ນະຄອນ ຊຽງໄຮ້ ແລະ ແຂວງຢຸນນານຮ່ວມສ້າງຮູບແບບ ແລະ ແບບຢ່າງຂອງການຮ່ວມມືລະຫວ່າງສອງແຫ່ງ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວສະໜຸກ)ວັນທິ 3 ກັນຍາ, ກິດຈະກຳຈັບຄູ່ການພັດທະນາການຖ່າຍໂອນອຸດສາຫະກຳຂອງຈີນ (ຢຸນນານ)ປີ 2023  ສາຂາການຮ່ວມມືລະຫວ່າງນະຄອນຊຽງໄຮ້ ກັບ ແຂວງຢຸນນານ ແລະ ພິທີລົງນາມສັນຍາຂອງວິສາຫະກິດນະຄອນຊຽງໄຮ້ເຂົ້ານະຄອນຄຸນໝິງໄດ້ຈັດຂຶ້ນຢູ່ຕົວເມືອງແຫ່ງວິທະຍາສາດເຕັກໂນໂລຊີ ຮູ້ຕຽນຫຼິນກາງ

ສະຫາຍ ຫຼີວຫອງຈ້ຽນ ກໍາມະການປະຈໍາຄະນະພັກແຂວງຢຸນນານ ແລະ ເລຂາຄະນະພັກນະຄອນຄຸນໝິງ, ທ່ານ ຫຼີວເຈ່ຍຜີງ ປະທານສະພາວິສາຫະກິດຊຽງໄຮ້, ແລະ ທ່ານ ຢວນໂກຫົວ ເລຂາຄະນະພັກ ແລະ ປະທານຂອງກຸ່ມບໍລິສັດ ຫຼີນກາງຊຽງໄຮ້ ໄດ້ເຂົ້າຮ່ວມ, ແລະ ຮ່ວມກັນເປັນສັກຂີພິຍານໃນການລົງນາມ. 

ໃນພິທີເຊັນສັນຍາ, ຄະນະກໍາມະການຄຸ້ມຄອງເຂດພັດທະນາເສດຖະກິດນະຄອນຄຸນໝິງ, ຄະນະກໍາມະການຄຸ້ມຄອງເຂດຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນໄດ້ລົງນາມສັນຍາການຮ່ວມມືຍຸດທະສາດກັບສະພາວິສາຫະກິດຊຽງໄຮ້ ; ບໍລິສັດພັດທະນາອຸດສາຫະກໍາຂອງຕົວເມືອງແຫ່ງວິທະຍາສາດເຕັກໂນໂລຊີ ຄຸນໝິງ ຮູ້ຕຽນຫຼິນກາງ ຈໍາກັດ ແລະ ບໍລິສັດພັດທະນາການເຊື່ອມໂຍງຂະແໜງການລະຫວ່າງນະຄອນຊຽງໄຮ້ ແລະ ແຂວງຢຸນນານຂອງ ບໍ່ຫານແຂວງຢຸນນານໄດ້ລົງນາມສັນຍາການຮ່ວມມືກັບ 24 ວິສາຫະກິດ.

ບັນດານັກວິສາຫະກິດຊຽງໄຮ້ທີ່ເຂົ້າຮ່ວມໄດ້ສະແດງຄວາມປາຖະໜາທີ່ຈະລົງທຶນຢູ່ແຂວງຢຸນນານ ແລະ ນະຄອນຄຸນໝິງຢ່າງແຂງແຮງ, ແລະສະແດງວ່າຈະຮັບໃຊ້ ແລະ ເຊື່ອມໂຍງເຂົ້າກັບຮູບແບບການພັດທະນາໃໝ່ຢ່າງເປັນເຈົ້າການ, ຕັ້ງໜ້າຊຸກຍູ້ການຮ່ວມມືດ້ານການຖ່າຍໂອນອຸດສາຫະກຳລະຫວ່າງນະຄອນຊຽງໄຮ້ ແລະ ແຂວງຢຸນນານ, ເຊື່ອມໂຍງທ່າແຮງດ້ານທີ່ຕັ້ງພູມສັນຖານ, ຊັບພະຍາກອນ, ນະໂຍບາຍຂອງແຂວງຢຸນນານ ແລະ ຄຸນໝິງ ກັບ ທ່າແຮງດ້ານກອງທຶນ, ເຕັກນິກ ແລະ ບຸກຄະລາກອນຂອງຊຽງໄຮ້ຢ່າງເຕັມສ່ວນ, ສ້າງສວນອຸດສາຫະກໍາ ແລະ ພັດທະນາຂະແໜງການທີ່ມີຄຸນນະພາບສູງ. ຈະພ້ອມດຶງດູດວິສາຫະກິດຂອງຊຽງໄຮ້ຫຼາຍກວ່າມາຢ້ຽມຢາມສໍາຫຼວດ ແລະ ລົງທຶນດໍາເນີນທຸລະກິດຢູ່ແຂວງຢຸນນານ ແລະ ນະຄອນຄຸນໝິງ, ຍາດແຍ່ງກາລະໂອກາດພາຍໃຕ້ແຜນຍຸດທະສາດແຫ່ງຊາດທີ່ຊຸກຍູ້ການຮ່ວມມືພາກຕາເວັນອອກ-ຕາເວັນຕົກ ແລະ ການຖ່າຍໂອນອຸດສາຫະກຳ, ຮ່ວມແຕ່ງບົດໃໝ່ການຮ່ວມມືລະຫວ່າງນະຄອນຊຽງໄຮ້ ແລະ ແຂວງຢຸນນານໃນຂະບວນການໃໝ່.

昆明信息港讯(昆明日报 记者王姗 首席记者贾献培 通讯员聂兴成) 9月3日,2023中国产业转移发展对接活动(云南)沪滇合作分会场暨上海企业入昆签约仪式在沪滇临港昆明科技城举行。

省委常委、市委书记刘洪建,上海市企业联合会会长刘家平,上海临港集团党委书记、董事长袁国华出席,并共同见证签约。

签约仪式上,昆明经开区管委会、磨憨—磨丁经济合作区管委会与上海市企业联合会签订战略合作协议;云南沪滇临港昆明科技城产业发展有限公司、云南磨憨沪滇产业联动发展有限公司与24家企业签订合作协议。

参加活动的上海企业家们表达了投资云南和昆明的强烈意愿,表示将主动服务和融入新发展格局,积极推动沪滇产业转移合作,把云南和昆明的区位、资源、政策优势与上海的资金、技术、人才优势进行充分对接,全力打造高品质园区、发展高质量产业。并将带动更多上海企业到云南、昆明参观考察、投资兴业,在推进东西协作、产业转移的国家战略布局中抢抓机遇,在新征程上共同谱写沪滇协作新篇章。

[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

09/08

18:05

ແບ່ງປັນ

ແປ
翻译