ຝ່າຍລາວໄດ້ເຂົ້າຮ່ວມງານສະເຫລີມສະຫລອງ ການສະຖາປະນາ ສປ ຈີນ ຄົບຮອບ 75 ປີ

ມາຈາກ:

e43bb0640497b9ff8acbcf29a29dca4

ສະບາຍດີ ນັກຂ່າວໂລລາ)ໃນວັນທີ 23 ກັນຍາ 2024, ສະຖານທູດຈີນ ປະຈຳ ສປປ ລາວ ຈັດງານສະເຫລີມສະຫລອງ ການສະຖາປະນາ ສປ ຈີນ ຄົບຮອບ 75 ປີ, ໂດຍມີ ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດ ກ່າວຄຳປາໄສ ແລະ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ,ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ,ລັດຖະມົນຕີ 10 ທ່ານ ແລະ ຮອງລັດຖະມົນຕີ ລວມມີກະຊວງການຕ່າງປະເທດ ແລະ ສຳນັກງານປະທານປະເທດອື່ນໆ, ຫົວໜ້າກົມ, ຮອງກົມ, ທູຕານຸທູດ,ນັກທ່ອງທ່ຽວ,ອາຈານ ແລະ ນັກສຶກສາຕ່າງປະເທດ ພ້ອມແຂກ 600 ຄົນ ຖືກເຊີນເຂົ້າຮ່ວມ.

ໂອກາດນີ້, ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ໄດ້ກ່າວຄຳປາໄສ: ທົບທວນຄືນການສະຖາປະນາ ສປ ຈີນ ຄົບຮອບ 75 ປີທີ່ຜ່ານມາ, ສປ ຈີນ ໄດ້ມີການປ່ຽນແປງໃຫຍ່ ດ້ວຍຄວາມດຸໝັ່ນສູ້ຊົນ ແລະ ການຮ່ວມມືລາວ-ຈີນມີຜົນສໍາເລັດອັນຍິ່ງໃຫຍ່.ທ່ານສະແດງວ່າ ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ສະໄໝທີ XX ໄດ້ນຳມາເຊິ່ງກາລະໂອກາດໃໝ່ໃຫ້ແກ່ການພັດທະນາສາຍພົວພັນລາວ-ຈີນຕື່ມອີກ. ໃນອະນາຄົດ, ສປ ຈີນ ຍິນດີຮ່ວມມືກັບ ສປປ ລາວ ຊຸກຍູ້ການກໍ່ສ້າງຄູ່ຮ່ວມຊາຕາກຳລາວ-ຈີນຂຶ້ນສູ່ລະດັບສູງໃໝ່.

ຜູ້ແຂກໄດ້ຊົມເຊີຍ ການສະຖາປະນາ ສປ ຈີນຄົບຮອບ75ປີ ຢ່າງອົບອຸ່ນ, ຮ່ວມໄດ້ຢ້ຽມຊົມງານວາງສະແດງວັນຊາດຈີນ ແລະ ວາງສະແດງຜົນການຮ່ວມມືລາວ-ຈີນ,ໄກ້ສຳຜັກກັບວັດທະນະທໍາພື້ນເມືອງຈີນ,ຫາກຍັງອ່ານປຶ້ມ "ຄຳຕັດສິນຂອງຄະນະກຳມະການສູນກາງພັກກອມມູນິດຈີນ ກ່ຽວກັບການລົງເລິກການປະຕິຮູບ ແລະ ຊຸກຍູ້ການຫັນເປັນທັນສະໄໝແບບ ສປ ຈີນຢ່າງເລິກເຊິ່ງ”ທີ່ມີພາສາລາວ ແລະ ພາສາອັງກິດ,ຊົມການສະແດງສິລະປະອີກດ້ວຍ,ເຊິ່ງມີບັນຍາກາດຢ່າງອົບອຸ່ນ.

28506b9349ebbf2eab930ffa29b8fa7

1b180fcff17f38ab89b108f3c83adf4

352e9fa8e2ff9a84664321f7c9dd7d5

e43bb0640497b9ff8acbcf29a29dca4

9月23日,驻老挝使馆举行国庆75周年招待会。方虹大使致辞。老挝党中央政治局委员、副总理兼防长占沙蒙,中央书记处书记、最高法院院长万通,前副总理宋沙瓦,外交部、国家主席府等十位部长、多位副部长和驻琅勃拉邦总领事、旅老侨胞、中资机构和教师留学生代表等600余人出席。

方大使致辞回顾新中国75年来瞩目成就及中老合作成果,表示中共二十届三中全会为中老关系发展带来新机遇,愿同老方合作推动中老命运共同体建设迈上新高度。

来宾们热烈祝贺中国国庆,共同参观国庆主题展、中老合作成果展并体验中国传统文化,取阅《中共中央关于进一步全面深化改革、推进中国式现代化的决定》老挝文、英文版,观看文艺演出,气氛友好热烈。

28506b9349ebbf2eab930ffa29b8fa7

1b180fcff17f38ab89b108f3c83adf4

352e9fa8e2ff9a84664321f7c9dd7d5

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Wen li ron]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

09/25

18:03

ແບ່ງປັນ

ແປ
翻译