ໄລຍະບຸນກຸດຈີນທາງລົດໄຟແຂວງຢູນນານຂົນສົ່ງຜູ້ໂດຍສານຫຼາຍກວ່າ 10 ລ້ານເທື່ອຄົນ

ມາຈາກ:ສະບາຍດີ

1813600

ສະບາຍດີ ນັກຂ່າວຄຳປະເສີດ)ວັນທີ 11 ກຸມພານີ້,ນັກຂ່າວໄດ້ຮັບຂໍ້ມູນຈາກກຸ່ມບໍລິສັດທາງລົດໄຟຈີນ ສາຂາຄຸນມີງ ຈຳກັດ(ຕໍ່ໄປນີ້ເອີ້ນວ່າ "ສາຂາຄຸນມີງ"),ນັບແຕ່ເລີ່ມດໍາເນີນການຂົນສົ່ງໃນໄລຍະບຸນກຸດຈີນປີນີ້ຈົນຮອດວັນທີ10ກຸມພາ,ສາຂາຄຸນມີງໄດ້ຂົນສົ່ງຜູ້ໂດຍສານ 10,25ລ້ານເທື່ອຄົນ,ເພີ່ມຂຶ້ນ185,000ເທື່ອຄົນເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ,ເພີ່ມຂຶ້ນ1,8%,ໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 400,000 ຄົນຕໍ່ມື້ເປັນເວລາ 10 ວັນຕິດຕໍ່ກັນ, ມີຜູ້ໂດຍສານສູງສຸດ 503,000 ຄົນໃນມື້ດຽວ. 

ນັບແຕ່ການຂົນສົ່ງຜູ້ໂດຍສານໃນບຸນກຸດຈີນເປັນຕົ້ນມາ,ການຂົນສົ່ງຜູ້ໂດຍສານລະຫວ່າງແຂວງຢູນນານສ່ວນໃຫຍ່ແມ່ນສຸມໃສ່ທິດທາງຈາກນະຄອນຄຸນມິງຫານະຄອນເສິງຕູ,ນະຄອນອູຮັ້ນ,ນະຄອນເຊິນເຈິ້ນ,ແຂວງກວາງຕຸງ,ນະຄອນຊຽງໄຮ້,ນະຄອນຫນານຈິງ ແລະ ນະຄອນຫາງໂຈ່ວ.ການໄຫຼວຽນຂອງຜູ້ໂດຍສານໃນແຂວງຢຸນນານສ່ວນໃຫຍ່ແມ່ນສຸມໃສ່ເຂດທ່ອງທ່ຽວຮ້ອນເຊັ່ນຄຸນມິງຫາກິ່ງແຂວງດາລີ,ນະຄອນລີຈຽງ,ສິບສອງພັນນາ,ແລະຊາງຣີລາ,ແລະເຂດທີ່ມີປະຊາກອນໜາແໜ້ນເຊັ່ນ:ຄຸນມິງ ຫາ ຈູເຈີນ,ຈູຊິງ,ຫົງເຮີ ແລະ ລິນຊານ. 

ທາງລົດໄຟໄດ້ສົ່ງເສີມການທ່ອງທ່ຽວຂອງແຂວງຢຸນນານຢ່າງຫຼວງຫຼາຍ.ຕາມຂ່າວແຈ້ງວ່າ,ໃນໄລຍະພັກບຸນກຸດຈີນ,ທົ່ວແຂວງຢຸນນານໄດ້ຕ້ອນຮັບນັກທ່ອງທ່ຽວຫຼາຍກວ່າ40,8ລ້ານເທື່ອຄົນ,ບັນລຸການໃຊ້ຈ່າຍດ້ານການທ່ອງທ່ຽວ54,466ຕື້ຢວນ,ໃນນັ້ນ,ເຂດທິວທັດທີ່ມີລະດັບ4Aຂຶ້ນໄປ207ແຫ່ງໄດ້ຕ້ອນຮັບນັກທ່ອງທ່ຽວຫຼາຍກວ່າ17,7ລ້ານເທື່ອຄົນ,ເພີ່ມຂຶ້ນ9,4%,ໄດ້ຕ້ອນຮັບນັກທ່ອງທ່ຽວເຂົ້າເມືອງພັກເຊົາ 38,000 ເທື່ອຄົນ,ເພີ່ມຂຶ້ນ 55,8%.ຈາກປະລິມານການຂົນສົ່ງຜູ້ໂດຍສານທາງລົດໄຟ,ຜູ້ໂດຍສານໃນເຂດທີ່ນິຍົມການທ່ອງທ່ຽວໄດ້ເພີ່ມຂຶ້ນຢ່າງຈະແຈ້ງ,ໃນນັ້ນສະຖານີ ດາລີ ໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ1ລ້ານເທື່ອຄົນ,ສະຖານີສິບສອງພັນນາຂົນສົ່ງຜູ້ໂດຍສານ570,000ເທື່ອຄົນ ແລະ ສະຖານີ ລີຈຽງ ຂົນສົ່ງຜູ້ໂດຍສານ450,000ເທື່ອຄົນ.ນັບແຕ່ໄດ້ຂົນສົ່ງຜູ້ໂດຍສານໃນບຸນກຸດຈີນເປັນຕົ້ນມາ,ຕອນ ຈີນຂອງທາງລົດໄຟລາວ-ຈີນໄດ້ສົ່ງຜູ້ໂດຍສານ 62,000 ເທື່ອຄົນຕໍ່ມື້, ໄດ້ສົ່ງຜູ້ໂດຍສານມີເຖິງ 1,75 ລ້ານເທື່ອຄົນ. 

1813600

昆明信息港讯(昆明日报 记者王绍芬)2月11日,记者从中国铁路昆明局集团有限公司(以下简称“国铁昆明局”)获悉,自今年春运启动至2月10日,国铁昆明局累计发送旅客1025万人次,同比增加18.5万人次,增长1.8%,连续10日日发送旅客超40万人次,单日最高发送旅客50.3万人次。

春运以来,云南省际客流主要集中在昆明至成渝、武汉、广深、沪宁杭等方向。云南省内客流主要集中在昆明至大理、丽江、西双版纳、香格里拉等热点旅游地区,以及昆明至曲靖、楚雄、红河、临沧等人口密集地区。

铁路对云南旅游的带动明显。据悉,春节假期,云南全省共接待游客超4080万人次、实现旅游花费544.66亿元,其中207家4A级以上景区累计接待游客超1770万人次、增长9.4%,接待入境过夜游客3.8万人次、增长55.8%。从铁路旅客发送量来看,旅游热门地区旅客增长明显,其中大理站发送旅客突破100万人次、西双版纳站发送旅客57万人次、丽江站发送旅客45万人次。春运以来,中老铁路国内段日均发送旅客6.2万人次,累计发送旅客175万人次。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Yang Yan]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2025

02/13

17:19

ແບ່ງປັນ

ແປ
翻译