ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວຄຳປະເສີດ)ລິງດັງຢູນນານເປັນສັດປ່າທີ່ຫາຍາກແລະໃກ້ຈະສູນພັນເປັນເອກະລັກສະເພາະຂອງປະເທດຈີນ ແລະ ເປັນສັດປ່າສະຫງວນລະດັບຊາດທີ່ມີການແຈກຢາຍຢູ່ສາມແຂວງຄືແຂວງເສສວນ,ແຂວງຢຸນນານແລະຕິເບດ,ໃນເຂດພູພຽງຢູນລິງຂອງພູເຮັງດວນຢູ່ຂອບເຂດພາກໃຕ້ຂອງພູຫິມາໄລ,ພື້ນທີ່ຂະຫນາດນ້ອຍລະຫວ່າງແມ່ນໍ້າລ້ານຊ້າງ ແລະ ຈິດຊານ.
ລິງດັງຢູນນານອາໄສຢູ່ໃນເຂດສະຫງວນແຫ່ງຊາດພູຫິມະ ປ໋າຍມາ
ປ່າສະຫງວນແຫ່ງຊາດພູຫິມະ ປ໋າຍມາ ຕັ້ງຢູ່ໃນຂອບເຂດຂອງ“ສານແມ່ນ້ຳໄຫລຄຽງກັນ”ແຫຼ່ງມໍລະດົກໂລກທາງທິດຕາເວັນຕົກສຽງເໜືອຂອງແຂວງຢຸນນານ.ກວມເອົາສອງເຂດລ້ອງແມ່ນ້ຳໃຫຍ່ຄືແມ່ນ້ຳລ້ານຊ້າງ ແລະ ຈິດຊານ,ເນື້ອທີ່ທັງໝົດແມ່ນ 2821.06 ກິໂລຕາແມັດ.ເປັນເຂດສະຫງວນລິງດັງແຂວງຢຸນນານທີ່ໃຫຍ່ທີ່ສຸດໃນຈີນ ແລະ ເປັນເຂດທີ່ມີປະຊາກອນລິງດັງແຂວງຢຸນນານຫຼາຍທີ່ສຸດໃນຈີນ.
ວັນທີ 17 ພະຈິກນີ້,ທິມງານສຳພາດຫົວຂໍ້"ແຊງຮີລາ"ຂອງໂລກໄດ້ໄປເຖິງຖານຄົ້ນຄ້ວາລິງດັງແຂວງຢຸນນານຂອງຈີນຢູ່ເມືອງປົກຄອງຕົນເອງເຜົ່າລີຊູ ເວິນຊີ,ກິ່ງແຂວງປົກຄອງຕົນເອງຕິເບດ ດີຊິງ ແຂວງຢຸນນານເພື່ອຮຽນຮູ້ສະພາບການປົກປັກຮັກສາລີງດັງແຂວງຢຸນນານໃນເຂດສະຫງວນທໍາມະຊາດພູເຂົາຫິມະ ປ໋າຍມາ.
ຕາມທ່ານ ຫຼາຍເຈຍດົງ,ຜູ້ອຳນວຍການສູນກູ້ໄພສັດປ່າ ທຳເສີນ ຢູ່ເຂດສະຫງວນທຳມະຊາດພູເຂົາຫິມະ ປ໋າຍມາ.ສູນກູ້ໄພສັດປ່າ ທຳເສີນ ໄດ້ຖືກສ້າງຕັ້ງຂຶ້ນໃນປີ2011.ໜ້າທີ່ຮັບຜິດຊອບຕົ້ນຕໍລວມມີການປົກປັກຮັກສາກຸ່ມສະແດງລິງດັງຢຸນນານ ຊຽງກຸ້ຍ(ຄືກຸ່ມລິງດັງສະແດງສວນແຫ່ງຊາດ),ແລະທີ່ພັກອາໄສແລະປິ່ນປົວສັດປ່າທີ່ເຈັບປ່ວຍແລະບາດເຈັບຢູ່ພາຍໃນຂອບເຂດຄຸ້ມຄອງ.
