ມາຈາກ:ສະຖານທູດຈີນປະຈຳລາວ
ວັນທີ 22 ມັງກອນນີ້, ເນື່ອງໃນໂອກາດບຸນກຸດຈີນຄັ້ງທຳອິດພາຍຫຼັງບຸນກຸດຈີນຖືກຈັດເຂົ້າໃນລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸຸໃກ້ຈະມາເຖິງ, ສະຖານທູດຈີນປະຈຳລາວໄດ້ຈັດງານລ້ຽງຕ້ອນຮັບບຸນກຸດຈີນ 2025 ຢູ່ນະຄອນຫຼວງວຽງຈັນແຫ່ງ ສປປ ລາວ.
ຢູ່ສະຖານທີ່ຈັດງານລ້ຽງໄດ້ສາຍວິດີໂອໂຄສະນາກ່ຽວກັບງານລາຕີສະຫຼອງບຸນກຸດຈີນ 2025 ຂອງສະຖານີວິທະຍຸໂທລະພາບສູນກາງຈີນ.
ທ່ານບຸນທອງ ຈິດມະນີ ຮອງປະທານປະເທດລາວ, ທ່ານກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີລາວ, ທ່ານນາງ ສູນທອນ ໄຊຍະຈັດ ຮອງປະທານສະພາແຫ່ງຊາດລາວ, ທ່ານຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ, ພ້ອມດ້ວຍທູຕານຸທູດຂອງປະເທດຕ່າງໆປະຈຳລາວ, ຊາວຈີນຕ່າງດ້າວ ແລະ ຊາວຕ່າງປະເທດເຊື້ອສາຍຈີນຢູ່ປະເທດລາວ, ຜູ້ຕາງໜ້າວິສາຫະກິດຈີນ, ນັກສຶກສາຈີນເປັນຕົ້ນປະມານ 1.000 ຄົນໄດ້ເຕົ້າໂຮມກັນ, ເພື່ອຮ່ວມກັນສະເຫຼີມສະຫຼອງບຸນກຸດຈີນປີມະເສັງ. ຢູ່ສະຖານທີ່ຈັດງານລ້ຽງໄດ້ສາຍວິດີໂອໂຄສະນາກ່ຽວກັບງານລາຕີສະຫຼອງບຸນກຸດຈີນ 2025 ຂອງວິທະຍຸໂທລະພາບສູນກາງຈີນຫຼື CMG, ໄດ້ດຶງດູດ ແລະ ສ້າງຄວາມສົນໃນໃຫ້ແກ່ແຂກທັງຫຼາຍທີ່ເຂົ້າຮ່ວມ. ບັນດາແຂກຖືກເຊີນຕ່າງກໍພາກັນຢືນຢັນວ່າ, ຄອງຄອຍຮັບຊົມງານລາຕີສະຫຼອງບຸນກຸດຈີນຄັ້ງທຳອິດພາຍຫຼັງບຸນກຸດຈີນຖືກຈັດເຂົ້າໃນລາຍຊື່ມໍລະດົກໂລກ, ເພື່ອສຳຜັດຄວາມງາມຂອງອະລິຍະທຳຈີນທີ່ມີຄວາມສະຫງ່າລາສີ.
ທ່ານນາງຟ່າງຫົງ ເອກອັກຄະລັດຖະທູດຈີນປະຈຳລາວໄດ້ກ່າວຄຳເຫັນໃນງານ.
