ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວຄຳປະເສີດ)ວັນທີ 10 ມັງກອນນີ້,ນັກຂ່າວໄດ້ຮັບຂໍ້ມູນຈາກກຸ່ມບໍລິສັດທາງລົດໄຟຈີນຈໍາກັດສາຂາຄຸນມີງ (ຕໍ່ໄປນີ້ເອີ້ນວ່າ "ບໍລິສັດທາງລົດໄຟຈີນສາຂາຄຸນຫມີງ")ວ່າ,ໃນປີ 2024,ບໍລິສັດທາງລົດໄຟຈີນສາຂາຄຸນຫມີງໄດ້ປະຕິບັດຫຼາຍມາດຕະການເຊັ່ນ:ເພີ່ມທະວີຄວາມສາມາດໃນການຂົນສົ່ງຜູ້ໂດຍສານສູງສຸດ,ປັບປຸງຄວາມສາມາດທາງລົດໄຟຄວາມໄວສູງ,ລົງເລິກການປັບປຸງຄຸນນະພາບການບໍລິການຜູ້ໂດຍສານ,ຊຸກຍູ້ການກໍ່ສ້າງລະບົບການຂົນສົ່ງທີ່ທັນສະໄໝ.ທາງລົດໄຟຢຸນນານໄດ້ບັນລຸບາດກ້າວບຸກທະລຸທາງປະຫວັດສາດໃນການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ,ຊຸກຍູ້ການພັດທະນາເສດຖະກິດທີ່ມີຄຸນນະພາບສູງຂອງແຂວງຢຸນນານ.
ໃນໄລຍະພັກບຸນກຸດຈີນ,ພັກລະດູຮ້ອນ ແລະ ພັກວັນກໍາມະກອນ,ວັນຊາດ ແລະ ວັນພັກອື່ນໆປີ 2024,ບໍລິສັດທາງລົດໄຟຈີນສາຂາຄຸນຫມີງລ້ວນແຕ່ໄດ້ຮັບຜົນສໍາເລັດທີ່ດີທີ່ສຸດໃນໄລຍະດຽວກັນໃນປະຫວັດສາດດ້ານການຂົນສົ່ງຜູ້ໂດຍສານ. ຕາມສະຖິຕິ,ປະລິມານການຂົນສົ່ງຜູ້ໂດຍສານໃນ2024ປີໄດ້ບັນລຸຫຼາຍກວ່າ100ລ້ານເທື່ອຄົນເປັນຄັ້ງປະຫວັດສາດ,ເພີ່ມຂຶ້ນ11,3%ເມື່ອທຽບໃສ່ປີຜ່ານມາ.
昆明信息港讯 记者上官艳君 1月10日,记者从中国铁路昆明局集团有限公司(下称“国铁昆明局”)获悉,2024年,国铁昆明局通过加大客运高峰运力投放、优化高铁通道能力、深化客运服务提质以及扎实推进现代物流体系建设等多项举措,云南铁路在客货运输方面均取得了历史性突破,助推了云南经济高质量发展。
在2024年春暑运及五一、国庆等节假日期间,国铁昆明局均取得了旅客发送量历史同期最好成绩。据统计,全年旅客发送量历史性突破1亿人次大关,同比增长11.3%。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2025 —
01/13
17:56
— ແບ່ງປັນ —