ເຂົ້າຮ່ວມງານມະຫາກຳກິລາພື້ນເມືອງຈີນ, ຈຸດເດັ່ນລາຍການຂອງການແຂ່ງຂັນແລກປ່ຽນສາກົນດ້ານກິລາພື້ນເມືອງຈີນຄັ້ງທີ 2

ມາຈາກ:ສະບາຍດີ

1

ກິລາພື້ນເມືອງຈີນມີປະຫວັດສາດມາແຕ່ດົນນານ, ປະກອບດ້ວຍປະຫວັດສາດອັນເລິກຊຶ້ງຂອງຊົນຊາດຈີນ ແມ່ນພາກສ່ວນໜຶ່ງທີ່ສຳຄັນຂອງວັດທະນະທຳພື້ນເມືອງອັນດີເລີດຂອງຈີນ, ແມ່ນຊັບສົມບັດຂອງອາລະຍະທຳຈີນ ແລະ "ນາມບັດ"ເພື່ອສະແດງເຖິງວັດທະນະທຳພື້ນເມືອງຈີນໃນຍຸກສະໄໝໃໝ່. ແຕ່ວັນທີ 17 - ວັນທີ 21 ຕຸລາປີ 2024 , ການແຂ່ງຂັນກິລາພື້ນເມືອງຈີນແລກປ່ຽນສາກົນຄັ້ງທີ 2 ຈະຈັດຂຶ້ນຢູ່ນະຄອນຄຸນຫມິງແຂວງຢຸນນານ, ນີ້ເປັນປີທີສອງທີ່ຈັດຂຶ້ນໃນແຂວງຢຸນນານຢ່າງຕໍ່ເນື່ອງ.ໃນເວລານັ້ນ, ຜູ້ເຂົ້າຮ່ວມການແຂ່ງຂັນທັງພາຍໃນ ແລະ ຕ່າງປະເທດບໍ່ພຽງແຕ່ດຳເນີນການແລກປ່ຽນ ແລະ ການແຂ່ງຂັນເທົ່ານັ້ນ, ຫາກຍັງຈັດງານວາງສະແດງການທ່ອງທ່ຽວທີ່ມີລັກສະນະສະເພາະແຂວງຢຸນນານອີກດ້ວຍ, ເພື່ອການສະແດງໃຫ້ເຫັນເຖິງມົນສະເໜ່ຂອງວັດທະນະທຳກິລາພື້ນເມືອງຈີນ ແລະ ຜົນສຳເລັດຂອງການພັດທະນາສັງຄົມຂອງແຂວງຢຸນນານ. 

ຈຸດເດັ່ນທີ1: ຈາກ "ອອກໄປ" ເຖິງ “ນຳເຂົ້າ”, ຄົນຕ່າງປະເທດທີ່ມັກກິລາພື້ນເມືອງຈີນໄດ້ເຂົ້າຕ້ອນໂຮມມາຢ່າງຕໍ່ເນື່ອງ

ການແຂ່ງຂັນກິລາພື້ນເມືອງຈີນສຳລັບແລກປ່ຽນສາກົນຄັ້ງທີ 2 ໄດ້ດຶງດູດນັກກິລາ ປະມານ 723 ຄົນ ທີ່ມາຈາກ 27 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມ, ໃນນັ້ນ ມີນັກກິລາຕ່າງປະເທດປະມານ 353 ຄົນ, ໄດ້ກວມເອົາເກືອບເຄິ່ງໜຶ່ງຂອງຈຳນວນນັກກິລາທັງໝົດ, ເພີ່ມຂຶ້ນຫຼາຍ ເມື່ອທຽບໃສ່ການແຂ່ງຂັນຄັ້ງທີ 1 . ນັກກິລາຕ່າງປະເທດໄດ້ມາເຂົ້າຮ່ວມການແຂ່ງຂັນກິລາຫຼາຍກວ່າເກົ່າ ໄດ້ສະແດງໃຫ້ເຫັນເຖິງຄວາມສຳຄັນຂອງກິລາພື້ນເມືອງຈີນຍຸກໄໝໃໝ່ໃນຕ່າງປະເທດ ທີ່ມີອິດທິພົນຖືກເສີມຂະຫຍາຍຕື່ມອີກ. ດ້ວຍຂະບວນການ "ອອກໄປ" ຢ່າງບໍ່ຢຸດຢັ້ງ, ກິລາພື້ນເມືອງຈີນໄດ້"ນຳເຂົ້າ"ນັກກິລາຕ່າງປະເທດຫຼາຍປະເທດເຂົ້າຮ່ວມ, ການແຂ່ງຂັນຄັ້ງນີ້ຈະສ້າງເວທີການແລກປ່ຽນໃຫ້ນັກກິລາຊາວຈີນ ແລະ ຕ່າງປະເທດ.

