ງານພົບປະແລກປ່ຽນວັດທະນະທຳຊາວໜຸ່ມອົງການຮ່ວມມື ຊຽງໄຮ ທີ່ຄຸນມິງ ປີ 2024 ໄດ້ຈັດຂຶ້ນ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວໂລລາ)ວັນທີ 28 ຕຸລານີ້, ງານພົບປະແລກປ່ຽນວັດທະນະທຳຊາວໜຸ່ມອົງການຮ່ວມມື ຊຽງໄຮ ທີ່ຄຸນມິງ ປີ 2024 ໄດ້ຈັດຂຶ້ນຢູ່ນະຄອນຄຸນມິງແຂວງຢຸນນານ. ແຂກຜູ້ແທນນັບຮ້ອຍກວ່າຄົນ, ໃນນັ້ນມີຊາວໜຸ່ມຈາກບັນດາປະເທດ ຂອງອົງການຮ່ວມມື ຊຽງໄຮ ແລະ ຄະນະຜູ້ແທນການທູດທີ່ປະຈຳ ສປ ຈີນ, ໄດ້ຮ່ວມກັນດຳເນີນການເດີນທາງວັດທະນະທຳທີ່ມີຄວາມໝາຍເທື່ອນີ້.

784d8281a5265dda67f9998e59cfe94

ຫົວໜ້າແລະຜູ້ຕາງໜ້າບັນດາອົງການ, ຂະແໜງການຕ່າງໆຂອງລັດຖະບານຈີນ ຄື: ເທດສະບານຄຸນມິງ, ມະຫາວິທະຍາໄລຄຸນມິງ ແລະ ຜູ້ຕາງໜ້າຊາວໜຸ່ມຂອງອົງການຮ່ວມມື ຊຽງໄຮ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສ.

ໃນງານພົບປະແລກປ່ຽນວັດທະນະທຳຊາວໜຸ່ມອົງການຮ່ວມມື ຊຽງໄຮ ທີ່ຄຸນມິງ ປີ 2024 , ບັນດາຊາວໜຸ່ມໄດ້ການສະແດງຜົນການແລກປ່ຽນທີ່ຫນ້າສົນໃຈ ເຊິ່ງລວມມີການບັນຍາຍບົດກະວີ, ການສະແດງການຂຽນ, ສິລະປະຊາ,ການຫຼິ້ນພິນຈີນທີ່ມ່ວນຊື່ນ ແລະ ຜົນການແລກປ່ຽນອື່ນໆ.

67d42e10142306593ed0414f01f76c1

ຊາວໜຸ່ມຂອງອົງການຮ່ວມມື ຊຽງໄຮ ສະແດງການຂຽນຕົວໜັງສື.

ໃນໂອກາດນີ້, ຄະນະຊາວໜຸ່ມ ແລະ ຄະນະຜູ້ແທນໄດ້ໄປຢ້ຽມຢາມມະຫາວິທະຍາໄລຄຸນມິງ, ສະໜາມຫຼວງນີວເອີ ແລະ ສູນແລກປ່ຽນຊາວໜຸ່ມອົງການຮ່ວມມື ຊຽງໄຮ- ສປ ຈີນ, ເຊິ່ງໄດ້ດຳເນີນກິດຈະກໍາການຮຽນຮູ້ ແລະ ການແລກປ່ຽນທີ່ຫຼາກຫຼາຍ.ບັນດາຊາວໜຸ່ມຍັງໄດ້ສຳຜັດກັບເຄື່ອງປັ້ນດິນເຜົາແລະຜ້າແພ-ມໍລະດົກວັດທະນະທຳບໍ່ແມ່ນວັດຖຸ.

a436e1c2c93b9d7430aa5e434c67993

ທ່ານ ວີນັດ ພົນວິສັກ,ຊາວໜຸ່ມອົງການຮ່ວມມື ຊຽງໄຮ, ນັກສຶກສາລາວຂອງມະຫາວິທະຍາໄລຄຸນມິງ, ໄດ້ສະແດງການແຕ້ມຮູບໃນເຄື່ອງປັ້ນດິນເຜົາທີ່ເຮັດດ້ວຍຕົນເອງ.

ab3af511f495e7fe65d1577c88800e8

ທ່ານນາງ Ayasha,  ຊາວໜຸ່ມອົງການຮ່ວມມື ຊຽງໄຮ, ນັກສຶກສາອຸສເບກິສຖານຂອງມະຫາວິທະຍາໄລຄຸນມິງ,  ໄດ້ສະແດງຍ້ອມຜ້າທີ່ເຮັດດ້ວຍຕົນເອງ.

