ມາຈາກ:ສະບາຍດີ
ຂະບວນລົດໄຟ ຟູ່ຊິງ ຜ່ານຂົວຂ້າມແມ່ນ້ຳໜານຊີ ຕາມທາງລົດໄຟລາວ-ຈີນ.
(ສະບາຍດີ ນັກຂ່າວຄຳປະເສີດ)ທາງລົດໄຟລາວ-ຈີນໄດ້ເປີດນຳໃຊ້ຢ່າງເປັນທາງການໃນເດືອນທັນວາ 2021ເປັນຕົ້ນມາ,ໄດ້ກາຍເປັນສູນກາງຄົມມະນາຄົມທີ່ສໍາຄັນລະຫວ່າງຈີນກັບລາວ ແລະ ພາກພື້ນອາຊີຕາເວັນອອກສ່ຽງໃຕ້ຢ່າງວ່ອງໄວໂດຍອີງໃສ່ລາຄາຕໍ່າ,ປະສິດທິພາບ,ຄວາມສະດວກສະບາຍ.ໄດ້ເພີ່ມພະລັງແຮງເຂົ້າສູ່ຄວາມຈະເລີນຮຸ່ງເຮືອງດ້ານການຄ້າ ແລະ ການພັດທະນາເສດຖະກິດຂອງອະນຸພາກພື້ນແມ່ນ້ຳຂອງ.
ນັບແຕ່ຕົ້ນປີນີ້ເປັນຕົ້ນມາ,ການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າຂອງທາງລົດໄຟລາວ-ຈີນໄດ້ສະແດງໃຫ້ເຫັນທ່າອ່ຽງເຕີບໂຕຢ່າງແຂງແຮງ.ແຕ່ວັນທີ 1 ມັງກອນຫາວັນທີ 31 ຕຸລານີ້,ທາງລົດໄຟລາວ-ຈີນໄດ້ສົ່ງຜູ້ໂດຍສານຫຼາຍກວ່າ 16 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າຫຼາຍກວ່າ 16 ລ້ານໂຕນ, ໃນນັ້ນມີການຂົນສົ່ງສິນຄ້າຂ້າມຊາຍແດນຫຼາຍກວ່າ 4 ລ້ານໂຕນ.ນັບແຕ່ໄດ້ເປີດນໍາໃຊ້ທາງລົດໄຟລາວ-ຈີນມາຮອດວັນທີ 3 ພະຈິກນີ້, ໄດ້ແລ່ນ ຂະບວນລົດໄຟ 60,000 ກວ່າຖ້ຽວ,ຂົນສົ່ງຜູ້ໂດຍສານ 41,7 ລ້ານຄົນ,ຂົນສົ່ງສິນຄ້າ46,7 ລ້ານໂຕນ ແລະ ສິນຄ້າຂ້າມຊາຍແດນ 10,7 ລ້ານໂຕນ.ຕົວເລກເຫຼົ່ານີ້ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມສາມາດໃນການຂົນສົ່ງຂອງທາງລົດໄຟລາວ-ຈີນເທົ່ານັ້ນ,ຫາກຍັງສະແດງໃຫ້ເຫັນເຖິງໝາກຜົນທີ່ພົ້ນເດັ່ນໃນການຊຸກຍູ້ການເຊື່ອມຕໍ່ພາກພື້ນ ແລະ ການແລກປ່ຽນວັດທະນະທຳ.
复兴号列车通过中老铁路南溪河特大桥。新华社
中老铁路自2021年12月正式开通运营以来,凭借经济高效、便捷舒适的特点,迅速成为中国与老挝,乃至东南亚地区的重要交通枢纽,为大湄公河次区域的,贸易繁荣和经济发展注入了新动力。
今年以来,中老铁路的客货运输呈现出强劲的增长态势。从1月1日至10月31日,中老铁路共发送旅客超过1600万人次,运输货物超过1600万吨,其中跨境货物运输在400万吨以上。中老铁路自开通运营以来,截至11月3日,累计开行旅客列车超过6万列,发送旅客达4170万人次,运输货物达4670万吨,跨境货物量达1070万吨。这些数字不仅彰显了中老铁路的运输能力,更体现了其在促进区域互联互通和人文交流方面的显著成效。
ຕົວແທນລາວຊະນະເລີດການແຂ່ງຂັນ "ຂົວພາສາຈີນ" ສໍາລັບນັກຮຽນຊັ້ນມັດທະຍົມໂລກຄັ້ງທີ 17
Xinhua2024-11-01
ການຂົນສົ່ງອ້ອຍຂ້າມຊາຍແດນລະຫວ່າງຈີນກັບລາວແຕ່ປີ 2024 ຫາ 2025 ໄດ້ເລີ່ມຕົ້ນແລ້ວ
ສະບາຍດີ2024-11-04
ກອງປະຊຸມສຸດຍອດອະນຸພາກພື້ນແມ່ນ້ຳຂອງ(GMS) ຄັ້ງທີ 8 ໄດ້ຈັດຂຶ້ນຢູ່ ຄຸນມິງ ແຕ່ວັນທີ 6 ຫາ ວັນທີ 7
ສະບາຍດີ2024-11-06
ນະຄອນຄຸນມິງຕ້ອນຮັບລະດູເບິ່ງນົກນາງນວນປາກແດງ
ສະບາຍດີ2024-11-01
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2024 —
11/08
17:11
— ແບ່ງປັນ —