ມາຈາກ:ສະບາຍດີ
ຫມາກຖົ່ວລຽນຄຸນນະພາບສູງໄດ້ຮັບຄວາມສົນໃຈຈາກປະຊາຊົນ.ພາບໂດຍນັກຂ່າວ ວັນຈຸງສີ.
(ສະບາຍດີ ນັກຂ່າວຄຳປະເສີດ)ຫມາກມ່ວງ,ຫມາກມັງກອນ,ຫມາກຖົ່ວລຽນຂອງຫວຽດນາມ,ຫມາກພ້າວຂອງກໍາປູເຈຍ,ລໍາໄຍ,ຫມາກກ້ວຍຂອງລາວ...ວັນທີ11ຕຸລານີ້,ກິດຈະກໍາ"ບຸນຊື້ຫມາກໄມ້ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຈາກຫວຽດນາມ-ກໍາປູເຈຍ-ລາວ"ທີ່ໄດ້ຮັບການສະຫນັບສະຫນູນຈາກພະແນກການຄ້າແຂວງຢຸນນານ ແລະ ກອງເລຂາການຮ່ວມມືເສດຖະກິດຂ້າມຊາຍແດນລ້ານຊ້າງ-ແມ່ນ້ຳຂອງ.ໄດ້ຈັດຂຶ້ນຢູ່ສະໜາມຕົງເຕີ໋ນະຄອນຄຸນມິງ ແລະ ດຳເນີນໄປຮອດວັນທີ 16 ຕຸລານີ້.
ທ່ານ HOUR SOPHARA ກົງສູນໃຫຍ່ກໍາປູເຈຍປະຈໍານະຄອນຄຸນມິງ,ທ່ານ Pongdong Paxaphacdyກົງສູນໃຫຍ່ລາວປະຈໍານະຄອນຄຸນມິງ,ທ່ານ ວັງຈຸງຢິງ ກົງສູນການຄ້າຫວຽດນາມປະຈໍານະຄອນຄຸນມິງໄດ້ເຂົ້າຮ່ວມພິທີເປີດນໍາໃຊ້ ແລະ ກ່າວຄໍາປາໄສ.ເຈົ້າຫນ້າທີ່ສະຖານກົງສຸນ3ປະເທດລ້ວນແຕ່ກ່າວວ່າ,ພາຍໃຕ້ການນໍາພາຂອງກົນໄກການຮ່ວມມືແມ່ນ້ໍາລ້ານຊ້າງ-ແມ່ນ້ໍາຂອງ,ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງກໍາປູເຈຍ,ລາວ,ຫວຽດນາມກັບຈີນນັບມື້ນັບກ້າວເຂົ້າສູ່ລວງເລິກ,ຫວັງວ່າຈະຮ່ວມມືກັບແຂວງຢຸນນານຂອງຈີນໃນການຊຸກຍູ້ການຄ້າແລະການລົງທຶນ, ແລະສະເໜີໃຫ້ທຸກຝ່າຍເພີ່ມທະວີການແລກປ່ຽນແລະການຮ່ວມມືໃນຂົງເຂດຕ່າງໆເຊັ່ນ: ການຊຸກຍູ້ຜະລິດຕະພັນກະເສດຄຸນນະພາບສູງແລະສ້າງມາດຕະຖານຄວາມປອດໄພໃນອະນາຄົດ.
ຕໍ່ໄປ,ພະແນກການຄ້າແຂວງ ຈະຖືເອົາຜົນສຳເລັດຂອງການຈັດງານຄັ້ງນີ້ເປັນໂອກາດເພື່ອລົງເລິກ ປະສິດທິຜົນຂອງງານດັ່ງກ່າວ,ຕິດຕາມການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງວິສາຫະກິດຂອງບັນດາຝ່າຍບໍລິການຢ່າງຕໍ່ເນື່ອງ,ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດການຄ້າຢ່າງທັນການ,ຊ່ວຍຊູຍູ້ຫນູນການຮ່ວມມືລະຫວ່າງວິສາຫະກິດຂອງບັນດາຝ່າຍໃຫ້ໄດ້ຮັບຄວາມຄືບຫນ້າ, ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພັດທະນາການຄ້າຜະລິດຕະພັນກະເສດຢູ່ພາກພື້ນລ້ານຊ້າງ-ແມ່ນ້ຳຂອງໃຫ້ມີຂະໜາດໃຫຍ່ກວ່າເກົ່າ, ເລິກເຊິ່ງກວ່າເກົ່າ ແລະ ກວ້າງຂວາງກວ່າເກົ່າ.
高品质榴莲受到市民追捧。记者王俊星摄
昆明信息港讯(昆明日报 记者缪亚平)越南的芒果、火龙果、榴莲,柬埔寨的椰子、龙眼,老挝的香蕉…… 10月11日,由云南省商务厅主办,澜湄跨境经济合作中方秘书处承办的“澜湄水果采购节·越南专场、柬埔寨老挝专场”活动在昆明同德广场举行。活动持续至10月16日。
柬埔寨驻昆总领事华索帕拉、老挝驻昆总领事邦当·巴萨帕迪、越南驻昆商务领事阮俊英出席启动仪式并致辞。3国领事馆官员均表示,在澜湄合作机制的引领下,柬埔寨、老挝、越南与中国的经贸合作日益深化,希望能与中国云南在促进贸易和投资方面进行合作,建议未来各方在推广优质农产品、制定安全标准等领域加强交流合作。
下一步,省商务厅将以本次活动的成功举办为契机,深化活动实效,持续跟进服务各方企业经贸合作,及时为贸易企业排忧解难,助力各方企业合作落实落细落地,为推动澜湄区域农产品贸易实现更大规模、更深层次、更宽领域发展做出重要贡献。
ການຂົນສົ່ງຜູ້ໂດຍສານຂອງທາງລົດໄຟລາວ-ຈີນຫຼາຍກວ່າ 40 ລ້ານເທື່ອຄົນ
ສະບາຍດີ2024-10-08
ເລີ່ມຕົ້ນການແຂ່ງຂັນໃນ "ງານສະເຫລີມສະຫລອງ ການສະຖາປະນາ ສປ ຈີນ ຄົບຮອບ 75 ປີ-ຄຸນຫມິງໃໝ່ໃນມຸມມອງຂອງຕົນເອງ"
ສະບາຍດີ2024-09-30
ງານສິລະປະວັດທະນະທໍາປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 12 ຈັດຂຶ້ນຢູ່ເມືອງຊຽງຮຸ່ງແຂວງຢຸນນານຈີນ
ສະບາຍດີ2024-10-08
ສະຖານີກວດກາດ່ານພາສີ ບໍ່ຫານໄດ້ກວດຄົນເຂົ້າ-ອອກເມືອງ ບັນລຸ 2 ລ້ານກວ່າເທື່ອຄົນ
ສະບາຍດີ2024-10-09
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2024 —
10/15
11:24
— ແບ່ງປັນ —