ຮູບເງົາສາລະຄະດີ  "ບ້ານໃກ້ເຮືອນຄຽງທີ່ດີ · ປະເທດລາວ" ລວມທັງມີ 5 ຕອນ ຈະອອກອາກາດພ້ອມກັນສຳລັບ ສປ ຈີນ ແລະ ສປປລາວ ໃນວັນທີ 6 - ວັນທີ 7 ຕຸລານີ້.

ມາຈາກ:ສະບາຍດີ

"ບ້ານໃກ້ເຮືອນຄຽງທີ່ດີ · ປະເທດລາວ" ວິດີໂອການສົ່ງເສີມ

dc859c488df2af0c7b9a6dda7efb022

ສະບາຍດີ ນັກຂ່າວໂລລາ)ໃນຍາມແສງຕາເວັນຕົກ, ຜູ້ຄົນ ແລະ ຊ້າງໄດ້ເຂົ້າໄປໃນສະຖານທີ່ຈັດງານບຸນຊ້າງ; ໃນຍາມຮຸ່ງເຊົ້າ, ປູມເປົ້າອາກາດຮ້ອນຂອງເມືອງວັງວຽງຕາມຕາເວັນຂຶ້ນ;ທາງລົດໄຟລາວ-ຈີນເປັນຄວາມຝັນຂອງປະຊາຊົນລາວ ແລະ ລໍຖ້າທາງນີ້ເປັນເວລາດົນແລ້ວ,ປະຈຸບັນນີ້ ໄດ້ກາຍເປັນຄວາມຈິງ; ວັດພູທີ່ຕັ້ງຢູ່ເທິງພູເຂົາ ແມ່ນພູທີ່ມີຊື່ສຽງໂດ່ງດັງ;ສີ່ພັນເກາະທີ່ສວຍງາມເປັນຄືກັບເຂດອຸທິຍານ;ໂຮງງານຊີມັງທີ່ເຄີຍເປັນສັນຍາລັກແຫ່ງຜົນສຳເລັດດ້ານອຸດສາຫະກຳຂອງ ແຫ່ງຊາດລາວ ໄດ້ຫັນເປັນສະຖານທີ່ທ່ອງທ່ຽວຢ່າງສົມບູນແບບ...ສປປ ລາວ ເປັນປະເທດບ້ານໃກ້ເຮືອນຄຽງທີ່ດີຂອງ ສປ ຈີນທີ່ມີພູຜາປ່າໄມ້ ແລະ ແຫຼ່ງແມ່ນ້ຳອັນດຽວກັນ,ວິດີໂອນີ້ໄດ້ນຳສະເໜີປະເທດລາວສຳລັບລັກສະນະທີ່ແຕກຕ່າງກັນຕໍ່ທົ່ວໂລກໂດຍນຳໃຊ້ຖ່າຍຮູບສວຍງາມ, ເລື່ອງທີ່ມີຊີວິດຊີວາ,ສະຫງົບສຸກ ແລະ ຄວາມຈິງ.

