ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສະໜຸກ)ວັນທິ 29 ສິງຫານີ້, ຫຼັກສູດການຝຶກອົບຮົມສໍາລັບຄະນະສໍາຫຼວດຊາຍແດນຂອງພະນັກງານພັກ ແລະ ລັດຖະບານລາວໄດ້ເປີດໃນເມືອງ ຜູເອີ, ສະຫາຍ ຫຼີກ່າງ ກໍາມະການປະຈໍາຄະນະພັກແຂວງ ແລະ ລັດຖະມົນຕີຂອງພະແນກອົງການຈັດຕັ້ງ, ສະຫາຍ ທອງຈັນ ຮອງລັດຖະມົນຕີ ແລະ ກໍາມະການປະຈໍາຄະນະພັກຂອງກະຊວງອົງການຈັດຕັ້ງລາວເຂົ້າຮ່ວມ ແລະ ກ່າວຄໍາປາໄສ.
ສະຫາຍ ຫຼີກ່າງ ຕ້າງໜ້າກະຊວງພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ແລະ ຄະນະພັກແຂວງຕ້ອນຮັບຄະນະສໍາຫຼວດເຂົ້າມາ, ແລະ ໄດ້ແນະນຳສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງໂດຍຫຍໍ້. ສະຫາຍ ຫຼີກ່າງວ່າ, ເປີດຫຼັກສູດການຝຶກອົບຮົມສໍາລັບຄະນະສໍາຫຼວດຊາຍແດນຂອງພະນັກງານພັກ ແລະ ລັດຖະບານລາວ, ເຊິ່ງແມ່ນມາດຕະການທີ່ລະອຽດໃນການປະຕິບັດຄວາມເຫັນເອກະພາບກັນທີ່ສຳຄັນຂອງສະຫາຍ ສີຈິ້ນຜິງເລຂາທິການໃຫຍ່ ແລະ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຮ່ວມຕົກລົງ, ຈະຮັດແໜ້ນຄວາມໄວ້ວາງໃຈເຊິ່ງກັນແລະກັນໃນດ້ານການເມືອງລະຫວ່າງຈີນກັບລາວຕື່ມອີກ, ແລະເພີ່ມທະວີຄວາມມິດຕະພາບທີ່ເປັນມູນເຊື້ອ, ຊຸກຍູ້ການຮ່ວມມືຢ່າງຕົວຈິງ, ຕັ້ງໜ້າປະກອບສ່ວນເຂົ້າໃນການລົງເລິກການກໍ່ສ້າງປະຊາຄົມຄູ່ຮ່ວມຊາຕາກໍາລາວ-ຈີນ.
ສະຫາຍ ທອງຈັນ ສະແດງວ່າ, ຫວັງວ່າຜ່ານການຝຶກອົບຮົມ ແລະ ສໍາຫຼວດ, ໄດ້ຮຽນຮູ້ປະສົບການ ແລະ ວິທີການທີ່ດີຂອງຢຸນນານໃນການສ້າງລະບົບອົງການຈັດຕັ້ງ, ການພັດທະນາດ້ວຍການສ້າງພັກ, ການຟື້ນຟູຊົນນະບົດ ແລະ ຂົງເຂດອື່ນໆ, ຊຸກຍູ້ມິດຕະພາບລາວ-ຈີນມີການພັດທະນາຢ່າງບໍ່ຢຸດຢັ້ງ, ຊຸກຍູ້ການກໍ່ສ້າງປະຊາຄົມຄູ່ຮ່ວມຊາຕາກໍາລາວ-ຈີນບັນລຸໝາກຜົນໃໝ່ຢ່າງຕໍ່ເນື່ອງ.
8月29日,老挝党政干部边境考察团培训班在普洱市开班,省委常委、组织部部长李刚,老挝中央组织部党委常委、副部长通占出席并致辞。
李刚代表中联部和省委向考察团来访表示欢迎,并简要介绍了全省经济社会发展情况。李刚说,举办老挝党政干部边境考察团培训班,是落实习近平总书记和通伦总书记达成的重要共识的具体举措,将进一步巩固中老政治互信,增进传统友谊,推动务实合作,为不断深化中老命运共同体建设作出积极贡献。
通占表示,希望通过培训考察,学习借鉴云南省在组织体系建设、党建促发展、乡村振兴等领域的好经验好做法,推动老中友好关系不断向前发展,推动中老命运共同体建设不断取得新成果。(云南日报 记者胡梅君)
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
08/30
18:12
— ແບ່ງປັນ —