ປີກາຍນີ້,ສະໜາມບິນສາກົນ ສາງສຸຍ ນະຄອນຄຸນມິງໄດ້ສົ່ງຜູ້ໂດຍສານ 47 ລ້ານເທື່ອຄົນ

ມາຈາກ:ສະບາຍດີ

1796799

ສະບາຍດີ ນັກຂ່າວຄຳປະເສີດ)ວັນທີ 20 ມັງກອນນີ້,ນັກຂ່າວໄດ້ຮັບຂໍ້ມູນຈາກສະໜາມບິນສາກົນ ສາງສຸຍ ນະຄອນຄຸນມິງ(ຕໍ່ໄປນີ້ເອີ້ນສັ້ນໆວ່າ "ສະຫນາມບິນຄຸນຫມິງ"),ປີ2024,ສະຫນາມບິນຄຸນມິງໄດ້ຂົນສົ່ງຜູ້ໂດຍສານ47,178ລ້ານເທື່ອຄົນ,ເພີ່ມຂຶ້ນ12,2%ເມື່ອທຽບໃສ່ປີຜ່ານມາ,ຖ້ຽວບິນຂຶ້ນ-ລົງ 329.000 ຖ້ຽວ,ເພີ່ມຂຶ້ນ 3,5% ເມື່ອທຽບໃສ່ປີຕໍ່ປີ,ໄດ້ຮັບປະກັນການຂົນສົ່ງສິນຄ້າ ແລະ ການບໍລິການໄປສະນີ386,000ໂຕນ,ເພີ່ມຂຶ້ນ10%ເມື່ອທຽບໃສ່ປີຜ່ານມາ. 

ປີ2024,ສະຫນາມບິນຄຸນມິງໄດ້ເພີ່ມ9ຈຸດທາງຜ່ານພາຍໃນປະເທດຄື:ເມືອງ ຊິງຮ່າວດາວ,ເມືອງ ຊຽງສີ,ເມືອງ ຮ່ານຈົງ,ເມືອງ ທູ່ລູ່ຟາ,ເມືອງ ເວີຍໄຫ່,ເມືອງ ໂຈງຊານ,ເມືອງ ຊາງຈີ,ເມືອງ ແມນຈາວລີ ແລະ ເມືອງຈິວຈຽງ.ຈຸດທາງຜ່ານຂົນສົ່ງຜູ້ໂດຍສານຂອງສະຫນາມບິນ ຫາ ອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ມີເຖິງ 26 ແຫ່ງ,ເປັນອັນດັບຫນຶ່ງຂອງປະເທດຈີນ. 

ສະຫນາມບິນຄຸນມິງໄດ້ເພີ່ມຂຶ້ນ15ສາຍດ່ວນພາຍໃນປະເທດຈີນຫຼາຍກວ່າ10ຖ້ຽວຕໍ່ມື້,ປະລິມານຜູ້ໂດຍສານສາຍດ່ວນໄດ້ເພີ່ມຂຶ້ນ28,9%ຕໍ່ປີ,ກວມອັດຕາສ່ວນຜູ້ໂດຍສານທັງຫມົດ47,7%. 

1796799

1月20日,记者从昆明长水国际机场(以下简称“昆明机场”)获悉,2024年,昆明机场旅客吞吐量达4717.8万人次,同比增长12.2%;航班起降32.9万架次,同比增长3.5%;保障货邮38.6万吨,同比增长10%。

2024年,昆明机场新增秦皇岛、湘西、汉中、吐鲁番、威海、舟山、长治、满洲里、九江9个国内通航点。南亚东南亚客运通航点达26个,位列全国第一。

昆明机场每天10班以上国内快线增长为15条,快线旅客量同比增速达28.9%,占总旅客量比率为47.7%。(记者王绍芬)

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Yang Yan]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2025

01/21

17:45

ແບ່ງປັນ

ແປ
翻译