138c79c78fd717e769ba328aaa333bf

ທ່ານ ຊູຊີງ, ຊາວໜຸ່ມອົງການຮ່ວມມື ຊຽງໄຮ, ນັກສຶກສາອິນເດຍຂອງມະຫາວິທະຍາໄລຄຸນມິງ,  ໄດ້ສະແດງຍ້ອມຜ້າທີ່ເຮັດດ້ວຍຕົນເອງ.

ສູນແລກປ່ຽນຊາວໜຸ່ມອົງການຮ່ວມມື ຊຽງໄຮ- ສປ ຈີນໄດ້ສ້າງຕັ້ງຂຶ້ນຢູ່ມະຫາວິທະຍາໄລຄຸນມິງໃນເດືອນທັນວາ 2017. ສູນດັ່ງກ່າວ ໄດ້ໃຫ້ບົດບາດອັນເຕັມທີ່ຂອງຕົນເປັນເວທີການແລກປ່ຽນ,ສືບຕໍ່ລົງເລິກການພົບປະແລກປ່ຽນວັດທະນະທຳລະຫວ່າງບັນດາປະເທດຂອງຊາວໜຸ່ມອົງການຮ່ວມມື ຊຽງໄຮ, ເພີ່ມທະວີການເຄື່ອນໄຫວທ່ອງທ່ຽວ ແລະ ຊຸກຍູ້ການຟື້ນຟູເສດຖະກິດ, ເພື່ອສະໜອງສະຕິປັນຍາ ແລະ ແຜນການ ຂອງອົງການຮ່ວມມື ຊຽງໄຮ ໃຫ້ແກ່ການພັດທະນາ ແລະ ການຮ່ວມມືດ້ານການທ່ອງທ່ຽວວັດທະນະທຳຊາວໜຸ່ມທົ່ວໂລກ, ພ້ອມທັງຍູ້ແຮງການພັດທະນາການທ່ອງທ່ຽວ ແລະ ການຮ່ວມມືຂອງບັນດາປະເທດ ອົງການຮ່ວມມື ຊຽງໄຮ.

2024年10月28日,2024上合组织国家青年昆明文化交流活动启动仪式在云南昆明举办。来自上合组织国家青年及驻华使节代表团等百余位嘉宾共同开启这段充满意义的文化之旅。

784d8281a5265dda67f9998e59cfe94

活动现场。

昆明市人民政府、昆明学院、上合组织国家青年代表等政府机构和部门领导及代表出席活动并致辞。

在随后的2024上合组织国家青年昆明文化交流活动上,上合组织国家青年交流成果展示环节精彩亮相,其中包含了声情并茂的诗歌朗诵、行云流水的书法、茶艺展示,以及悠扬动听的古筝演奏等多种交流成果。

67d42e10142306593ed0414f01f76c1

上合组织国家青年展示书法作品

活动期间,青年及代表团一行先后走进昆明学院、聂耳广场、中国—上合组织青年交流中心,展开了一系列丰富多彩的学习参观与交流活动。青年们还亲身体验了中国非物质文化遗产——陶艺和扎染。

a436e1c2c93b9d7430aa5e434c67993

上合组织国家青年,昆明学院老挝留学生威纳展示自己绘画的陶艺作品。

ab3af511f495e7fe65d1577c88800e8

上合组织国家青年,昆明学院乌兹别克斯坦留学生阿雅莎展示自己制作的扎染作品。

138c79c78fd717e769ba328aaa333bf

上合组织国家青年,昆明学院印度留学生苏星展示自己制作的扎染作品。

中国—上合组织青年交流中心于2017年12月落户昆明学院。一直以来,中国—上合组织青年交流中心充分发挥平台作用,持续加深上合组织国家青年间的人文交流,为振兴旅游业、促进经济复苏赋能,为全球青年文化旅游发展与合作提供上合智慧与上合方案,为上合国家旅游业发展与合作注入新动能。

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Yang Yan]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

12/29

09:51

ແບ່ງປັນ

ແປ
翻译