຸດຈີນຖືກຈັດເຂົ້າໃນລາຍຊື່ມໍລະດົກໂລກ,ໄດ້ດຶງດູດນັກທ່ອງທ່ຽວໄທເຂົ້າມາທ່ຽວຊົມບຸນກຸດຈີນຢ່າງຫຼວງຫຼາຍ. ນັບແຕ່ຕົ້ນປີນີ້ເປັນຕົ້ນມາ,ດ່ານກວດກາຄົນເຂົ້າອອກເມືອງບໍ່ຫານຈີນໄດ້ກວດກາໃຫ້ຜ່ານດ່ານຕໍ່ນັກທ່ອງທ່ຽວສັນຊາດໄທ 2.600 ກວ່າເທື່ອຄົນ ແລະ ຫຼາຍກວ່າ 99.4% ທີ່ເຂົ້າມາໂດຍຍົກເວັ້ນວິຊາ.

3eef3405503faa2fc81d2ae6920773e


“这是我第二次来中国旅游,在昆明我第一次看到了雪景,实在是太兴奋了!”2月7日,在中老边境磨憨口岸,等待出境的泰国籍旅客坤拉帕满脸笑容地说。

据磨憨出入境边防检查站统计,2024年,磨憨口岸(包括公路口岸和铁路口岸)共计验放出入境泰国籍旅客3.3万余人次,验放出入境泰国旅游团250余个7600余人次,其中免签入境泰国籍旅客占比超过82%。在验放出入境的第三国人员中,泰国籍旅客占比超70%。磨憨口岸成最多泰国旅客入境云南的陆路口岸。

0f11ea0a2d3c496173981daf9906fc6

近年来,中泰两国互为旅游市场重要的客源地和目的地。自2024年3月1日起,中泰两国互免持普通护照人员签证协定正式生效,今年还是中泰建交50周年暨“中泰友谊金色50年”,预计将迎来新一轮中国旅客出境泰国和泰国旅客入境中国的高峰。

447c111d8305dac46d39f42988d18c3

昆明中国国际旅行社导游玉南介绍:“入境泰国籍旅客大部分以旅游和探亲访友为主,随着我国旅游市场的吸引力越来越大,以及中国传统体验游、冰雪游、自驾游等旅游项目的持续火爆,很多泰国客人已经来过中国很多次了,有的都成为我们的朋友了!”

4b6befd80ec31dfe8d275bdd5e1ef0c

今年春节假期,作为申遗成功后的首个中国春节,也吸引了许多泰国籍旅客入境体验中国年味。今年以来,磨憨边检站共计验放出入境泰国籍旅客2600余人次,免签入境人数超过99.4%。

3eef3405503faa2fc81d2ae6920773e

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Yang Yan]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2025

02/14

10:16

ແບ່ງປັນ

ແປ
翻译