ໃນໄລຍະພັກບຸນກຸດຈີນ ນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າອອກເມືອງຈີນຜ່ານດ່ານບໍ່ຫານໄດ້ມີເຖິງ 27.000 ກວ່າເທື່ອຄົນ

ມາຈາກ:ຂ່າວສິບສອງພັນນາ

202502011721104825

ອີງຕາມດ່ານກວດກາຄົນເຂົ້າອອກເມືອງບໍ່ຫານຈີນແຈ້ງໃຫ້ຮູ້ໃນວັນທີ 5 ກຸມພານີ້ວ່າ: ໃນໄລຍະວັນພັກບຸນກຸດຈີນປີ 2025 (ຄືລະຫວ່າງວັນທີ 28 ມັງກອນຫາວັນທີ 4 ກຸມພາປີນີ້), ດ່ານບໍ່ຫານຢູ່ເຂດຊາຍແດນລະຫວ່າງຈີນ-ລາວ(ລວມທັງດ່ານທາງຫຼວງ ແລະ ດ່ານທາງລົດໄຟ) ນັບລວມແລ້ວໄດ້ກວດກາໃຫ້ຜ່ານດ່ານຕໍ່ນັກທ່ອງທ່ຽວສັນຊາດຕ່າງປະເທດເຂົ້າອອກແດນປະເທດຈີນທີ່ມາຈາກ 47 ປະເທດແລະເຂດແຄວ້ນຈຳນວນ 27.000 ກວ່າເທື່ອຄົນ,ເພີ່ມຂຶ້ນ 110% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

202502011721116409

ອີງຕາມຜົນການສະຖິຕິຈາກດ່ານກວດກາຄົນເຂົ້າອອກເມືອງບໍ່ຫານສະແດງໃຫ້ເຫັນວ່າ: ໃນຈຳນວນນັກທ່ອງທ່ຽວສັນຊາດຕ່າງປະເທດທີ່ເຂົ້າອອກແດນປະເທດຈີນຜ່ານດ່ານບໍ່ຫານໃນໄລຍະວັນພັກບຸນກຸດຈີນ, ນັກທ່ອງທ່ຽວທີ່ເຂົ້າເມືອງໂດຍຍົກເວັ້ນວີຊາກວມຫຼາຍກວ່າ 97%, ນັກທ່ອງທ່ຽວທີ່ເຂົ້າເມືອງດ້ວຍຈຸດປະສົງການທ່ອງທ່ຽວແລະຢາມພີ່ນ້ອງເພື່ອນມິດກວມຫຼາຍກວ່າ 80%, ປະເທດທີ່ມີຄົນເຂົ້າແດນປະເທດຈີນຫຼາຍທີ່ສຸດແມ່ນລາວ,ໄທ,ມາເລເຊຍ,ອາເມຣິກາ,ຝຣັ່ງແລະເຢຍລະມັນຕາມລຳດັບ.

202502011721116664


202502011721104825

据磨憨出入境边防检查站2月5日消息,今年春节假期(1月28日至2月4日),中老边境磨憨口岸(含公路口岸、铁路口岸)共计验放来自47个国家和地区的出入境外籍旅客2.7万余人次,同比增长110%。

202502011721116409

据磨憨边检站统计,春节假期磨憨口岸出入境外籍旅客中,免签入境占比超97%,入境事由为旅游和探亲访友的人数超过八成,入境人数排名前列的国家分别是老挝、泰国、马来西亚、美国、法国、德国。

202502011721116664


[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Yang Yan]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2025

02/13

11:34

ແບ່ງປັນ

ແປ
翻译