ທາງລົດໄຟລາວ-ຈີນເປີດນໍາໃຊ້ຄົບຮອບ 3 ປີ ໄດ້ອອກອາກາດຢູ່ CCTV

ມາຈາກ:ສະບາຍດີ

ວັນທີ 2 ທັນວາ

CCTV ສຸມໃສ່ການເປີດນໍາໃຊ້ທາງລົດໄຟລາວ-ຈີນຄົບຮອບ 3 ປີ.

ຄວາມມີຊີວິດຊີວາຂອງຊ່ອງທາງທອງຢ່າງຕໍ່ເນື່ອງ.

ມາເບິ່ງລາຍງານນໍາກັນເລີຍ.

ປີນີ້ແມ່ນທາງລົດໄຟລາວ-ຈີນການເປີດນໍາໃຊ້ ແລະ ດໍາເນີນງານຄົບຮອບ 3 ປີ.ທາງລົດໄຟລາວ-ຈີນກັບຊ່ອງທາງໃຫມ່ທາງບົກແລະທາງທະເລໃນພາກຕາເວັນຕົກຈີນ ແລະ ຂະບວນລົດໄຟຈີນ-ເອີຣົບໄດ້ເຊື່ອມຈອດກັນ,ການຂົນສົ່ງສິນຄ້າຂ້າມຊາດໄດ້ແຜ່ຂະຫຍາຍໄປສູ່19ປະເທດແລະເຂດແຄວ້ນເຊັ່ນ:ລາວ,ໄທ,ຫວຽດນາມແລະອື່ນໆ,ຄວາມມີຊີວິດຊີວາຂອງ"ຊ່ອງທາງທອງຄຳ"ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດໄດ້ປາກົດຂຶ້ນຢ່າງຕໍ່ເນື່ອງ. 

ຫວ່າງມໍ່ໆມານີ້,ຂະບວນລົດໄຟສິນຄ້າສາກົນທີ່ບັນທຸກຫມາກກ້ວຍລາວ 390 ໂຕນໄດ້ອອກຈາກສະຖານີລົດໄຟວຽງຈັນໃຕ້ຂອງລາວ,ເຂົ້າເມືອງຈີນໂດຍຜ່ານທາງລົດໄຟລາວ-ຈີນໂດຍຜ່ານດ່ານລົດໄຟ ບໍ່ຫານ ແຂວງຢຸນນານ,ຕະຫຼອດໄລຍະທາງນຳໃຊ້ຕູ້ແຊ່ເຢັນໂດຍກົງເຖິງນະຄອນຫຼວງປັກກິ່ງ.ບໍ່ພຽງແຕ່ຫມາກໄມ້ເທົ່ານັ້ນ,ແຕ່ຍັງມີສິນຄ້າຫຼາຍພັນປະເພດເຊັ່ນ:ຜັກ,ເຄື່ອງນຸ່ງຫົ່ມ,ເຄື່ອງໃຊ້ໃນເຮືອນ,ຍານພາຫະນະພະລັງງານໃຫມ່ ແລະ ອື່ນໆ ໄດ້ຖືກຂົນສົ່ງຕາມເສັ້ນທາງລົດໄຟຍາວ 1,035 ກິໂລແມັດນີ້.

640

ຂໍ້ມູນຫຼ້າສຸດຂອງດ່ານພາສີສະແດງໃຫ້ເຫັນວ່າ:ໃນ3ປີຜ່ານມາ,ຍອດປະລິມານການເປີດຂະບວນລົດໄຟສິນຄ້າສາກົນຕາມທາງລົດໄຟລາວ-ຈີນໄດ້ມີເຖິງ15,000ຖ້ຽວ,ປະລິມານສິນຄ້າຂ້າມແດນທີ່ຂົນສົ່ງມີເຖິງ10,6ລ້ານໂຕນ,ມູນຄ່າສິນຄ້າມີເຖິງ44ຕື້ຢວນ.ປະລິມານການຂົນສົ່ງສິນຄ້າຂ້າມແດນສູງສຸດໄດ້ລື່ນກາຍ510,000ໂຕນຕໍ່ເດືອນ,ເພີ່ມຂຶ້ນ12,6ເທົ່າເມື່ອທຽບໃສ່ເດືອນທໍາອິດທີ່ເປີດບໍລິການໃນປີ2021,ປະສິດທິຜົນຂອງຊ່ອງທາງຂົນສົ່ງຂອງທາງລົດໄຟລາວ-ຈີນໄດ້ເລັ່ງການປ່ອຍອອກ.ໃນ 11 ເດືອນຕົ້ນປີນີ້,ມູນຄ່າການຂາເຂົ້າ ແລະ ຂາອອກຕາມທາງລົດໄຟລາວ-ຈີນມີ 16,81 ຕື້ຢວນ,ເຊິ່ງລື່ນກາຍມູນຄ່າທັງຫມົດຂອງປີກາຍ. 

ນັບແຕ່ທາງລົດໄຟລາວ-ຈີນເປີດບໍລິການເປັນເວລາ 3 ປີມານີ້,ຄວາມມີຊີວິດຊີວາດ້ານການຂົນສົ່ງຂອງຊ່ອງທາງຄໍາສາກົນໄດ້ປາກົດໃຫ້ເຫັນຢ່າງຕໍ່ເນື່ອງ.ມາຮອດປະຈຸບັນ,ໄດ້ສົ່ງຜູ້ໂດຍສານເຂົ້າອອກເມືອງ 346,000 ກວ່າເທື່ອຄົນ,ແຫຼ່ງນັກທ່ອງທ່ຽວໄດ້ເພີ່ມຂຶ້ນເປັນ 108 ປະເທດ ແລະ ເຂດແຄວ້ນ,ໄດ້ຍູ້ແຮງການພັດທະນາເສດຖະກິດຂອງພາກພື້ນໃຫ້ມີຄວາມຈະເລີນຮຸ່ງເຮືອງ. 

12月2日

央视《新闻联播》

关注中老铁路开通运营三周年

黄金通道活力持续显现

一起来看报道

今年是中老铁路通车运营三周年。三年来,中老铁路与西部陆海新通道、中欧班列互联互通,跨境货物运输已辐射至老挝、泰国、越南等19个国家和地区,互利共赢的“黄金线路”活力持续显现。

近日,一趟载着390吨老挝香蕉的国际货物列车从老挝万象南站驶出,经中老铁路由云南磨憨铁路口岸入境,全程冷链直通北京。不仅仅是水果,还有蔬菜、服装、家电、新能源汽车等数千种商品在这条1035公里长的铁路线上货畅其流。

640

海关最新数据显示,三年来,中老铁路国际货物列车开行总量已超15000列,运输跨境货运量超1060万吨,货值超440亿元。跨境货运量最高月突破51万吨,较2021年开通首月增长了12.6倍,中老铁路的物流通道效能加速释放。今年前11个月,中老铁路进出口货值168.1亿元,已超过去年全年的货值。

中老铁路通车三年来,国际黄金大通道的运输活力持续显现。截至目前,已发送进出境旅客超34.6万人次,旅客来源地增至108个国家和地区,为区域经济繁荣与发展注入新活力。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Yang Yan]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

12/04

17:20

ແບ່ງປັນ

ແປ
翻译