ມາຈາກ:ສະບາຍດີ
ອົງການຄຸ້ມຄອງຄົນເຂົ້າອອກເມືອງແຫ່ງຊາດຈີນໄດ້ອອກແຈ້ງການໃນວັນທີ 10 ກຸມພານີ້ໂດຍລະບຸວ່າ: ນັບແຕ່ມື້ນີ້ເປັນຕົ້ນໄປ, ຈະຈັດຕັ້ງປະຕິບັດນະໂຍບາຍຍົກເວັ້ນວິຊາຕໍ່ກຸ່ມນັກທ່ອງທ່ຽວຂອງປະເທດອາຊຽນທີ່ເຂົ້າກິ່ງແຂວງສິບສອງພັ່ນນາ ແຂວງຢູນນານຂອງຈີນ. ກຸ່ມນັກທ່ອງທ່ຽວທີ່ມີ 2 ຄົນ ແລະ 2ຄົນຂຶ້ນໄປຂອງ 10 ປະເທດອາຊຽນ ຄື: ລາວ, ມາເລເຊຍ, ອິນໂດເນເຊຍ, ໄທ, ຟີລິບປິນ, ສິງກະໂປ, ບຣູໄນ, ຫວຽດນາມ, ມຽນມາ ແລະກຳປູເຈຍ, ຖືເອົາໜັງສືຜ່ານແດນທົ່ວໄປ ແລະ ຈັດຕັ້ງຕ້ອນຮັບໂດຍຜ່ານບໍລິສັດທ່ອງທ່ຽວຂອງຈີນ ສາມາດເຂົ້າ-ອອກເມືອງແບບຍົກເວັ້ນວິຊາຜ່ານດ່ານສະໜາມບິນສາກົນກາຊາສິບສອງພັ່ນນາ, ດ່ານທາງລົດໄຟບໍ່ຫານ ແລະດ່ານທາງຫຼວງບໍ່ຫານ, ບໍລິເວນທ່ອງທ່ຽວແມ່ນກິ່ງແຂວງສິບສອງພັ່ນນາ, ໄລຍະເວລາທ່ອງທ່ຽວບໍ່ໃຫ້ເກີນ 6 ວັນ.
ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງອົງການຄຸ້ມຄອງຄົນເຂົ້າອອກເມືອງແຫ່ງຊາດຈີນແນະນຳໃຫ້ຮູ້ວ່າ: ຕໍ່ໄປ, ອົງການຄຸ້ມຄອງຄົນເຂົ້າອອກເມືອງແຫ່ງຊາດຈີນຈະສືບຕໍ່ຊຸກຍູ້ການເປີດກວ້າງລະບົບທາງດ້ານຄຸ້ມຄອງຊາວເຄື່ອນຍ້າຍຖິ່ນຖານ,ດຶງດູດຊາວຕ່າງປະເທດຫຼາຍກວ່າເກົ່າເດີນທາງມາທ່ຽວຊົມ ແລະ ດຳເນີນທຸລະກິດຢູ່ຈີນ, ເພື່ອເພີ່ມພະລັງແຮງອັນໃໝ່ຢ່າງຕໍ່ເນື່ອງເຂົ້າໃນຕະຫຼາດທ່ອງທ່ຽວພາຍໃນ, ຮັບໃຊ້ການເປີດປະຕູທີ່ມີລະດັບສູງ ແລະ ການພັດທະນາຢ່າງມີຄຸນນະພາບສູງຂອງຈີນ.
国家移民管理局10日发布公告,即日起,实施东盟国家旅游团入境云南西双版纳免签政策。马来西亚、印度尼西亚、泰国、菲律宾、新加坡、文莱、越南、老挝、缅甸、柬埔寨等10个东盟国家的旅游团(2人及以上),持普通护照经我国境内旅行社组织接待,可由西双版纳嘎洒国际机场口岸、磨憨铁路口岸、磨憨公路口岸免办签证整团入境出境,活动范围为云南省西双版纳州行政区域,停留时间不超过6天。
据国家移民管理局相关负责人介绍,下一步,国家移民管理局将持续深入推进移民管理领域制度型开放,吸引更多外国人来华旅游、商贸,为入境游市场发展持续注入新动能,服务我国高水平开放高质量发展。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2025 —
02/13
11:26
— ແບ່ງປັນ —