ໃນໂອກາດກ່າວຄຳເຫັນ, ທ່ານນາງ ຟ່າງຫົງ ເອກອັກຄະລັດຖະທູດຈີນກ່າວວ່າ: ງານບຸນກຸດຈີນ ແລະ ຟ້ອນລຳວົງລາວໄດ້ຖືກຈັດເຂົ້າເປັນມໍລະດົກໂລກເມື່ອບໍ່ດົນມານີ້, ເພີ່ມບັນຍາກາດອັນອົບອຸ່ນໃຫ້ແກ່ພີ່ນ້ອງຮ່ວມຊາດຢູ່ລາວ. ຕະຫຼອດປີທີ່ຜ່າມານີ້, ພວກເຮົາໄດ້ພະຍາຍາມເພື່ອສ້າງຊີວິດການເປັນຢູ່ຂອງແຕ່ລະຄອບຄົວໃຫ້ດີຂຶ້ນ, ເຊິ່ງເປັນການປະກອບສ່ວນເຂົ້າໃນການພັດທະນາສາຍພົວພັນສອງປະເທດໃຫ້ມີຄວາມກ້າວໜ້າ. ທ່ານກ່າວຕື່ມວ່າ, ຍິນດີຮ່ວມມືກັບບັນດາສະຫາຍ, ພະຍາຍາມຮ່ວມກັນຢ່າງຕັ້ງໜ້າ, ສືບຕໍ່ເປັນຜູ້ຊຸກຍູ້ ແລະ ຜູ້ປະກອບສ່ວນເຂົ້າໃນການພັດທະນາ ແລະ ການຮ່ວມມືຂອງສອງປະເທດ.
ໃນໂອກາດໃຫ້ສຳພາດຕໍ່ນັກຂ່າວ CMG, ທ່ານບຸນທອງ ຈິດມະນີ ຮອງປະທານປະເທດລາວກ່າວວ່າ: ໃນປີຜ່ານມາ, ພາຍໃຕ້ການນຳພາຂອງພັກຄອມມູນິດຈີນ, ປະຊາຊົນຈີນໄດ້ພ້ອມກັນຍາດໄດ້ໄຊຊະນະອັນມະຫານສານໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ໃນປີໃໝ່ທີ່ໝູນວຽນມາຮອດນີ້, ຂໍສົ່ງຄຳອວຍພອນໃຫ້ສືບຕໍ່ປົກປັກຮັກສາພັດທະນາປະເທດຈີນໃຫ້ຮຸ່ງເຮືອງເຫຼືອງເຫຼື້ອມໄປຕາມທິດທີ່ພັກຄອມມູນິດຈີນໄດ້ກຳນົດໄວ້, ອວຍພອນໃຫ້ຄວາມສັດຈະທຳມິດຕະພາບລາວ-ຈີນ, ຈີນ-ລາວ ຈົ່ງໝັ້ນຄົງຖະໜົງແກ່ນຕະຫຼອດໄປ.
当地时间1月22日,在申遗成功后的首个春节到来之际,中国驻老挝大使馆2025年新春招待会在老挝首都万象举行。
招待会现场播放总台2025年春晚宣传片.
老挝国家副主席本通·吉玛尼、老挝副总理吉乔·凯坎皮吞、老挝国会副主席顺通·赛雅佳、老挝人民革命党中央宣传部部长坎潘·佩亚翁,各国驻老使节以及在老华侨华人、中资企业代表、留学生等近千人欢聚一堂,共同庆祝乙巳蛇年春节。招待会现场循环播放了中央广播电视总台2025年春晚宣传片,吸引众多嘉宾驻足观看。嘉宾们纷纷表示,期待收看首届“世界非遗版”春晚,感受璀璨的东方文明之美。
中国驻老挝大使方虹出席并致辞。
中国驻老挝大使方虹在致辞中表示,中国春节和老挝南旺舞共同申遗成功,为“年味”增添了热烈气氛。大家用一年的拼搏奋斗,在创造美好生活的同时,也为中老各自发展和双边关系进步添砖加瓦。方虹表示,愿同大家一道再接再厉,在不同战线上继续当好两国建设和友好事业的促进者、贡献者。
老挝国家副主席本通在接受总台记者采访时表示,过去一年,中国人民在中国共产党领导下取得了举世瞩目的发展成就。他很高兴参加中国春节申遗成功后的首个新春招待会,祝愿在新的一年里,中国的发展更上一层楼,中老两国友谊万古长青。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2025 —
01/23
17:00
— ແບ່ງປັນ —