ຈຸດເດັ່ນທີ2: ເພີ່ມກິດຈະກຳ ການເຕັ້ນມັງກອນ ແລະ ເຊີດສິງໂຕ, ສະແດງການແຂ່ງຂັນທີ່ມີສີສັນຫຼາກຫຼາຍ

ໃນຂະບວນຜະລິດ ແລະ ຊີວິດການເປັນຢູ່ອັນຍາວນານ ຊົນຊາດຈີນໄດ້ສ້າງກິລາທີ່ມີລັກສະນະສະເພາະເປັນຈໍານວນຫຼາຍ. ໃນປີກາຍນີ້, ການແຂ່ງຂັນກິລາພື້ນເມືອງຈີນແລກປ່ຽນສາກົນຄັ້ງທຳອິດ ປະກອບມີ 3 ລາຍການແຂ່ງຂັນກິລາ ເຊັ່ນ: ສິລະປະການຕໍ່ສູ້, ຊີ້ກົງ ຊ່ວຍເລື່ອງສຸຂະພາບ ແລະ ໝາກຮຸກ, ເຊິ່ງເປັນການແຂ່ງຂັນກິລາທີ່ມີຄວາມນິຍົມຢ່າງກວ້າງຂວາງ ແລະ ມີການແຂ່ງຂັນກັນສູງ, ການແຂ່ງຂັນຄັ້ງນີ້ໄດ້ເພີ່ມການເຕັ້ນມັງກອນ ແລະ ເຊີດສິງໂຕເຂົ້າໃນ"ສາມກິດຈະກຳສຳຄັນ" ເຊິ່ງໄດ້ນໍາເອົາສິລະປະ ແລະ ການສະແດງຢ່າງແຂງແຮງໃນການແຂ່ງຂັນນີ້.

ການເຕັ້ນມັງກອນ ແລະ ເຊີດສິງໂຕແມ່ນໜຶ່ງໃນກິລາພື້ນເມືອງທີ່ເປັນຕົວແທນຂອງປະເທດຈີນ, ມີວັດທະນະທຳທີ່ເປັນເອກະລັກສະເພາະ ແລະ ມີອິດທິພົນຢ່າງເລິກຊຶ້ງຢູ່ພາຍໃນ ແລະ ຕ່າງປະເທດ. ໃນຂະນະທີ່ເປັນກິດຈະກຳໃໝ່ໃນການແຂ່ງຂັນນີ້,ເຕັ້ນມັງກອນ ແລະ ເຊີດສິງໂຕຈະສະແດງໃຫ້ເຫັນສີສັນວັດທະນະທຳຂອງຈີນຫຼາຍກວ່າເກົ່າຕໍ່ຜູ້ຊົມທີ່ມັກກິລາພື້ນເມືອງຂອງຈີນ ແລະ ຊ່ວຍໃຫ້ແຟນຊາວຕ່າງປະເທດມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ວັດທະນະທຳຈີນອີກດ້ວຍ.

2

ຈຸດເດັ່ນທີ3: ສະຖານທີ່ຂອງການແຂ່ງຂັນມີລັກສະນະຂອງຕົນເອງ, ການແຂ່ງຂັນ ແລະ ຊົມການແຂ່ງຂັນທີ່ດີກວ່າ

ໃນຖານະເປັນເມືອງເອກຂອງແຂວງຢຸນນານ, ຄຸນຫມິງບໍ່ພຽງແຕ່ມີທິວທັດທຳມະຊາດທີ່ສວຍງາມເທົ່ານັ້ນ, ຫາກຍັງມີວັດທະນະທຳປະຫວັດສາດທີ່ເລິກເຊິ່ງ. ການຄັດເລືອກສະຖານທີ່ສໍາລັບການຈັດງານແຂ່ງຂັນນີ້ແມ່ນສອດຄ່ອງກັບ "ຄຸນລັກສະນະຂອງຄຸນຫມິງ" ແລະ "ປະສົມປະສານທາງອິນຊີ" ຢ່າງສົມບູນສຳລັບຈຸດເດັ່ນຂອງການແຂ່ງຂັນ ແລະ ຮີດຄອງປະເພນີຂອງຕົວເມືອງ ແລະ ການພັດທະນາສິ່ງແວດລ້ອມ.

ສະຖານທີ່ການແຂ່ງຂັນເຕັ້ນມັງກອນ ແລະ ເຊີດສິງໂຕໄດ້ຄັດເລືອກຈັດຂຶ້ນຢູ່ເມືອງບູຮານກວາງຕຸ້ງ, ເຊິ່ງແມ່ນໜຶ່ງໃນບັນດາ "ເມືອງເກີດວັດທະນະທຳແຂວງຢຸນນານ".ນອກຈາກການແຂ່ງຂັນແລ້ວ, ຫາກຍັງຈັດການສະແດງການແຫ່ຂະບວນເຕັ້ນມັງກອນ ແລະ ເຊີດສິງໂຕຢູ່ເມືອງບູຮານກວາງຕຸ້ງ.

