ເລີ່ມຈາກວັນທີ15ເດືອນພືດສະພານີ້! ໄດ້ຍົກເວັ້ນວີຊາໃນເວລາທີ່ເຂົ້າໄປຈີນໂດຍກໍາປັ່ນທ່ອງທ່ຽວ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວໂລລາ)ໃນວັນທີ 15 ພຶດສະພານີ້, ກົມຄຸ້ມຄອງຄົນເຂົ້າ-ອອກເມືອງແຫ່ງຊາດຈີນໄດ້ອອກແຈ້ງການວ່າ, ໂດຍໄດ້ຮັບອະນຸມັດຈາກສະພາລັດຖະມົນຕີ ຈີນ, ກົມຄຸ້ມຄອງຄົນເຂົ້າ-ອອກເມືອງແຫ່ງຊາດຈີນໄດ້ປະຕິບັດນະໂຍບາຍຍົກເວັ້ນວີຊາໃຫ້ກຸ່ມນັກທ່ອງທ່ຽວຕ່າງປະເທດເຂົ້າປະເທດຈີນດ້ວຍກຳປັ່ນທ່ອງທ່ຽວຢູ່ທ່າກຳປັ່ນລ່ອງເຮືອທຸກແຫ່ງຕາມຝັ່ງທະເລຂອງຈີນ.

ເລີ່ມແຕ່ວັນທີ 15 ພຶດສະພາເປັນຕົ້ນໄປ, ກຸ່ມນັກທ່ອງທ່ຽວຕ່າງປະເທດ (2 ຄົນຂຶ້ນໄປ)ໂດຍການຈັດຕັ້ງຂອງອົງການທ່ອງທ່ຽວພາຍໃນປະເທດຈີນ ໄດ້ຍົກເວັ້ນວີຊາເດີນທາງຈາກ 13 ຕົວເມືອງ ກຸ່ມນັກທ່ອງທ່ຽວທັງໝົດເຂົ້າໄປເມືອງຈີນໂດຍຂີ່ກໍາປັ່ນທ່ອງທ່ຽວ ເຊັ່ນ:ທຽນຈິນ, ດາລຽນ ຫຼຽວໜິງ, ຊຽງໄຮ, ລຽນຢຸງກວາງ ຈຽງຊູ, ເວີນໂຈ່ວ ແລະ ຈູ່ຊານ ເຈີ້ຈຽງ, ຟູຈ້ຽນ ຊຽງເມືອງ, ຊານດອງ ຈິງດາວ, ກວາງຈູ່ ແລະ ກວາງໂຕ, ກວາງຊີເປິຍໄຮ, ໄຮໂຄ ແລະ ຊານຢະ ໄຮນານ ແລະ ອື່ນໆ,ກຸ່ມນັກທ່ອງທ່ຽວຢູ່ຈີນບໍ່ເກີນ 15 ວັນ ຕ້ອງໄປທ່າເຮືອຕໍ່ໄປຕາມກຳປັ່ນທ່ອງທ່ຽວ ຈົນເຖິງກຳປັ່ນທ່ອງທ່ຽວຄັ້ງນີ້ອອກເມືອງຈີນ ແລະ ຂອບເຂດທ່ອງທ່ຽວແມ່ນບັນດາແຂວງແຄມທະເລ (ເຂດປົກຄອງຕົນເອງ, ໂຕເມືອງທີ່ຂຶ້ນກັບສູງກາງໂດຍກົງ) ແລະ ນະຄອນຫຼວງປັກກິ່ງ. 

ເພື່ອສະໜັບສະໜູນການພັດທະນາທ່ອງທ່ຽວທາງກໍາປັ່ນທ່ອງທ່ຽວ, ທ່າກຳປັ່ນ 7 ແຫ່ງທີ່ເມືອງ ດາລຽນ, ລຽນຢຸງກວາງ, ເວີນໂຈ່ວ, ຈູ່ຊານ, ກວາງຈູ່, ຊື່ນຈືນ, ເປິຍໄຮ ໄດ້ຮັບການເພີ່ມເປັນດ່ານທີ່ປະຕິປັດນະໂຍບາຍຍົກເວັ້ນວີຊາຜ່ານແດນຂອງຈີນ ເພື່ອອຳນວຍຄວາມສະດວກໃຫ້ຜູ້ໂດຍສານຕ່າງປະເທດເຂົ້າເມືອງຈີນທີ່ບັນລຸເງື່ອນໄຂນະໂຍບາຍຍົກເວັ້ນວີຊາຜ່ານແດນຂອງຈີນໂດຍຂີ່ກໍາປັ່ນທ່ອງທ່ຽວ.

国家移民管理局5月15日发布公告,经国务院批准,国家移民管理局决定在中国沿海所有邮轮口岸全面实施外国旅游团乘坐邮轮入境免签政策。

自5月15日起,乘坐邮轮并经由境内旅行社组织接待的外国旅游团(2人及以上),可从天津、辽宁大连、上海、江苏连云港、浙江温州和舟山、福建厦门、山东青岛、广东广州和深圳、广西北海、海南海口和三亚等13个城市的邮轮口岸免办签证整团入境,旅游团须随同一邮轮前往下一港,直至本次邮轮出境,在中国境内停留不超过15天,活动范围为沿海省(自治区、直辖市)和北京市。

为支持邮轮旅游发展,大连、连云港、温州、舟山、广州、深圳、北海等地的7个邮轮口岸新增为中国过境免签政策适用口岸,方便符合中国过境免签政策条件的外籍旅客乘坐邮轮过境。

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

05/20

00:00

ແບ່ງປັນ

ແປ
翻译