ເປີດເສັ້ນທາງການບິນຄຸນມິງ-ວຽງຈັນສາຍໃໝ່

ມາຈາກ:ສະບາຍດີ

bbff0ba90ca707ca1db18d77406ccdc

ສະບາຍດີ ນັກຂ່າວໂລລາ)ວັນທີ 24 ທັນວານີ້, ບໍລິສັດການບິນຊຽງເພີງຢຸນນານຈຳກັດໄດ້ເປີດເສັ້ນທາງການບິນສາກົນຈາກນະຄອນຄຸນມິງແຂວງຢຸນນານຈີນໄປຫານະຄອນຫຼວງວຽງຈັນຂອງລາວ, ເພື່ອຕອບສະໜອງຄວາມຕ້ອງການດ້ານການອອກເດີນທາງດ້ວຍເຮືອບິນທີ່ສະດວກ ແລະ ລາຄາຖືກ.

ຕາມແຜນການ, ເສັ້ນທາງການບິນດັ່ງກ່າວຈະເປີດຖ້ຽວບິນໃນທຸກວັນອັງຄານ, ວັນພະຫັດ ແລະວັນເສົາ. ບິນອອກຈາກສະໜາມບິນສາກົນສາງສຸຍຄຸນມິງໃນເວລາ 16 ໂມງ 35 ນາທີ ແລະ ໄປຮອດສະໜາມບິນສາກົນວັດໄຕຂອງວຽງຈັນໃນເວລາ 17 ໂມງ 20 ນາທີ, ລະຫັດຖ້ຽວບິນແມ່ນ 8L861; ສ່ວນລະຫັດຖ້ຽວບິນທີ່ກັບຄືນແມ່ນ 8L862, ບິນອອກຈາກສະໜາມບິນສາກົນວັດໄຕໃນເວລາ 18 ໂມງ 20 ນາທີ ແລະ ມາຮອດສະໜາມບິນສາກົນສາງສຸຍຄຸນມິງໃນເວລາ 21 ໂມງ 5 ນາທີ.

ນະຄອນຄຸນມິງແມ່ນເມືອງເອກຂອງແຂວງຢຸນນານ ໄດ້ເອີ້ນວ່າ "ເມືອງແຫ່ງລະດູໃບໄມ້ປົ່ງ" ເນື່ອງຈາກອາກາດເປັນລະດູໃບໄມ້ປົ່ງຕະຫຼອດປີ, ໄດ້ດຶງດູດນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍໃນແຕ່ລະປີ. ນະຄອນຫຼວງວຽງຈັນ ປະເທດລາວ ເປັນສູນກາງທາງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ ແລະ ເປັນຕົວເມືອງໃຫຍ່ທີ່ສຸດຂອງປະເທດລາວ. ຜ່ານມາຫຼາຍສາຍການບິນໄດ້ເປີດຖ້ຽວບິນຈາກຄຸນໝິງໄປວຽງຈັນ.ກ່ອນໜ້ານີ້, ຫຼາຍບໍລິສັດການບິນໄດ້ເປີດເສັ້ນທາງຈາກນະຄອນຄຸນມິງໄປນະຄອນຫຼວງວຽງຈັນ.

bbff0ba90ca707ca1db18d77406ccdc

12月24日,云南祥鹏航空有限责任公司开通中国昆明至老挝万象国际航线,为旅客提供便捷、经济的航空出行选择。

该航线计划每周二、四、六执飞。去程航班号为8L861,16:35自昆明长水国际机场起飞,17:20到达万象瓦岱国际机场;回程航班号为8L862,18:20从万象瓦岱国际机场起飞,21:05抵达昆明长水国际机场。以上时间均为当地时间。

昆明是云南省省会,因四季如春的气候被誉为“春城”,每年吸引众多游客前往。万象是老挝首都,是该国的政治、经济、文化中心和最大城市。此前已有多家航空公司开通昆明至万象航线。

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Yang Yan]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

12/26

16:00

ແບ່ງປັນ

ແປ
翻译