ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວໂລລາ)ວັນທີ 20 ມັງກອນນີ້ ແມ່ນມື້ທີ 7 ຂອງການຂົນສົ່ງໃນໄລຍະບຸນກຸດຈີນ, ອີງຕາມຕົວເລກຂໍ້ມູນຈາກຫ້ອງການວຽກງານການຂົນສົ່ງໃນໄລຍະບຸນກຸດຈີນສັງລວມປີ 2025 ສະແດງໃຫ້ເຫັນວ່າ: ນັບແຕ່ເລີ່ມການຂົນສົ່ງໃນໄລຍະບຸນກຸດຈີນໃນວັນທີ 14 ມັງກອນຈົນຮອດວັນທີ 19 ມັງກອນນີ້, ການຂົນສົ່ງໂດຍສານຂ້າມເຂດແຄ້ວນໃນທົ່ວປະເທດຈີນບັນລຸຫຼາຍກວ່າ 1 ຕື້ເທື່ອຄົນ. ໃນນັ້ນ ການຂົນສົ່ງຜ່ານທາງຫຼວງກວມເອົາເກືອບ 80%.
ນອກຈາກການຂົນສົ່ງຜູ້ໂດຍສານແລ້ວ, ການຈໍລະຈອນສິນຄ້າກໍໄດ້ເພີ່ມຂຶ້ນເຊັ່ນດຽວກັນ. ຫວ່າງມໍ່ໆມານີ້, ອົງການໄປສະນີແຫ່ງຊາດຈີນໄດ້ເຜີຍແຜ່ຕົວເລກຂໍ້ມູນວ່າ: ຫຼັງຈາກເລີ່ມການຂົນສົ່ງໃນໄລຍະບຸນກຸດຈີນ, ຄວາມຕ້ອງການດ້ານການຝາກເຄື່ອງບໍລິໂພກບຸນກຸດຈີນເພີ່ມສູງຂຶ້ນ. ກ່ອນເລີ່ມການຂົນສົ່ງໃນໄລຍະບຸນກຸດຈີນ 3 ວັນ ຄືໃນວັນທີ 11 ມັງກອນນີ້, ການຝາກເຄື່ອງດ່ວນໃນທົ່ວປະເທດຈີນມີຫຼາຍກວ່າ 670,000,000 ອັນຕໍ່ມື້, ການຂົນສົ່ງສິນຄ້າຜ່ານທາງລົດໄຟກໍນັບມື້ນັບຫຼາຍຂຶ້ນ.
1月20日,是春运第七天。2025年综合运输春运工作专班数据显示,自1月14日春运启动以来,截至1月19日,全社会跨区域人员流动量累计超10亿人次。其中公路出行占到近八成。
春运期间流动的不仅是客流,还有物流。国家邮政局最新数据显示,自1月14日春运启动以来,全国年货寄递需求显著增长。春运前三天,日均快递业务量超过6.7亿件,铁路货物运输也呈现出繁忙态势。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2025 —
01/20
17:57
— ແບ່ງປັນ —