ການແຂ່ງຂັນ ໝາກຮຸກ ຈະຈັດຂຶ້ນຢູ່ທີ່ Yunzi Chess Academy. ໝາກຢຸນຈືໃນຖານະເປັນ "ໝາກຮຸກທີ່ມີຄຸນນະພາບທີ່ດີທີ່ສຸດ", ແມ່ນໄຂ່ມຸກທີ່ເຫລື້ອມໃສສຳລັບວັດທະນະທຳ ໝາກຮຸກຂອງປະເທດພວກເຮົາ ແລະ ຍັງແມ່ນໜຶ່ງໃນບັນດາຕົວແທນຂອງວັດທະນະທຳແຂວງຢຸນນານທີ່ເປັນເອກະລັກ. ງານແຂ່ງຂັນສິລະປະຍຸດໂທປະກອນ ແລະ ກິລາຊີ່ກອງເສີມຂະຫຍາຍການອອກກໍາລັງກາຍຈະຈັດຂຶ້ນຢູ່ສະໜາມການຝຶກອົບຮົມກິລາໄຮເກັງຄຸນຫມິງແຫ່ງຊາດຈີນ, ເປັນ"ສະໜາມການຝຶກອົບຮົມກິລາທີ່ມີກຽດ"ຂອງທີມຊາດຈີນ ຈະມີບົດບາດໃນການສືບທອດ ແລະ ເຜີຍແຜ່ກິລາພື້ນເມືອງຈີນອີກເທື່ອໜຶ່ງ.

3

ຈຸດເດັ່ນທີ4: ພິທີເປີດ ແລະ ປິດແມ່ນເຕັມໄປດ້ວຍຄວາມປະຫລາດໃຈ, ໄດ້ສະແດງລັກສະນະຂອງນະຄອນຄຸນຫມິງ ແລະ ຊີວິດທີ່ມີຄວາມຜາສຸກຂອງບັນດາເຜົ່າໃຫ້ສູ່ໂລກ 

ພິທີເປີດ ແລະ ປິດຂອງການແຂ່ງຂັນຄັ້ງນີ້ ໄດ້ເນັ້ນໃສ່ "ຄຸນລັກສະນະຂອງນະຄອນຄຸນຫມິງ" ໃນການຄັດເລືອກສະຖານທີ່ ແລະ ການວາງແຜນເນື້ອໃນ, ນຳໃຊ້ກິລາພື້ນເມືອງຈີນເປັນປ່ອງຢ້ຽມເພື່ອສະແດງຮູບແບບຂອງນະຄອນຄຸນຫມິງໃຫ້ທົ່ວໂລກຮັບຮູ້. ໃນນັ້ນ, ພິທີເປີດໄດ້ເລືອກຈັດຢູ່ເທິງເວທີແຄມນ້ຳ, ເຊິ່ງເປັນເວທີທີ່ດີສໍາລັບການຊົມໜອງແສ ດຽນຊີ.ນອກຈາກນັ້ນ, ດຽວນີ້ຍັງເປັນ "ລະດູການ ຊົມນົກນາງນວນປາກແດງ".ພິທີປິດຈະຈັດຂຶ້ນຢູ່ສະໜາມຫຼວງຊົນເຜົ່າ,ບັນດາອົງປະກອບຂອງຊາວຊົນເຜົ່າສ່ວນໜ້ອຍເຊັ່ນ: ສະຖາປັດຕະຍະກຳ, ວິຖີຊີວິດການເປັນຢູ່, ຮີດຄອງປະເພນີ,ຮ້ອງເພງເຕັ້ນລຳ, ງານບັ້ງໄຟ ແລະ ອື່ນໆ ເປັນພາບສ່ວນໜຶ່ງຂອງພິທີປິດ ຈະສະແດງໃຫ້ເຫັນແກ່ຜູ້ຊົມທົ່ວໂລກ, ສິ່ງດັ່ງກ່າວສະແດງໃຫ້ເຫັນເຖິງຮູບພາບທີ່ສວຍງາມ ມີຄວາມສາມັກຄີ, ການຊ່ວຍເຫຼືອເຊິ່ງກັນແລະກັນ, ການເຊື່ອມໂຍງ ແລະ ການພັດທະນາຂອງປະຊາຊົນຈີນບັນດາເຜົ່າ. ສິ່ງດັ່ງກ່າວສະແດງໃຫ້ເຫັນເຖິງຮູບພາບທີ່ສວຍງາມ ມີຄວາມສາມັກຄີ, ການຊ່ວຍເຫຼືອເຊິ່ງກັນແລະກັນ, ການເຊື່ອມໂຍງ ແລະ ການພັດທະນາຂອງປະຊາຊົນຈີນບັນດາເຜົ່າ .