“ນັບແຕ່ສ້າງຕັ້ງເປັນຕົ້ນມາ,ສູນກູ້ໄພສັດປ່າ ທຳເສີນ ໄດ້ຊ່ວຍເຫຼືອສັດປ່າປະມານ 250 ໂຕ,ໃນນັ້ນມີລີງ,ລີງດັງແຂວງຢຸນນານ,ນົກອິນຊີທອງແລະອື່ນໆ,ໃນນັ້ນມີລີງດັງແຂວງຢຸນນານ 10 ກວ່າໂຕ.ລີງດັງແຂວງຢຸນນານທີ່ໄດ້ຮັບບາດເຈັບເຫຼົ່ານີ້ສ່ວນໃຫຍ່ແມ່ນໄດ້ຮັບບາດເຈັບໃນການສູ້ຮົບຫຼືຕົກໂດຍບັງເອີນ,ສູນກູ້ໄພໄດ້ຊ່ວຍເຫຼືອມັນໃນທັນທີທີ່ພົບເຫັນ.ສຳລັບລີງດັງຂອງແຂວງຢຸນນານເຫຼົ່ານີ້ທີ່ຖືກຄົ້ນພົບແລະປິ່ນປົວຢ່າງທັນການ,ອັດຕາຄວາມສຳເລັດຂອງການປິ່ນປົວແມ່ນຂ້ອນຂ້າງສູງ."ທ່ານ ຫຼາຍເຈຍດົງ ຊີ້ໃຫ້ເຫັນວ່າລິງດັງແຂວງຢຸນນານທີ່ປະຈຸບັນຢູ່ພາຍໃຕ້ການຄຸ້ມຄອງຂອງສູນກູ້ໄພສັດປ່າ ທຳເສີນ ຮັກສາອັດຕາການຂະຫຍາຍຕົວເປັນສອງຕົວເລກໃນແຕ່ລະປີ.ປີນີ້,ລີງດັງແຂວງຢຸນນານ 12 ໂຕເກີດຢູ່ເຂດວາງສະແດງ,ແຕ່ໜຶ່ງໂຕຕາຍຍ້ອນລະດູຝົນ,11 ໂຕຍັງມີສຸຂະພາບແຂງແຮງ,ປະຈຸບັນ,ຈຳນວນລີງດັງຢຸນນານຢູ່ເຂດວາງສະແດງມີເຖິງ 80 ກວ່າໂຕ.
ຕາມທ່ານ ຫຼາຍເຈຍດົງ ກ່າວວ່າ,ເມື່ອເຂດສະຫງວນທຳມະຊາດພູເຂົາຫິມະ ປ໋າຍມາໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1983,ມີລີງດັງຢຸນນານພຽງ2 ກຸ່ມທີ່ພົບເຫັນຢູ່ທົ່ວເມືອງ ເວິນຊີ,ດ້ວຍປະມານ 800 ໂຕ.ໃນປີ 2004,ຜ່ານການສຳຫຼວດວິທະຍາສາດຄັ້ງທຳອິດຢູ່ເຂດດັ່ງກ່າວ,ໄດ້ພົບເຫັນລີງດັງຂອງແຂວງຢຸນນານ 8 ກຸ່ມ,ໃນນັ້ນມີລີງປະມານ 1.200 ໂຕ.ປະຈຸບັນ 40 ປີໄດ້ຜ່ານໄປແລ້ວ,ໂດຍຜ່ານຄວາມພະຍາຍາມຂອງຫຼາຍລຸ້ນຄົນ,ປະຊາກອນຂອງລີງດັງຢູນນານໃນເຂດສະຫງວນໄດ້ເພີ່ມຂຶ້ນເປັນ 14 ກຸ່ມ,ປະຈຸບັນມີລີງດັງປະມານ 3.000 ໂຕ.ນອກຈາກນັ້ນ,ສັດປ່າ ແລະ ພືດພັນອື່ນໆໃນປ່າສະຫງວນຍັງໄດ້ຮັບການປົກປັກຮັກສາເປັນຢ່າງດີ,ໃນປີ 2018 ດ້ວຍການຊ່ວຍເຫຼືອຈາກເຕັກໂນໂລຊີກ້ອງອິນຟາເລດ,ເສືອດາວ ເຊິ່ງເປັນສັດປ່າສະຫງວນລະດັບຊາດໄດ້ຖ່າຍຮູບໃນເຂດສະຫງວນເປັນຄັ້ງທຳອິດ.
