ກອງປະຊຸມສຳມະນາການຮ່ວມມືຫຼຸດຜ່ອນຄວາມທຸກຍາກດ້ວຍກະສິກຳຈີນ(ຢຸນນານ)-ບັງກະລາເທດໄດ້ຈັດຂຶ້ນຢູ່ຄຸນໝິງ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວຄຳປະເສີດ)ວັນທີ 2 ກັນຍານີ້,ກອງປະຊຸມສຳມະນາການຮ່ວມມືຫຼຸດຜ່ອນຄວາມທຸກຍາກດ້ານກະສິກຳລະຫວ່າງຈີນ(ຢຸນນານ)-ບັງກະລາເທດໄດ້ຈັດຂຶ້ນຢູ່ຄຸນໝິງ.

ກອງປະຊຸມສຳມະນາຄັ້ງນີ້ໄດ້ຈັດຂຶ້ນໃນຮູບແບບ"ສໍາມະນາ+ວາງສະແດງ+ທ່ຽວຊົມ+ປະສົບເຄື່ອນໄຫວ".ແຕ່ວັນທີ 1 ຫາວັນທີ 4 ກັນຍານີ້,ມີສະຖາບັນຄົ້ນຄວ້າ ແລະ ວິສາຫະກິດພາຍໃນທັງໝົດ 11 ແຫ່ງເຂົ້າຮ່ວມງານວາງສະແດງ,ແລະ ວິສາຫະກິດຕ່າງປະເທດ 2 ແຫ່ງເຂົ້າຮ່ວມງານວາງສະແດງ.ສິນຄ້າທີ່ນຳມາວາງສະແດງລວມມີເມັດພືດສະບຽງອາຫານຫຼາຍຊະນິດຢູ່ແຖວໜ້າຂອງອຸດສາຫະກຳກະສິກຳ,ວັດຖຸປະກອບຊຸດຕ່າງໆທີ່ໃຊ້ໃນຂະບວນການຜະລິດກະສິກຳເປັນຕົ້ນ.ນອກຈາກນັ້ນ,ຜູ້ຈັດງານຍັງຈະຈັດກອງປະຊຸມຮ່ວມມືລະຫວ່າງໃນໄລຍະຈັດກອງປະຊຸມ, ເພື່ອສະຫນອງໂອກາດໃຫ້ບັນດາບໍລິສັດພາຍໃນ ແລະ ຕ່າງປະເທດທີ່ເຂົ່າຮ່ວມສາມາດສົນທະນາກັນໜ້າຕໍ່ໜ້າ,ທັງເປັນເວທີການແລກປ່ຽນ ແລະ ເຊື່ອມຕໍ່ທີ່ດີໃຫ້ແກ່ກະສິກຳຂອງແຂວງຢຸນນານ “ໄປທົ່ວໂລກ”.

ກອງປະຊຸມສຳມະນາໄດ້ຈັດຂຶ້ນໂດຍສະຖາບັນວິທະຍາສາດກະສິກຳແຂວງຢຸນນານ ແລະ ຫ້ອງການພົວພັນຕ່າງປະເທດອຳນາດການປົກຄອງແຂວງຢຸນນານໂດຍສຸມໃສ່ສອງຫົວຂໍ້ໃຫຍ່ຄື"ການແລກປ່ຽນວິທະຍາສາດເຕັກໂນໂລຊີກະສິກຳ" ແລະ "ການຫຼຸດຜ່ອນຄວາມທຸກຍາກດ້ວຍກະສິກຳ".ເພື່ອແນໃສ່ສືບຕໍ່ຊຸກຍູ້ການຮ່ວມມືດ້ານກະສິກຳລະຫວ່າງແຂວງຢຸນນານກັບບັງກລາແດັສ, ເຮັດໃຫ້ການພົວພັນຮ່ວມມືມິດຕະພາບເຂົ້າສູຄວາມເລິກທີ່ເປັນມູນເຊື້ອອັນໝັ້ນຄົງເຂັ້ມແຂງ,ເພີ່ມທະວີການຮ່ວມມື ແລະ ການແລກປ່ຽນລະຫວ່າງສອງປະເທດໃນຂົງເຂດຜະລິດຕະພັນສະບຽງອາຫານ,ພືດອຸດສາຫະກຳ ແລະ ອື່ນໆ.

9月2日,中国(云南)—孟加拉国农业减贫合作研讨会在昆明举办。

此次研讨会采用“会议研讨+展览+参观+体验活动”的形式举行。9月1日至4日,共有国内11家研究机构及企业参展,国外2家企业参展,参展的产品包含农业产业前端的各类粮食作物种子、农业生产过程中使用的各类辅助材料等。此外,主办方在会议期间还将举办合作洽谈会,为国内外参会企业提供面对面交流的机会,为云南省农业“走出去”提供良好的对接交流平台。

研讨会由云南省农业科学院与云南省人民政府外事办公室共同举办,聚焦“农业科技交流”与“农业减贫”两大主题,旨在持续推进云南与孟加拉国农业合作,让友好合作关系走深走实,深化双方在粮食作物、经济作物等方面的合作交流。(云南日报 记者陈云芬)

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

09/12

10:06

ແບ່ງປັນ

ແປ
翻译