ການແຂ່ງຂັນກິລາພື້ນເມືອງຈີນແລກປ່ຽນສາກົນຄັ້ງທີ 2 ຈັດຂຶ້ນຢູ່ແຂວງຢຸນນານເປັນປີທີ 2 ແລ້ວ, ເຊິ່ງເປັນການຢືນຢັນຕໍ່ຄວາມສາມາດຂອງແຂວງຢຸນນານໃນການສ້າງງານກິລາລະດັບສາກົນ. ໃນອະນາຄົດ, ກໍ່ຈະມີການຈັດກິດຈະກຳຕ່າງໆຢູ່ແຂວງຢຸນນານຕື່ມອີກ, ເຊິ່ງຈະເສີມສ້າງສູນຂະຫຍາຍການພັດທະນາຕື່ມ.


1

中华传统体育源远流长,承载着中华民族的厚重历史,是中华优秀传统文化的重要组成部分,是中华文明的瑰宝,是当代展示中华传统文化的一张“亮眼的名片。”2024年10月17日-21日,第二届传统体育国际交流大赛即将在云南昆明举行,这也是此项赛事连续第二年落户云南。届时,来自海内外的参赛选手将进行交流、竞技,期间当地还将举行体育文化展与多场云南特色游览展示活动,全方位展示中华传统体育文化和云南社会发展成就的魅力。

亮点一:从“走出去”到“引进来”,海外爱好者纷至沓来

第二届传统体育国际交流大赛共吸引到来自27个国家和地区的运动队参与,在约723人的参赛选手中,境外运动员达到353人,占比近半,相比于上届大赛有了大幅增长。更多海外选手的加入,体现出在新时代中华传统体育海外影响力的进一步增强。随着“走出去”进程的不断深入,中华传统体育项目“引进来”众多海外体育爱好者加入其中,本次大赛将为中外运动员搭建共同切磋交流的舞台。

亮点二:新增舞龙舞狮项目,多元竞赛多彩展示

中华民族在漫长的生产、生活活动中创造了大量独具特色的运动项目。去年,首届传统体育国际交流大赛设置了武术、健身气功、围棋等三项受众广且竞技性强的项目,本次大赛在“三大项”的基础之上增设了舞龙舞狮,为大赛带来了更强的艺术性、观赏性。

舞龙舞狮运动是我国极具代表性的民族传统体育项目之一,具有典型的文化性,独具特色,在海内外具有强大影响力。作为大赛的新增项目,舞龙舞狮将向中华传统体育爱好者展示更加多彩的中华文化,帮助海外爱好者更深入的了解中华文化的博大精深。

2

亮点三:比赛场地各具特色,竞赛、观赛体验更佳

作为云南省省会,昆明不仅自然景观优美,更有着深厚的历史文化底蕴。本届大赛在项目场地选择方面贴合“昆明特色”,完美地将大赛亮点与城市风情与环境发展亮点进行了“有机融合”。

舞龙舞狮项目选择在“滇文化发祥地”之一的官渡古镇进行,比赛之外还将在官渡古镇进行舞龙舞狮巡游表演。

围棋比赛将于云子棋院进行。云子作为“棋中圣品”是我国围棋文化一颗璀璨的明珠,同样也是是云南文化的极具特色的代表之一。而武术、健身气功的比赛将于国家昆明海埂体育训练基地举行,这座中国国家队的“功勋训练基地”将再次为中华传统体育的传承传播发挥作用。

3

亮点四:开闭幕式惊喜不断,向世界展示昆明特色、各民族幸福生活

本届大赛开闭幕式在地点选择、内容策划上主打“昆明特色”,以中华传统体育为窗口向世界展示昆明风采。其中,开幕式选择在亲水平台,是观赏滇池的绝佳平台。闭幕式地点选择在民族广场,少数民族的独特建筑、生活与歌舞习俗、篝火晚会等都将作为闭幕式的一部分展现给世界各地的观众,体现了中国各民族团结互助、共同融合发展的美好画卷。

其中,开幕式选择在亲水平台,是观赏滇池的绝佳平台。此外,时值“海鸥季”。闭幕式地点选择在民族广场,少数民族的独特建筑、生活与歌舞习俗、篝火晚会等都将作为闭幕式的一部分展现给世界各地的观众,体现了中国各民族团结互助、共同融合发展的美好画卷。

第二届传统体育国际交流大赛连续第二年落户云南,是对于云南打造国际体育赛事能力的极大肯定。未来,更多赛事落户云南,将进一步助力云南辐射中心建设。

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:wen liron]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

10/17

16:14

ແບ່ງປັນ

ແປ
翻译