ເພື່ອຕອບສະໜອງຂໍ້ລິເລີ່ມ "ໜຶ່ງແລວໜຶ່ງເສັ້ນທາງ" ແຫ່ງຊາດຈີນ, ເພີ່ມທະວີການແລກປ່ຽນວັດທະນະທຳລະຫວ່າງສອງປະເທດລາວ-ຈີນ, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນສອງປະເທດ, ໂດຍໄດ້ຮັບການສະໜັບສະໜູນຈາກ "ໂຄງການການຮ່ວມມືດ້ານຜະລິດຮູບເງົາສຳລັບ ສປ ຈີນ ກັບ ຕ່າງປະເທດ" ຂອງພະແນກວິທະຍຸ ແລະ ໂທລະພາບແຫ່ງຊາດຈີນ,ຮູບເງົາສາລະຄະດີ  "ບ້ານໃກ້ເຮືອນຄຽງທີ່ດີ · ປະເທດລາວ" ລວມທັງມີ 5 ຕອນ ໄດ້ຮ່ວມມືກັນຜະລິດໂດຍວິທະຍຸ ແລະ ໂທລະພາບແຂວງຢຸນນານ ແລະ ໂທລະພາບແຫ່ງຊາດລາວ.ຕັ້ງແຕ່ວັນທີ 6 ຕຸລາ ເປັນຕົ້ນໄປ,ໂທລະພາບແຫ່ງຊາດລາວ ຈະອອກອາກາດຮູບເງົາສາລະຄະດີ  "ບ້ານໃກ້ເຮືອນຄຽງທີ່ດີ · ປະເທດລາວ"ສະລັບພາສາລາວ. ໂທລະພາບດາວທຽມຢຸນນານ ແລະ ໂທລະພາບດາວທຽມສາກົນແມ່ນ້ຳລ້ານຊ້າງ-ແມ່ນ້ຳແຂວງຢຸນນານຈະອອກອາກາດຮ່ວມກັນໃນວັນທີ 7 ຕຸລາ.

ຮູບເງົາສາລະຄະດີນີ້ ທັງໝົດ 5 ຕອນຄື: "ປະເທດລ້ານຊ້າງ","ຄວາມງາມຮ່ວມກັນ","ເຄື່ອງໝາຍອາລະຍະທຳ","ປະເທດອຸທິຍານ","ພັດທະນາຮ່ວມກັນ",ແຕ່ລະຕອນມີຄວາມຍາວ 30 ນາທີ, ໄດ້ສະແດງໃຫ້ເຫັນ ສປປ ລາວເປັນ ປະເທດທີ່ມີທຳມະຊາດ, ຄວາມຈິງ, ຊີວິດຊີວາ ແລະ ອຸດົມສົມບູນ.

3e8ae68945960f65826eb5fe679a1c4

4ed2cc4d259f31f5150539d8e7613b7

9daf0704282d829329b326586747eca

9f3d717df68bb5850a3d7cd086d3db5

263ca7fdca40ceb22e7b1bed8bbce9d

8277151050b5adfd1a909375f0d8fbc

d63283e9293e68955d6d486ca2e8b51ead6060e2f60469e2c007ebcfcec5ed

《睦邻·老挝》总宣传片

dc859c488df2af0c7b9a6dda7efb022

在落日的余晖中,进入大象节举办地的人与象、黎明,万荣的热气球伴随着太阳升起、中老铁路让老挝人民期盼已久的铁路梦终于实现、普高山上享誉盛名的瓦普寺、仿若世外桃源的四千美岛、曾作为国家工业成就象征的水泥厂变身旅游综合体……唯美的镜头语言,生动鲜活的故事,平实的视角,将老挝这个与中国山同脉、水同源的好邻居的不同样貌,一一呈现在世人面前。

为响应国家“一带一路”倡议,加强中老两国文化交流,增进两国人民友谊,在国家广电总局“中外合作合拍项目”支持下,由云南广播电视台与老挝国家电视台联合摄制的5集纪录片《睦邻·老挝》,老挝国家电视台将于10月6日起,播出《睦邻.老挝》首播老挝语版本。云南卫视、云南澜湄国际卫视10月7日同步首播。

全片共5集,分别为《万象之国》《美美与共》《文明印记》《世外桃源》《共享发展》,每集30分钟,展现了一个天然、真实、生动、丰富的老挝。

3e8ae68945960f65826eb5fe679a1c4

4ed2cc4d259f31f5150539d8e7613b7

9daf0704282d829329b326586747eca

9f3d717df68bb5850a3d7cd086d3db5

263ca7fdca40ceb22e7b1bed8bbce9d

8277151050b5adfd1a909375f0d8fbc

d63283e9293e68955d6d486ca2e8b51ead6060e2f60469e2c007ebcfcec5ed

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:wen liron]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

10/08

00:00

ແບ່ງປັນ

ແປ
翻译