ຕາມຂ່າວແຈ້ງໃຫ້ຊາວວ່າ,ໃນຂະນະທີ່ລະດັບການຄຸ້ມຄອງປ່າສະຫງວນທຳມະຊາດພູຫິມະ ປ໋າຍມາ ສືບຕໍ່ປັບປຸງ,ເຕັກໂນໂລຢີທີ່ກ້າວໜ້າຫຼາຍຢ່າງໄດ້ຮັບການລົງທຶນຢ່າງບໍ່ຢຸດຢັ້ງໃນການຕິດຕາມກວດກາລີງດັງແຂວງຢຸນນານ.ໃນກອງປະຊຸມດ້ານຊີວະນາໆພັນຂອງສະຫະປະຊາຊາດ (COP15) ໃນປີ 2020,ປ່າສະຫງວນທຳມະຊາດພູຫິມະ ປ໋າຍມາ ຍັງໄດ້ນຳສະເໜີລະບົບສາຍສົ່ງຄື້ນ 5G ມີລີແມັດ ເພື່ອດຳເນີນການຕິດຕາມເບິ່ງລີງດັງແຂວງຢຸນນານໃນເວລາຈິງ.ໄດ້ບັນລຸການຖ່າຍທອດສົດທາງອິນເຕີເນັດຕາມເວລາຕົວຈິງຕໍ່ລີງດັງແຂວງຢຸນນານໃນໄລຍະຈັດກອງປະຊຸມ,ເຊິ່ງໄດ້ຮັບປະສິດທິຜົນການສະແດງທີ່ດີ.
滇金丝猴是我国特有的珍稀濒危灵长类动物和国家一级重点保护动物,仅分布在中国川滇藏三省区交界处,喜马拉雅山南缘横断山系的云岭山脉当中,澜沧江和金沙江之间一个狭小地域。
生活在白马雪山国家级自然保护区的“雪山精灵”滇金丝猴
白马雪山国家级自然保护区位于滇西北“三江并流”世界自然遗产地范围内,跨金沙江和澜沧江两大流域,总面积2821.06平方千米,是中国最大的滇金丝猴保护区,也是中国滇金丝猴种群分布最集中的地区。
11月17日,世界的“香格里拉”主题采访团来到位于云南省迪庆藏族自治州维西傈僳族自治县的中国滇金丝猴研究基地,了解白马雪山国家级自然保护区关于滇金丝猴的保护情况。
据白马雪山国家级自然保护区塔城野生动物救护站站长赖建东介绍,塔城野生动物救护站于2011年成立,主要职责包括涵养响古箐滇金丝猴展示猴群(即国家公园展示群),以及收容救治管理范围内伤病的野生动物。
“成立至今,塔城野生动物救护站共救治包括猕猴、滇金丝猴、金雕等在内的约250只野生动物,其中滇金丝猴有十余只。这些受伤的滇金丝猴主要是因为打架受伤或意外坠落,救护站发现后便及时进行施救。对于这些及时发现及时救治的滇金丝猴,救治成功率都比较高。”赖建东指出,目前塔城野生动物救护站管理范围内的滇金丝猴每年保持两位数的增长率,今年展示区新生12只滇金丝猴,但因雨季的原因导致1只夭折,剩余11只身体状况均比较健康,目前展示区内滇金丝猴的数量已达到八十余只。
据赖建东介绍,白马雪山国家级自然保护区于1983年成立初期,整个维西片区被发现的滇金丝猴仅有2个种群,个体数量在800只左右。2004年,通过该地区的第一次科学考察,发现了8个滇金丝猴种群,约1200只猴子。如今40年过去了,通过几辈人前仆后继地努力,保护区滇金丝猴的种群数量已增长至现在的14个种群,个体数量达3000只左右。除此之外,保护区内的其他野生动植物也得到了较好的保护,2018年借助红外相机技术,首次在保护区内拍摄到了国家一级保护动物金钱豹。
据了解,随着白马雪山自然保护区的管理水平不断提升,很多先进技术被不断投入到对滇金丝猴的监测中。2020年联合国生物多样性大会(COP15)期间,白马雪山自然保护区还引进了5G毫米波的网络传输系统,对滇金丝猴进行实时监控,在大会期间实现了对滇金丝猴的实时在线直播,取得了良好的展示成效。(昆明信息港 记者刘欣琳 劳学丽)
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
11/23
17:29
— ແບ່ງປັນ —